ສວນປູກພືດຂອງຈີນສ້າງ ມົລພິດ
2016.06.14
ສວນໝາກໂມ ແລະ ສວນກ້ວຍ ຂອງຈີນ ສ້າງ ມົລພິດ ຕໍ່ ສິ່ງແວດລ້ອມ ຢູ່ແຂວງ ຫຼວງພຣະບາງ ຊຶ່ງ ກໍ່ໃຫ້ເກີດ ບັນຫາ ຕໍ່ ຣະບົບ ແຫຼ່ງນ້ຳ ແລະ ດິນ ຂອງ ປະຊາຊົນ ເມືອງນ້ຳບາກ ແຂວງ ຫຼວງພຣະບາງ ຍ້ອນວ່າ ມີຖົງຢາງ ທີ່ ປົນເປື້ອນ ສານເຄມີ ປະຖິ້ມ ຊະຊາຍ, ແລະ ປຸຍ ສານເຄມີ ທີ່ຕ້ອງຫ້າມ ນັ້ນ ກໍພາກັນ ລັກລອບ ນຳເຂົ້າມາໃຊ້ ໃນ ສວນກ້ວຍ ແລະ ສວນໝາກໂມ. ດັ່ງ ເຈົ້າໜ້າທີ່ ກະສິກັມ ກ່າວວ່າ:
"ແຕ່ຂະເຈົ້າ ບໍ່ຢາກໃຫ້ປູກ ໝາກໂມ ຫລາຍຍ້ອນວ່າ ຂະເຈົ້າຮູ້ວ່າ ເຫັນໄດ້ຊັດເຈນ ວ່າ ຖົງຢາງ ເພາະວ່າ ມັນເປື້ອນເນາະ ຖົງຢາງ ຖ້າ ຂະເຈົ້າ ປູກໝາກໂມ ຫັ້ນ ມັນມີຖົງຢາງ ມີຫຍັງເນາະ ຂະເຈົ້າ ເກັບມ້ຽນ ອະນາມັຍ ຍາກ ເຫັນນ້ຳ ບາງບ່ອນນີ້ ຍັງບໍ່ໄດ້ ອະນາມັຍ ເທື່ອ ຍັງມີຖົງຢາງ ຄ້າງຢູ່ຫຼາຍ".
ການປູກ້ວຍ ແລະ ໝາກໂມ ຂອງຄົນຈີນນີ້ ມີການໃຊ້ ສານເຄມີ ຢູ່ຫຼາຍ ຊຶ່ງສົ່ງຜົນກະທົບ ຕໍ່ດິນ ຂອງ ປະຊາຊົນ. ເຈົ້າໜ້າທີ່ ກ່າວຕື່ມວ່າ ແຕ່ກໍມີຢູ່ ຫຼາຍທີ່ໄດ້ ລັກລອບ ນຳ ສານເຄມີ ເຂົ້າມາໃຊ້:
"ສ່ວນຫຼາຍ ຂະເຈົ້າ ຈະລັກນຳ ເຂົ້າມາ ກະແມ່ນ ນັ້ນແຫຼະ ນຳເຂົ້າມາ ໂດຍທີ່ວ່າ ບໍ່ຜ່ານເມືອງ ຜ່ານແຂວງ ນັ້ນແຫລະ ນຳມາ ກໍເອົາ ມາໃຊ້ເລີຍ ກໍຄືວ່ານັ້ນແຫລະ ແລະ ຄືວ່າ ປະຊາຊົນ ແຈ້ງມາ ພວກເຮົາ ຈຶ່ງຮູ້ຫັ້ນ".
ນັກລົງທຶນ ຈີນ ທີ່ເຂົ້າມາປູກກ້ວຍ ປູກໝາກໂມ ໃນເມືອງນ້ຳບາກ ເຫຼົ່ານີ້ ບໍ່ໄດ້ເຮັດວຽກ ຖືກກົດໝາຍ ສ່ວນຫຼາຍ ຈະເຂົ້າ ໄປລົມກັບ ຊາວບ້ານ ໂດຍກົງ ເພື່ອຂໍເຊົ່າ ດິນ ນຳຊາວບ້ານ. ຖ້າ ເຈົ້າໜ້າທີ່ ກວດພົບ ຈຶ່ງຈະຄ່ອຍ ແລ່ນ ເອກກະສານ ຕາມພາຍຫລັງ ແລະ ບາງ ກໍຣະນີ ນັກລົງທຶນ ຈີນ ກໍຈ້າງ ເຈົ້າຂອງທີ່ດິນ ເຮັດວຽກ ຢູ່ໃນສວນກ້ວຍ ແລະ ສວນໝາກໂມ ເລີຍ ໃນຄ່າຈ້າງ ວັນລະ 50,000 ກີບ ຕໍ່ມື້. ປັດຈຸບັນ ຢູ່ ເມືອງນ້ຳບາກ ມີຊາວຈີນ ມາເຊົ່າທີ່ດິນ ປູກກ້ວຍ 60 ເຮັກຕາ ແລະ ເຊົ່າທີ່ດິນ ປູກໝາກໂມ 40 ເຮັກຕາ.