ໂຮງງານຈີນປ່ອຍຂີ້ເຫຍື້ອລົງນໍ້າ
2015.02.09
ເຈົ້າຫນ້າທີ່ ກ່ຽວຂ້ອງ ທີ່ ແຂວງ ອຸດົມໄຊ ເວົ້າວ່າ ໃນປີ ຜ່ານມາ ໂຮງງານ ຜລິດ ໝາກເດືອຍ ອົບແຫ້ງ ຂອງ ຄົນຈີນ ທີ່ ຕັ້ງຢູ່ ບ້ານ ຫ້ວຍ ແສງຄຳ ເມືອງ ປາກແບງ ແຂວງ ອຸດົມໄຊ ໄດ້ ເຮັດໃຫ້ ສະພາບ ແວດລ້ອມ ໃນ ບໍຣິເວນ ໃກ້ຄຽງ ນັ້ນ ຊຸດໂຊມ ລົງ ເພາະ ໂຮງງານ ໄດ້ຖີ້ມ ກາບ ໝາກເດືອຍ ລົງໃສ່ ລໍານ້ຳ ເຮັດໃຫ້ ນ້ຳ ມີ ກິ່ນເໝັນ ແລະ ມີຜົລ ກະທົບ ຕໍ່ ປະຊາຊົນ ທີ່ ໄປອາບ ນ້ຳ ໃນໜອງ ນັ້ນ ເຮັດໃຫ້ ຂະເຈົ້າ ເກີດຕຸ່ມ ຕາມ ຮ່າງກາຍ. ດັ່ງທ່ານ ກ່າວວ່າ:
"ນ້ຳເສັຽ ມັນມີແຕ່ ກາບ ໝາກເດືອຍ ນີ້ເນາະ, ຖັ່ງອອກມາ ແລ້ວມັນ ຕົກໃສ່ ນ້ຳຫວ້ຍ ມັນຈະເຮັດ ໃຫ້ ປະຊາຊົນ ມີ ຜົລ ກະທົບ ກ່ຽວກັບ ການນຳໃຊ້ ນ້ຳຫັ້ນ ໃຊ້ ອາບນ້ຳ ມັນອອກ ຕຸ່ມ ເນາະ".
ທ່ານວ່າ ຫລັງຈາກ ເກີດເຫດ ດັ່ງກ່າວ ທາງເມືອງ ກໍໄດ້ສົ່ງ ຫນັງສື ໄປຫາ ໂຮງງານ ເພື່ອ ໃຫ້ ຂະເຈົ້າ ແກ້ໄຂ ບັນຫາ ທີ່ ເກີດ ຂຶ້ນ ຫລ້າສຸດ ມີ ຣາຍງານ ວ່າ ຂະເຈົ້າ ໄດ້ສ້າງ ກຳແພງ ກັ້ນ ທາງຫລັງ ໂຮງງານ ແລ້ວ ເພື່ອ ປ້ອງກັນ ບໍ່ໃຫ້ ກາບ ໝາກເດືອຍ ຕົກລົງໄປ ໃນ ໜອງນ້ຳ ອີກ. ສ່ວນ ຜົລ ກະທົບ ທີ່ ເກີດຂຶ້ນ ກັບ ປະຊາຊົນ ທີ່ ຜ່ານມາ ນັ້ນ ທາງ ໂຮງງານ ບໍ່ໄດ້ ຮັບ ຜິດຊອບ ເລີຍ.
ທ່ານກ່າວ ຕໍ່ ໄປວ່າ ຖ້າຍັງມີ ບັນຫາ ເກີດຂຶ້ນ ກັບ ປະຊາຊົນ ອີກໃຫມ່ ທາງການ ກໍ ຈະສັ່ງໃຫ້ ປິດ ໂຮງງານ ແລະ ຖອນ ໃບ ອະນຸຍາດ ຊົ່ວຄາວ ຈົນກວ່າ ຈະມີການ ແກ້ໄຂ ແຕ່ ເວລາ ນີ້ ພົບວ່າ ຜົລ ກະທົບ ໄດ້ ຫລຸດລົງ ແດ່ແລ້ວ ແຕ່ ທາງການ ຍັງ ຕິດຕາມ ເຫດການ ຢູ່. ໂຮງງານ ແຫ່ງນີ້ ໄດ້ເປີດ ມາ ແຕ່ປີ 2009 ເປັນ ການ ລົງທຶນ ຂອງຈີນ.