ບໍຣິສັດຈີນ ຖືກປັບໃໝ 63 ລ້ານກີບ, ລັກຖິ້ມຂີ້ເຫຍື້ອ ສະຊາຍ

ກອງຂີ້ເຫຍື້ອ ຕາມແຄມຖນົນຫົນທາງ ທີ່ຖືກນໍາມາຖິ້ມ ແບບບໍ່ຄໍານຶງ ເຖິງຜົນກະທົບ ໃນໄລຍະຍາວ
ກອງຂີ້ເຫຍື້ອ ຕາມແຄມຖນົນຫົນທາງ ທີ່ຖືກນໍາມາຖິ້ມ ແບບບໍ່ຄໍານຶງ ເຖິງຜົນກະທົບ ໃນໄລຍະຍາວ (RFA)

0:00 / 0:00

ວັນທີ 8 ເມສາ 2022 ຫ້ອງການຄຸ້ມຄອງ ແລະບໍຣິການໂຕເມືອງວຽງຈັນ ຫລື ຄບຕ ໄດ້ສຶກສາອົບຮົມ ແລະປັບໃໝ ທ້າວ ອາເຈີ້ນ ເປັນຄົນສັນຊາດຈີນ ທີ່ຂົນຂີ້ເຫຍື້ອຂອງ ບໍຣິສັດ ອາຍກົວ ວິສາວະກັມກໍ່ສ້າງວຽງຈັນ ຈຳກັດ ໂດຍນໍາໃຊ້ຣົຖຂົນຂີ້ເຫຍື້ອນັ້ນ ໄປຖິ້ມຢູ່ເສັ້ນທາງຕັດໃໝ່ ໜອງບຶກ-ໜອງບົວທອງ ເມືອງສີໂຄດຕະບອງ ໃນວັນທີ 29 ມົກກະຣາ 2022 ໂດຍມີນໍ້າໜັກທັງໝົດ 7 ຕັນ ແລະໃນວັນທີ 7 ກຸມພາ ໄດ້ນຳໃຊ້ຣົຖດັ່ງກ່າວ ຂົນຂີ້ເຫຍື້ອໄປຖິ້ມຕື່ມອີກ ທີ່ບຶງທາດຫລວງ ເມືອງໄຊເຊດຖາ ປະມານ 6 ຕັນ ຮວມລັກຖິ້ມຂີ້ເຫຍື້ອ 13 ຕັນ. ດັ່ງນັ້ນ ຄບຕ ຈຶ່ງໄດ້ສຶກສາອົບຮົມ ແລະປັບໃໝຂີ້ເຫຍື້ອຂອງທ້າວ ອາເຈີ້ນຄັ້ງນີ້ ມູນຄ່າ 63 ລ້ານກີບໂດຍບໍຣິສັດ ອາຍກົວ ເປັນຜູ້ຈ່າຍຄ່າປັບໃໝໃນຄັ້ງນີ້.

ດັ່ງເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ແລະບໍຣິການໂຕເມືອງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 11 ເມສານີ້ວ່າ:

“ເພາະເປັນບໍຣິສັດ ກາເປັນບໍຣິສັດເດ້ ກໍເປັນບໍຣິສັດແຫລະ ປັບໃໝບໍຣິສັດ ປັບໃໝຕາມມູນຄ່າແລ້ວ ປັບໃໝຕາມຣະບຽບພຸ້ນເດ້.”

ທ່ານກ່າວຕື່ມວ່າ ເປັນເວລາປະມານ 1 ເດືອນປາຍທີ່ວ່າເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ແລະບໍຣິການໂຕເມືອງວຽງຈັນ ສົມທົບກັບຕຳຣວດຄຸ້ມຄອງຄົນຕ່າງດ້າວ ໄດ້ພົບເຫັນບຸກຄົນ ທີ່ກະທຳຜິດຄື ທ້າວ ອາເຈີ້ນ ແລະກໍໄດ້ນຳໂຕລາວ ມາສຶກສາອົບຮົມ ແລະປັບໃໝເນື່ອງຈາກ ຜູ້ກ່ຽວລົບຫລີກ ສາຍຕາຂອງເຈົ້າໜ້າທີ່ ພ້ອມລີ້ຊ້ອນຢູ່ພາຍໃນບໍຣິສັດ.

ເສັ້ນທາງຕັດໃໝ່ ໜອງບຶກ-ໜອງບົວທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເປັນເຂດທີ່ຄົນຈີນ ຄົນວຽດນາມ ມັກລັກເອົາຂີ້ເຫຍື້ອໂດຍສະເພາະ ແມ່ນຂີ້ເຫຍື້ອປະເພດ ໂຄງຫລັງຄາຢາງ ຫລືແຜ່ນເພດານມາຖິ້ມ ຢູ່ເຂດເສັ້ນທາງຕັດໃໝ່ນີ້. ປະຊາຊົນບ້ານໜອງບຶກ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕິດຕັ້ງກ້ອງວົງຈອນປິດ ໃນເຂດດັ່ງກ່າວ ເພື່ອບັນທຶກພາບວີດີໂອ ເອົາໄວ້ເປັນຫລັກຖານ ເພື່ອມາດຳເນີນຄະດີ ກັບຜູ້ກະທຳຜິດເນື່ອງຈາກເຂດດັ່ງກ່າວ ມີກຸ່ມຄົນລັກລອບຖິ້ມຂີ້ເຫຍື້ອ ໃນເວລາທີ່ວ່າ ປະຊາຊົນກຽມກີນເຂົ້າແລງ ແລະເຂົ້ານອນພັກຜ່ອນແລ້ວ ປະຊາຊົນບໍ່ສາມາດເປັນຫູເປັນຕາໃຫ້ໄດ້.

ດັ່ງຊາວບ້ານຢູ່ບ້ານໜອງບຶກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ຜົລກະທົບສິ່ງແວດລ້ອມຫັ້ນແຫລະ ເພາະວ່າບໍ່ຈົບ ບໍ່ງາມ ທາງໂຕເມືອງເຮົາຫັ້ນແຫລະ, ສ່ວນຫລາຍເຂົາເຈົ້າມ້າງເຮືອນ ແບບເປັນໂຄງຫລັງຄາ ແບບເປັນຢາງ ເປັນແຜ່ນເພດດານນ່າ ແບບວ່າມັນບໍ່ລະລາຍຫັ້ນນ່າ ມັນຈູດບໍ່ໄດ້ ເຂົາເຈົ້າສ່ວນຫລາຍ ໄປຮັບເໝົາເຮືອນມາຫຍັງ ເຂົາເຈົ້າຄົນຈີນ, ຄົນວຽດ. ມັນກໍມ້າງຫັ້ນນ່າ ມັນກໍໃຫ້ປະຊາຊົນ ຈ້າງເອົາໄປຖິ້ມ ກໍຢາກໃຫ້ມັນກ້ອງຫັ້ນແຫລະ ມ້ຽນໃຫ້ມັນຈົບງາມຫັ້ນແຫລະ.”

ສາເຫດທີ່ເສັ້ນທາງຕັດໃໝ່ ໜອງບຶກ-ໜອງ ບົວທອງ ເມືອງສີໂຄດຕະບອງ ເປັນເຂດທີ່ມີກຸ່ມຄົນສວຍໂອກາດ ເອົາຂີ້ເຫຍື້ອໄປຖິ້ມຫລາຍ ຍ້ອນບໍ່ຢາກເສຍຄ່າຂີ້ເຫຍື້ອ ອີກທັງເສັ້ນທາງຕັດໃໝ່ ໜອງບຶກ-ໜອງບົວທອງ ເປັນເຂດທີ່ຢູ່ຫ່າງໄກຈາກບ້ານຄົນ. ຊຶ່ງກຸ່ມລັກລອບຖິ້ມຂີ້ເຫຍື້ອ ແມ່ນຖິ້ມແລ້ວໜີໂດຍຊາວບ້ານຮຽກຮ້ອງ ພາກສ່ວນທີ່ກ່ຽວຂ້ອງ ນໍາໂຕພວກສວຍໂອກາດ ມາລົງໂທດຕາມກົດໝາຽ.

ດັ່ງຊາວບ້ານ ຢູ່ບ້້ານໜອງບົວທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນວ່າ:

"ຖິ້ມລະແລ້ວ ກໍໜີຂ້ຽວຖິ້ມຂ້ຽວໜີໂລດນ່າ ສຳຄັນທີ່ສຸດຄືເວົ້າຫັ້ນແຫລະ ຄົນສວຍໂອກາດ ບ້ານຫ່າງເດ້ ນຶ່ງມາ ເນາະຖ້າຫາກຈັບເຫັນ ວ່າຊິກໍໃຫ້ເພິ່ນໄລ່ຕາມ ເພິ່ນເຮັດມາຫັ້ນແຫລະ ຕາມໃບແຈ້ງການຫັ້ນແຫລະ. "

ຜ່ານມາ ອົງການສາກົນ ໄດ້ມີໂຄງການສົ່ງເສີມ ໃຫ້ນັກຮຽນແຍກຂີ້ເຫຍື້ອ ໃນໂຮງຮຽນເພື່ອປູກຈິດສຳນຶກ ໃຫ້ນັກຮຽນຮັກສິ່ງແວດລ້ອມ ແຕ່ຍັງນ້ອຍ ຊຶ່ງໃນປັດຈຸບັນສັງຄົມ ກໍມີຄວາມຮູ້ເຖິງຜົລກະທົບ ດ້ານຂີ້ເຫຍື້ອ ຈຳນວນໜ້ອຍ ດັ່ງນັ້ນເພື່ອໃຫ້ປະເທດລາວ ມີການທັທນາດ້ານສິ່ງແວດລ້ອມຕື່ມ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະຊາສັມພັນໃຫ້ໂຮງຮຽນ ແລະຊຸມຊົນໃນຕົ້ນແບບປອດຂີ້ເຫຍື້ອ ສິ່ງແວດລ້ອມສີຂຽວ.

ດັ່ງເຈົ້າໜ້າທີ່ ພາກປະຊາສັງຄົມ ອະນຸຮັກສິ່ງແວດລ້ອມ ຢູ່ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນວ່າ:

“ສ້າງໂຕແບບ ສ້າງຊຸມຊົນ ສ້າງຂົງເຂດທີ່ເປັນໂຕແບບ ໃນການບັງຄັບໃຊ້ກົດໝາຽກ່ອນ ສົມມຸດວ່າໃນເຂດສວນທາຣະນະ ໃນເຂດຕ້ອງຫ້າມທັງນຳໂຕນັ້ນເປັນ PILOT ກ່ອນໃນການບັງຄັບໃຊ້ ກົດຣະບຽບ, ກົດໝາຽ ຈັ່ງນຳກ້າວໄປສູ່ສາທາຣະນະໄດ້.”

ເຖິງຢ່າງໃດກໍຕາມ ຫ້ອງການຄຸ້ມຄອງ ແລະບໍຣິຫານ ໂຕເມືອງວຽງຈັນ ຫລື ຄບຕ ກໍໄດ້ປະກາດຜ່ານໂທຣະໂຄ່ງ ປະຈຳບ້ານໃນເປົ້າໝາຽ ຖ້າພົບການຖິ້ມຂີ້ເຫຍື້ອສະຊາຍ ໃຫ້ແຈ້ງຂໍ້ມູນຂອງຜູ້ກະທຳຜິດ ພ້ອມຖ່າຍພາບ ເຊັ່ນປ້າຍທະບຽນຣົົຖ, ສະຖານທີ່ ໃຫ້ຫ້ອງການ ຄບຕ ໂດຍຜູ້ແຈ້ງຈະໄດ້ຮັບຄ່າຕອບແທນ 30% ຂອງມູນຄ່າປັບໃໝ ການປັບໃໝຄິດໄລ່ 1 ກິໂລຕໍ່ 400 ກີບ, ຄູນ 10 ເທົ່າ.

ດັ່ງເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ແລະບໍຣິຫານ ໂຕເມືອງວຽງຈັນ ຜູ້ດຽວກັນກັບຂ້າງຕົ້ນກ່າວວ່າ:

“ຜູ້ໃດພົບເຫັນ ຄົນຖິ້ມຂີ້ເຫຍື້ອສະຊາຍ ຖ້າວ່າຈັບໄດ້ໄລ່ທັນ ຈະປັບໃໝ ແລະຜູ້ໃຫ້ຂໍ້ມູນ ຈະໄດ້ຄ່າຕອບແທນ 30% ຂອງຄ່າປັບໃໝ ຕ້ອງເຫັນລາຍລັກອັກສອນ ມີແທ້ ມີຂໍ້ມູນວ່າເບີນີ້ເດີ້ ຣົຖເບີນີ້ເດີ້ ຣົຖສີນີ້ເດີ້.”

ທ່ານກ່າວຕື່ມວ່າ ໂດຍການປັບໃໝຈະປັບທັງບຸກຄົນ ແລະນິຕິບຸກຄົນ ຂຶ້ນຢູ່ວ່າ ຝ່າຍໃດຈະມີເງິນຈ່າຍຄ່າປັບໃໝໄດ້, ອີກທັງການປັບໃໝ ຈະປັບຕັ້ງແຕ່ຄັ້ງທຳອິດ ທີ່ຜູ້ກ່ຽວເຮັດຜິດພ້ອມເຮັດບົດບັນທຶກ ແລະຫາກເຮັດຜິດຄັ້ງທີ 2 ເປັນຕົ້ນໄປກໍຈະຖືກທັງປັບໃໝ ແລະຈຳຄຸກຕາມຂັ້ນຕອນ ຂອງຣະບຽບ ກົດໝາຽ ຄຸ້ມຄອງຂີ້ເຫຍື້ອ ເພື່ອບໍ່ໃຫ້ສ້າງຄວາມຮົກເຮື້ອ ໃຫ້ນະຄອນຫລວງວຽງຈັນ ແລະບໍ່ໃຫ້ທຳລາຍສິ່ງແວດລ້ອມ.