ໂຮງງານເຄືອແຫມຍິນດີ ແກ້ໄຂ ນໍ້າເສັຽ

ໄຊຍາ
2019.05.29
F-Ivy ໂຮງງານປຸງແຕ່ງເຄືອແຫມ ແຂວງບໍລິຄໍາໄຊ
ຮູບພາບຈາກ : ນັກຂ່າວພົລເມືອງ

ປັດຈຸບັນ ຄນະກັມມະການແຂວງບໍລິຄໍາໄຊ ກໍາລັງແກ້ໄຂບັນຫາ ໂຮງງານເຄືອແຫມ ຂອງຈີນ ທີ່ປ່ອຍນໍ້າເສັຽລົງໃສ່ຫ້ວຍ ຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ແລະເຮັດບົດບັນທຶກເຕືອນ ກັບເຈົ້າໜ້າທີ່ໂຮງງານ ດັ່ງກ່າວ ພາຍຫລັງໄດ້ຮັບຄໍາຮຽກຮ້ອງ ຈາກຊາວບ້ານ ວ່າໄດ້ຮັບ ຜົນກະທົບ ຈາກກິ່ນເໝັນຂອງນໍ້ເສັຽ ທີ່ປ່ອຍລົງນໍ້າຫາດ, ດັ່ງເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ເມືອງບໍລິຄັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ພຶສພາ ນີ້ວ່າ:

"ມີແຕ່ໄດ້ລົງໄປຕິດຕາມກວດກາເບິ່ງແລ້ວນໍ ຂັ້ນແຂວງເພິ່ນກະໄດ້ລົງມາເດ້ ເພິ່ນໄດ້ເຮັດບົດບັນທຶກ ກັບບໍຣິສັດແລ້ວ ແລ້ວເພິ່ນກະສິລົງ ໄປແກ້ໄຂມັນ ເພາະຣາຍລະອຽດກະຄັນສິເວົ້າກະຢູ່ໃນບັນທຶກ ມັນບໍ່ລະອຽດປານໃດ."

ທ່ານເວົ້າວ່າ ໃນເບື້ອງຕົ້ນທາງໂຮງງານຈີນ ຮັບປາກວ່າຈະແກ້ໄຂບັນຫານໍ້າເສັຽ ທີ່ໄຫລອອກຈາກໂຮງງານ ດ້ວຍການຈົກດິນນາຊາວບ້ານ ໃຫ້ເປັນອ່າງເກັບນໍ້າເສັຽຊົ່ວຄາວ ເພື່ອກັນບໍ່ໃຫ້ນໍ້າໄຫຼລົງຫ້ວຍ ຈາກນັ້ນຈະຊອກຫາວິທີເກັບນໍ້າເສັຽໃນໂຮງງານ ໃຫ້ມີປະສິດທິພາບຂຶ້ນ. ສ່ວນນໍ້າເສັຍທີ່ໄຫລລົງຫ້ວຍກ່ອນນັ້ນ ທາງໂຮງງານກໍຈະຫາແນວທາງບໍາບັດນໍ້າ ໃຫ້ມີສະພາບດີຂຶ້ນ.

ກ່ຽວກັບເຣຶ່ອງນີ້ ຊາວບ້ານທ່າສີ ທ່ານນຶ່ງເວົ້າວ່າ ຫລັງຈາກເຈົ້າໜ້າທີ່ ແຂວງແລະເມືອງ ລົງມາເຮັດບົດບັນທຶກ ກັບທາງໂຮງງານນັ້ນແລ້ວ ເຈົ້າຂອງໂຮງງານກໍເຈຣະຈາ ກັບເຈົ້າຂອງນາ ເພື່ອຂໍຈົກດິນນາເປັນອ່າງນໍ້າ ແລະຮັບປາກວ່າ ຈະໃຫ້ຄ່າຊົດເຊີຍແບບສົມເຫດສົມຜົນ ແລະ ຈະຟື້ນຟູບ່ອນນັ້ນ ໃຫ້ມີສະພາບຄືເກົ່າ ຫລັງຈາກທາງໂຮງງານ ສ້າງອ່າງເກັບນໍ້າແບບຖາວອນແລ້ວ ດັ່ງທີ່ທ່ານກ່າວວ່າ:

"ສິຈົກຂຸມຫັ້ນຕື່ມແລ້ວ ແລ້ວສິດູດນໍ້າຂຶ້ນມາ ແລ້ວສິເອົາເສດແຫມຫັ້ນລົງໄປແຊ່ໄວ້ ບໍ່ໃຫ້ມັນລົ້ນອອກ ກະໄດ້ໄປລົມກັບພວກເຈົ້າຂອງດິນຫັ້ນ ເຈົ້າຂອງດິນຕົກລົງແລ້ວ ກະຕ້ອງໄດ້ຊົດເຊີຍລາວເວົ້າເຣຶ່ອງຈົກນີ້ນໍ."

ຕາມຂໍ້ມູນຈາກຊາວບ້ານ ໂຮງງານດັ່ງກ່າວໄດ້ປ່ອຍນໍ້າເສັຽລົງຫ້ວຍ ມາໄດ້ 4 ປີ ແລ້ວ ແຕ່ທາງພາກສ່ວນທີ່ກ່ຽວຂ້ອງ ຂອງທາງການ ບໍ່ເຄີຍມາແກ້ໄຂບັນຫານີ້ຢ່າງຈິງຈັງ ເຮັດໃຫ້ນໍ້າໃນຫ້ວຍເນົ່າເໝັນ ໄປໄກເຖິງ 5 ກິໂລແມັດ ແລະປະຊາຊົນບໍ່ສາມາດໃຊ້ນໍ້າ ແລະຫາປາ ໃນຫ້ວຍນັ້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.