ຈີນຍັງເປັນຜູ້ລົງທຶນ ທີ່ສຳຄັນ ໃນແຂວງຄຳມ່ວນ.
ໃນລະຍະ 6 ເດືອນ ຂອງ ສົກປີ 2012-2013 ມີໂຄງການ ລົງທຶນ ໃນ ແຂວງຄຳມ່ວນ ຈຳນວນ 9 ໂຄງການ, ຮວມມູນຄ່າ 12.9 ລ້ານ ດອນລາ ສະຫະຣັຖ, ໂດຍຈີນ ຍັງຖືວ່າ ເປັນຜູ້ລົງທຶນ ຣາຍໃຫຍ່ ທີ່ສຸດ ໂດຍສະເພາະ ໃນການກໍ່ສ້າງ ໂຮງງານ ອຸດສາຫະກັມ, ອີງຕາມ ຄຳເວົ້າ ຂອງເຈົ້າໜ້າທີ່ ແຜນການ ແລະ ການລົງທຶນ.
“ມີ 9 ໂຄງການ ມູນຄ່ານີ້ 12.9 (ລ້ານດອນລາ) ອັນນີ້ ແມ່ນ ການລົງທຶນ ສະເພາະ ກິຈການ ສັມປະທານ ຢູ່ແຂວງຄຳມ່ວນ ນັບແຕ່ເດືອນ 10 ມາຫາ ປັຈຈຸບັນ, ລົງທຶນກ່ຽວກັບ ການຜລິດ ຫີນປູນ ກັບຂຸດຄົ້ນ ແຮ່ຊາຍ. ສ່ວນຫລາຍ ຈະແມ່ນ ບໍຣິສັດ ຈີນ.”
ທ່ານ ກ່າວຕື່ມວ່າ ປີ 2012 ຜ່ານມາ ເສຖກິຈ ຂອງ ແຂວງຄໍາມ່ວນ ຂຍາຍໂຕ 12 ສ່ວນຮ້ອຍ ໂດຍສະເພາະ ແມ່ນ ການຂຸດຄົ້ນ ບໍ່ແຮ່ ແລະ ການຜລິດ ໄຟຟ້າ, ຊຶ່ງເປັນ ຂແນງການ ທ່າແຮງ ຂອງແຂວງ ຍ້ອນວ່າ ມີໂຄງການ ສັມປະທານ ຈຳນວນຫລາຍ ພາຍໃນ ແຂວງ, ຮວມທັງ ການສຳຣວດ ຂຸດຄົ້ນປຸງແຕ່ງ ແຮ່ທາດ ຮວມທັງ ເຂື່ອນ ຜລິດໄຟຟ້າ. ສຳລັບໂຄງການ ທີ່ໃຫຍ່ທີ່ສຸດ ຂອງສົກປີ 2012-2013 ນັ້ນ ແມ່ນໂຄງການ ຂຸດຄົ້ນແຮ່ກົ່ວ ຂອງ ບໍຣິສັດ ພັທນາ ແຮ່ກົ່ວ ບໍ່ແໜ່ງ ທີ່ບ້ານຊາວ, ຊຶ່ງເປັນ ບໍຣິສັດ ຮ່ວມທຶນ ຣະຫວ່າງ ບໍຣິສັດ ຕັ໋ນຈ້ຽນ ຂອງຈີນ ຮ່ວມມືກັບ ເອກຊົນ ຂອງລາວ, ທີ່ມີມູນຄ່າ ການລົງທຶນ 6 ລ້ານ ດອນລາ.
ປັຈຈຸບັນ ຖືວ່າ ແຂວງຄຳມ່ວນ ມີໂຄງການ ການລົງທຶນ ສະເພາະ ບໍ່ແຮ່ ທີ່ໄດ້ຮັບການ ອະນຸມັດ ແລ້ວ 40 ກ່ວາໂຄງການ, ຊຶ່ງ ເຈົ້າຫນ້າທີ່ ເວົ້າວ່າ ທາງ ແຂວງກຳລັງ ຈະອະນຸມັດ ການສັມປະທານ ຕື່ມອີກ 3 ໂຄງການ ພາຍໃນ 6 ເດືອນ ຂອງສົກປີ 2012-2013. ໂຄງການ ດັ່ງກ່າວນັ້ນ, ຮວມທັງ ໂຄງການ ຂຸດຄົ້ນ ແຮ່ຊາຍ ແລະ ປູກພືດ ກະສິກັມ.
ເຖິງຢ່າງໃດ ກໍຕາມ, ເມື່ອເດືອນມິຖຸນາ ຜ່ານມາ ທາງການລາວ ໄດ້ປະກາດ ສັ່ງໂຈະ ການໃຫ້ ສັມປະທານດິນ ເພື່ອການ ກະສິກັມ ແລະ ຂຸດຄົ້ນບໍ່ແຮ່ ເນື່ອງຈາກວ່າ ເຮັດໃຫ້ເກີດ ຜົລກະທົບ ຕໍ່ສິ່ງແວດລ້ອມ ແຕ່ວ່າ ການປະກາດ ນັ້ນ ປາກົດວ່າ ບໍ່ມີ ຄວາມສັກສິດ.
ການເພີ້ມຂຶ້ນ ຢ່າງຫລວງຫລາຍ ຂອງໂຄງການ ຂຸດຄົ້ນ ແຮ່ທາດ ແລະ ໂຮງງານ ອຸດສາຫະກັມ ໃນແຂວງ ຄຳມ່ວນ ບາງແຫ່ງ ສ້າງຄວາມກັງວົນ ໃຫ້ແກ່ ອົງການ ສາກົນ ດ້ານ ສິ່ງແວດລ້ອມ ໃນລາວ ເນື່ອງຈາກວ່າ ຖ້າຫາກວ່າ ບໍ່ມີການ ປົກປັກຮັກສາ ສິ່ງແວດລ້ອມ ໃຫ້ດີພໍ, ໂຮງງານ ແລະ ໂຄງການ ເຫລົ່ານັ້ນ ອາດສົ່ງຜົລ ກະທົບ ຕໍ່ທັມຊາດ ແລະ ຣະບົບນິເວດ.