ຈີນ ຈະປູກກ້ວຍຊຸດໃໝ່ 300 ເຮັກຕາ

ຈໍາປາທອງ
2019.05.02
F-banana-VT ສວນປູກກ້ວຍ ຂອງນັກລົງທຶນຈີນ ຢູ່ ນະຄອນຫຼວງວຽງຈັນ
ຮູບພາບຈາກ : ນັກຂ່າວພົລເມືອງ

ນັກທຸຣະກິດຈີນ ຈະລົງທຶນປູກກ້ວຍ ຊຸດໃໝ່ ໃນເນື້ອທີ່ທັງໝົດ 300 ເຮັກຕາ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະຈະເຊົ່າດິນ ຂອງ ປະຊາຊົນ. ໃນນັ້ນ 100 ເຮັກຕາ ຢູ່ບ້ານອີ່ໄລເໜືອ ແລະ 200 ເຮັກຕາ ຢູ່ບ້ານນານາດ. ຈະປູກກ້ວຍໃນກໍານົດ 8 ປີ ນັບຕັ້ງແຕ່ ເດືອນໜ້ານີ້ ເປັນຕົ້ນໄປ. ແຕ່ຊາວບ້ານ ບໍ່ເຫັນດີໃຫ້ປູກເດັດຂາດ ຍ້ອນຢ້ານໄດ້ຮັບຜົລກະທົບ ຈາກສານພິດເຄມີ ທີ່ຈະໃຊ້ໃນສວນກ້ວຍ ນັ້ນ ເນື່ອງຈາກວ່າ ສວນກ້ວຍ ຢູ່ໃກ້ກັບແຄມນໍ້າງື່ມ. ຕາມຄໍາເວົ້າ ຂອງຊາວບ້ານອີ່ໄລເໜືອ ທ່ານນຶ່ງ ຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 2 ພຶສພາ ນີ້:

"ຂະເຈົ້າສັນຍາ ກັບເຈົ້າຂອງດິນ ຕາມທີ່ເພິ່ນໄດ້ເວົ້າ ເພິ່ນວ່າ 8 ປີ ທາງເທິງເພິ່ນວ່າໃຫ້ ທົດລອງ 100 ເຮັກຕາ ຖືວ່າບໍ່ທັນໄດ້ເຮັດໂຕຈິງ ຖ້າເອກກະສານອອກກ່ອນ ຂະເຈົ້າກະຈັ່ງສິປູກໄດ້ ຮ້ອງມາປະຊຸມ ຄົນກະບໍ່ເຫັນດີ ບໍ່ຢາກໃຫ້ປູກຈັກຄົນແຫຼະ ໝົດບ້ານນີ້.”

ທ່ານເວົ້າວ່າ ສາເຫດ ທີ່ພາໃຫ້ຊາວບ້ານ ຢ້ານເກີດບັນຫາ ຄືສວນກ້ວຍຈີນ ຈະປ່ອຍສານເຄມີ ລົງໃສ່ນໍ້າງື່ມ ຍ້ອນວ່າ ເມື່ອປະມານ 2-3 ປີ ທີ່ຜ່ານມາ ເຄີຍມີໂຮງງານຜລິດເຈັ້ຽຂອງຈີນ ຢູ່ເຂດບ້ານອີ່ໄລເໜືອນີ້ ສ້າງຜົລກະທົບໃຫ້ ໂດຍຣະບາຍນໍ້າເສັຽລົງໃສ່ນໍ້າງື່ມ ເຮັດໃຫ້ປາຕາຍ ແລະ ນໍ້າກໍໃຊ້ບໍ່ໄດ້. ພ້ອມກັນນັ້ນ ໂຮງງານຜລິດນໍ້າປະປາ ທີ່ຕັ້ງຢູ່ຕອນລຸ່ມຂອງນໍ້າງື່ມນັ້ນ ກໍໄດ້ຮັບຜົລກະທົບ.

ທ່ານເວົ້າວ່າ ຫຼັງຈາກເກີດບັນຫານັ້ນແລ້ວ ຊາວບ້ານ ກໍໄດ້ຮຽກຮ້ອງໃຫ້ທາງການ ເມືອງນາຊາຍທອງ ຊ່ອຍແກ້ໄຂ. ຕໍ່ມາຈຶ່ງມີການສັ່ງປິດ ໂຮງງານໄປ. ຍ້ອນເປັນຄືແນວນັ້ນ ຫຼາຍຄົນ ຈຶ່ງຢ້ານວ່າ ນັກລົງທຶນຈີນ ທີ່ຈະມາປູກກ້ວຍ ໃນເທື່ອນີ້ ຈະເຮັດແນວບໍ່ດີ ຕໍ່ສິ່ງແວດລ້ອມ ຕື່ມອີກ.

ທ່ານກ່າວຕື່ມອີກວ່າ ການເຂົ້າມາລົງທຶນປູກກ້ວຍຢູ່ລາວ ຂອງບໍຣິສັດຈີນ ໄດ້ສ້າງຄວາມສັບສົນຫຼາຍໃຫ້ປະຊາຊົນ ຈົນວ່າເມື່ອກ່ອນໜ້ານີ້ ຣັຖບາລໄດ້ອອກຄໍາສັ່ງໃຫ້ຢຸດເຊົາປູກກ້ວຍໃນທົ່ວປະເທສ ແລະ ບໍ່ໃຫ້ນັກລົງທຶນຜູ້ໃໝ່ ເຂົ້າມາສໍາປະທານ ດິນປູກກ້ວຍຕື່ມອີກ. ແຕ່ບໍ່ຮູ້ວ່າ ເປັນຫຍັງຈຶ່ງຍັງມີຄົນຈີນ ເຂົ້າມາຂໍປູກກ້ວຍໄດ້ຢູ່, ດັ່ງທີ່ທ່ານກ່າວວ່າ:

"ເພິ່ນກະເວົ້ານໍວ່າ ເພິ່ນໃຫ້ຢຸດເຊົາ ການປູກກ້ວຍ ເພາະວ່າ ຜົລກະທົບຜ່ານມາ ຢູ່ເມືອງກະຄືກັນ ຢູ່ນະຄອນຫຼວງ ກະທົບໝົດເດ້ ແຕ່ວ່າ ຍັງເຮັດໄດ້ແນວໃດ ກະຍັງບໍ່ເຂົ້າໃຈເລີຍ ອະນຸຍາດໄດ້ແນວໃດ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ຫ້ອງການກະສິກັມ ເມືອງນາຊາຍທອງ ຊີ້ແຈງວ່າ ກໍຣະນີ ນັກລົງທຶນຈີນ ເຂົ້າມາເຊົ່າດິນ ປູກກ້ວຍເພີ່ມ ຕື່ມນັ້ນ ແມ່ນໄດ້ຮັບອະນຸຍາດ ຈາກທາງການລາວ. ແຕ່ການປູກກ້ວຍ ຕ້ອງດໍາເນີນ ໄປຕາມຫຼັກກະສິກັມສະອາດ ບໍ່ໃຫ້ ໃຊ້ສານເຄມີ ໃນປະຣິມານຫຼາຍເກີນໄປ ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕ້ອງໄດ້ລົງໄປຕິດຕາມ ກວດກາ ຢ່າງເຂັ້ມງວດກວ່າເກົ່າ ດັ່ງທີ່ທ່ານກ່າວວ່າ:

"ການນໍາຂັ້ນສູງຫັ້ນແຫຼະເນາະ ເພິ່ນກໍວ່າ ເຣື່ອງການໃຫ້ເຊົ່າ ຫລືວ່າ ສັມປະທານດິນປູກພືດນີ້ ກະຕ້ອງໃຫ້ປູກ ແຕ່ວ່າ ຕ້ອງປະຕິບັດ ຕາມມາຕຖານ ທີ່ດີຫັ້ນ ປະຕິບັດຕາມຂັ້ນຕອນ ໃຊ້ຝຸ່ນ, ໃຊ້ປຸ໋ຍ ໃຊ້ແມ່ນຫຍັງຫັ້ນນະ ເຣື່ອງໃຫ້ໃຊ້ ກະໃຫ້ໃຊ້ ຕ່າງແຕ່ວ່າ ມີຂອບເຂດ ມີປະຣິມານທີ່ວ່າຈໍາກັດ ມີຈໍານວນທີ່ ຄວບຄຸມໄດ້ຫັ້ນນະ.”

ທ່ານກ່າວຕື່ມວ່າພາຍຫຼັງມີການປູກກ້ວຍ ໃນເຂດດັ່ງກ່າວນັ້ນແລ້ວ ທາງເຈົ້າໜ້າທີ່ກະສິກັມແລະປ່າໄມ້ ແລະເຈົ້າໜ້າທີ່ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ຈະເປັນຜູ້ຕິດຕາມ ກວດກາຢ່າງເຂັ້ມງວດ. ຫາກພົບວ່າມີການໃຊ້ສານເຄມີຫຼາຍເກີນໄປ ຫຼືເຮັດໃຫ້ມີຜົລກະທົບ ຕໍ່ສິ່ງ ແວດລ້ອມ ກໍຈະສັ່ງໃຫ້ຢຸດເຊົາ ປູກກ້ວຍນັ້ນທັນທີ

ເມື່ອເດືອນພຶສຈິກາປີກາຍ ສວນກ້ວຍຈີນແຫ່ງນຶ່ງ ຢູ່ເມືອງສັງທອງ ໄດ້ປ່ອຍນໍ້າລ້າງກ້ວຍລົງໃສ່ນໍ້າຕອນ ເຮັດໃຫ້ປາຕາຍຫຼາຍກວ່າ 300 ກິໂລ ຊຶ່ງເຈົ້າຂອງສວນກ້ວຍກໍໄດ້ຍອມຮັບຜິດ ແລະຮັບປາກວ່າ ຈະປ່ອຍປາລົງນໍ້າຕອນນັ້ນປີລະ 3 ແສນໂຕ ໃນຣະຍະ 3 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.