ຈີນບໍ່ຍອມມ້າງກໍາແພງທີ່ ຕິດ ທາງຫຼວງ

ສິດນີ
2016.12.06
f-wall ກໍາແພງທີ່ ບໍຣິສັດໄຟຟ້າ ນ້ຳອູຈຳກັດ ສ້າງລຽບຕາມ ແຄມທາງຫຼວງ ເລຂທີ 13 ເໜືອ ແຂວງຫຼວງພຣະບາງ
RFA/NY

ກ່ຽວກັບ ກໍຣະນີ ທີ່ ບໍຣິສັດ ໄຟຟ້າ ນ້ຳອູ ໄດ້ສ້າງ ກຳແພງຍາວ 600 ແມັດ ສູງປະມານ 2 ແມັດ ກວມເອົາ ທີ່ດິນເສັ້ນທາງ 13 ເໜືອ ຊຶ່ງເປັນ ທາງຫຼວງ ແຫ່ງຊາດ ຢູ່ເຂດບ້ານ ຄອນຄຳ ເມືອງປາກອູ ແຂວງ ຫຼວງພຣະບາງ ທີ່ ສ້າງໃນປີ 2015 ຈົນເປັນເຫດ ເຮັດໃຫ້ເກີດ ອຸບັດຕິເຫດ ຄົນເສັຽຊີວິດ ຍ້ອນຫຼາຍຄົນ.

ຄວາມຄືບໜ້າ ຫລ້າສຸດ ກໍແມ່ນວ່າ ບໍຣິສັດໄຟຟ້າ ນໍ້າອູ ຍອມເຮັດ ພຽງແຕ່ປ້າຍ ແຈ້ງເຕືອນ ໃຫ້ ຜູ້ຂັບຂີ່ ຜ່ອນຄວາມໄວ ລົງເທົ່ານັ້ນ ເພື່ອ ປ້ອງກັນ ອຸປຕິເຫດ, ແຕ່ ຍັງບໍ່ຍອມ ມ້າງ ກໍາແພງອອກ. ດັ່ງ ຊາວບ້ານຄອນຄໍາ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ເຂົາເຮັດ ເປັນລ໊ອກ ເປັນລ້ອກ ທ່າ ຍ່າງ ລະ ບ້ານຫັ້ນມາ ໜ້ອຍນຶ່ງ ຫົນທາງລົດ ເຂື່ອນຫັ້ນ ແລະ ກະກາຍມາ ໜ້ອຍນຶ່ງ ລະກະແລ້ວ".

ນອກຈາກນີ້ ດິນເຮືອນ ຂອງຊາວບ້ານ ທີ່ຢູ່ຕິດກັບ ກໍາແພງ ນັ້ນ ກໍແຕກແຫງ ແລະ ຍຸບຕົວລົງ ຫລັງຈາກ ທີ່ກຳແພງ ຖືກສ້າງ, ທ່ານກ່າວ ເພີ້ມວ່າ:

"ອັນມໍ່ໆ ອັນນັ້ນດິນ ກະຫລຸບລົງກໍ້ ດິນກະເຈື່ອນ ເດ້ເນາະ ລະຍະ ເຮືອນຜູ້ຢູ່ມໍ່ ເຂົາກະຢ້ານ ໄປຫັ້ນນ່າ ແລະ ເຮືອນມໍ່ ລົງມາອີກ ກະເຫັນແຫງ ລະນ່າ ເຂົາຍັງໂສ ກັນວ່າຜູ້ຢູ່ມໍ່ ກະນອນບໍ່ຫລັບ ເຂົາຂີ້ຢ້ານ".

ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍໄດ້ປະຊຸມ ກັບ ບໍຣິສັດ ໃນເດືອນ ຕຸລາ ທີ່ຜ່ານມາ.ບໍຣິສັດ ເຫັນດີ ຕິດຕັ້ງ ປ້າຍເຕືອນພັຍ ເພື່ອ ໃຫ້ຜູ້ຂັບຂີ່ຮູ້ ຜ່ອນຄວາມໄວ ເພື່ອປ້ອງກັນ ອຸບັດຕິເຫດ, ແຕ່ຖ້າເກີດມີ ອຸບັດຕິເຫດ ແລະ ມີຄົນຂີ່ລົດໄປ ຕໍາ ກໍາແພງອີກ ບໍຣິສັດ ຈະຕ້ອງ ຮັບຜິດຊອບ. ອີງຕາມ ບົດຣາຍງານ ຂອງ ກອງປະຊຸມ.

ເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະ ຂົນສົ່ງແຂວງ ກ່າວຕໍ່ ເອເຊັຽເສຣີ ວ່າ ກໍຣະນີ ທີ່ເກີດຂື້ນ ໃນ ທາງຫຼວງ ແຫ່ງຊາດ ຢູ່ເຂດ ດັ່ງກ່າວ ແມ່ນໜ້າທີ່ ຂອງກົມ ຂົວທາງ ກະຊວງ ໂຍທາທິການ ເປັນຜູ້ ຮັບຜິດຊອບ ສ່ວນວ່າ ຜແນກ ໂຍທາທິການ ແລະ ຂົນສ່ົງ ແຂວງ ແມ່ນ ຮັບຜິດຊອບ ສະເພາະແຕ່ ທາງຫຼວງ ຂອງແຂວງ.

ເພື່ອຄວາມກະຈ່າງແຈ້ງ, ເອເຊັຽເສຣີ ກໍໄດ້ ພຍາຍາມ ຕິດຕໍ່ໄປຫາ ທ່ານ ແພງ ດວງເງິນ ຫົວໜ້າ ກົມຂົວທາງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໃນຖານະ ທີ່ ທ່ານ ເປັນຜູ້ ຮັບຜິດຊອບ ວຽກງານ ດັ່ງກ່າວ ແລະ ຕິດຕໍ່ໄປຫາ ເຈົ້າໜ້າທີ່ ຫ້ອງການ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຫຼາຍຄັ້ງ, ແຕ່ບໍ່ມີ ເຈົ້າຫນ້າທີ່ ຄົນໃດ ຮັບສາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.