ໂຮງງານແປ້ງມັນຕົ້ນແກ້ໄຂ ນໍ້າເສັຽ

ຈໍາປາທອງ
2016.10.06
F-casava ໂຮງງານມັນຕົ້ນ ຂອງຈີນ ບ້ານໂພນສຳພັນ ເມືອງລອງ ແຂວງຫລວງນໍ້າທາ
RFA

ໂຮງງານ ແປ້ງມັນຕົ້ນ ຂອງຈີນ ໃນແຂວງ ຫຼວງນໍ້າທາ ເລີ່ມລົງມື ສ້າງອ່າງ ເກັບນໍ້າເສັຽ ເພີ່ມອີກ ແຕ່ທ້າຍເດືອນ ກັນຍາ 2016 ເປັນຕົ້ນມາ ໂຮງງານ ປຸງແຕ່ງ ແປ້ງມັນຕົ້ນ ສໍາເຣັດຮູບ ຊຶ່ງ ເປັນໂຮງງານ ຈູເບົາແຍນ ຂອງຈີນ ຢູ່ເມືອງລອງ ແຂວງ ຫຼວງນໍ້າທາ ໄດ້ລົງມື ກໍ່ສ້າງອ່າງ ເກັບນໍ້າເສັຽ ເພີ່ມອີກ 4 ອ່າງ ຕາມທີ່ທາງການ ແຂວງຫຼວງນໍ້າທາ ໄດ້ສັ່ງໃຫ້ເຮັດ ເມື່ອ ເດືອນທີ່ແລ້ວ ເພື່ອປ້ອງກັນ ບໍ່ໃຫ້ເກີດ ບັນຫາ ນໍ້າເສັຽລົ້ນອ່າງ ແລ້ວໄຫລ ລົງສູ່ຫ້ວຍ ອີກ, ດັ່ງ ເຈົ້າໜ້າທີ່ ຫ້ອງການ ອຸດສາຫະກັມ ແລະ ການຄ້າ ເມືອງລອງ ກ່າວຕໍ່ RFA ໃນວັນທີ 5 ຕຸລານີ້ວ່າ:

"ເລີ່ມດູດ ເລີ່ມຈົກ ອ່າງນໍ້າຫັ້ນ ພາຍຫລັງ ທີ່ວ່າເຮົາ ໄດ້ເອີ້ນຜູ້ກ່ຽວ ມາແກ້ ບັນຫານີ້ ກະມອບໃຫ້ ຜູ້ກ່ຽວຫັ້ນ ອອກແບບ ອ່າງບໍາບັດ ປັບປຸງ ສິ່ງແວດລ້ອມ ນີ້ ອ່າງບໍາບັດຫັ້ນ ຈາກ 4 ອ່າງ ມາເປັນ 8 ອ່າງ ແລະກໍເອົາ ສິ່ງເສດເຫລືອ ເກົ່າຫັ້ນ ອອກໝົດ ແລ້ວ ຈຶ່ງໃຫ້ ເປີດ ເນາະ".

ທ່ານກ່າວຕື່ມວ່າ ສໍາລັບ ການກໍ່ສ້າງ ອ່າງເກັບນໍ້າເສັຽ ນັ້ນ ເຈົ້າຂອງ ໂຮງງານຮັບ ປາກວ່າ ຈະເຮັດໃຫ້ ສໍາເຣັດ ໃນເດືອນ ຕຸລາ ນີ້ ຫລືບໍ່ໃຫ້ ກາຍເດືອນ ທັນວາ ຂຶ້ນຢູ່ກັບ ສະພາບ ດິນຟ້າ ອາກາດ ຈະອໍານວຍ. ຢ່າງໃດກໍຕາມ ທາງແຂວງ ຫຼວງນໍ້າທາ ກໍໄດ້ ມອບໝາຍ ໃຫ້ເຈົ້າໜ້າທີ່ ຂແນງ ສິ່ງແວດລ້ອມ ຮວມທັງ ເຈົ້າໜ້າທີ່ ໂຍທາ ແຂວງ ຕິດຕາມ ວຽກງານ ກໍ່ສ້າງນັ້ນ ຢ່າງໃກ້ຊິດ ເພື່ອ ຮັບປະກັນ ມາຕຖານ ບໍ່ດັ່ງນັ້ນ ຈະບໍ່ໃຫ້ເປີດ ໂຮງງານ ຄືນ ຢ່າງເດັດຂາດ.

ທ່ານກ່າວຕື່ມອີກວ່າ ໂຮງງານແປ້ງມັນຕົ້ນ ຂອງຈີນ ແຫ່ງນີ້ ມີຄວາມສໍາຄັນ ຫຼາຍ ຕໍ່ຊາວສວນ ປູກມັນຕົ້ນ ເພາະ ທີ່ຜ່ານມາ ຂະເຈົ້າ ຮັບຊື້ມັນຕົ້ນ ໃນຣາຄາ 8 ແສນກີບ ຕໍ່ຕັນ ຊຶ່ງ ເປັນຣາຄາ ສູງກວ່າ ເອົາມັນຕົ້ນ ໄປຂາຍ ໃຫ້ ພໍ່ຄ້າຈີນ ຕາມແນວ ຊາຍແດນ ເມືອງສິງ. ດັ່ງນັ້ນ ທາງເມືອງລອງ ຈຶ່ງບໍ່ຢາກໃຫ້ ໂຮງງານນີ້ ປິດ. ແຕ່ຫາກຂະເຈົ້າ ບໍ່ ປະຕິບັດ ຕາມຣະບຽບ ກໍອາຈຕ້ອງ ຫານັກລົງທຶນ ໃໝ່ ມາເຮັດ ໂຮງງານ ແປ້ງມັນຕົ້ນ ແທນ.

ເມື່ອທ້າຍເດືອນ ທີ່ແລ້ວ ເຈົ້າໜ້າທີ່ ຂແນງ ສິ່ງແວດລ້ອມ ແຂວງ ຫລວງນໍ້າທາ ພ້ອມກັບ ອໍານາດ ການປົກຄອງ ເມືອງລອງ ໄດ້ ໄປກວດກາ ແລະ ຕັກເຕືອນ ເຈົ້າຂອງ ໂຮງງານ ດັ່ງກ່າວ ພ້ອມກັບ ປັບໃໝ ຈໍານວນນຶ່ງ. ແຕ່ ເຈົ້າໜ້າທີ່ ບໍ່ບອກ ຣາຍລະອຽດ ວ່າໄດ້ ໂອ້ລົມກັນ ເຣຶ່ອງໃດແດ່ ແລະ ທາງໂຮງງານ ໄດ້ຈ່າຍຄ່າ ປັບໃໝນັ້ນ ເທົ່າໃດ ກັນແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.