ສວນປູກກ້ວຍຂອງຈີນ ຍັງໃຊ້ ເຄມີ ອັນຕະລາຍ

ສິດນີ
2017.11.28
F-banana-VT ການລົງທຶນປູກກ້ວຍ ຂອງຈີນ ໃນ ສປປລາວ
Screen captured from: Julie Baker / Banana farm, LuangPrabang, Laos

ປັດຈຸບັນ ສວນປູກກ້ວຍຈີນ ຫລາຍແຫ່ງໃນແຂວງວຽງຈັນ ຍັງໃຊ້ສານເຄມີ ທີ່ເປັນອັນຕະຣາຍ ຕໍ່ສຸຂພາບຫລາຍຢູ່ ເປັນຕົ້ນທີ່ເມືອງຫີນເຫີບ ເຖິງແມ່ນວ່າ ທາງການລາວ ຈະສັ່ງຫ້າມໃຊ້ສານເຄມີ ດັ່ງກ່າວ ຢ່າງເດັດຂາດ ແລ້ວກໍຕາມ. ເຈົ້າຫນ້າທີ່ເມືອງ ໄດ້ປະສານໄປຫາ ຂັ້ນແຂວງ ໃຫ້ລົງພື້ນທີ່ແກ້ໄຂບັນຫາ ດັ່ງກ່າວວ່າງຫລັງໆມານີ້. ດັ່ງເຈ້າຫນ້າທີ່ ຫ້ອງການກະສິກັມ ແລະປ່າໄມ້ ເມືອງຫີນເຫີບ ກ່າວໃນມື້ວັນທີ 28 ພຶສຈິກາ ນີ້ວ່າ:

"ແຂວງເພິ່ນສິແຕ່ງຄນະກັມມາທິການ ສົມທົບກັບທາງເມືອງເຮົາ ເພື່ອລົງຄຸ້ມຄອງສະກັດກັ້ນ ຕາມຣະບຽບຫຼັກການຫັ້ນແຫຼະ ສວນກ້ວຍຈີນ ຫັ້ນ ຈຳນວນນຶ່ງກະແມ່ນຂະເຈົ້າ ບໍ່ເຮັດຕາມຣະບຽບຫລັກການ ເພາະເຣື້ອງສານເຄມີນີ້ ຄັນວ່າຂະເຈົ້າ ສິໃຊ້ເກີນຄ່າ ອັນນັ້ນເນາະ ເຮົາບໍ່ມີ ເຄື່ອງວັດແທກ."

ທ່ານກ່າວຕື່ມວ່າ ສວນກ້ວຍຈີນຢູ່ເມືອງຫີນເຫີບໃນປັດຈຸບັນມີຢູ່ປະມານ 300 ປາຍເຮັກຕາ ໃນນັ້ນຮ່ວມດ້ວຍສວນກ້ວຍລົງທຶນ ຈາກຣັດເຊັຍ 1 ແຫ່ງ ສ່ວນເຫລືອແມ່ນນັກລົງທຶນຈີນ ທີ່ເຂົ້າມາເຊົ່າດິນຊາວບ້ານ ໂດຍບໍ່ໄດ້ຜ່ານທາງການ.

ສວນກ້ວຍຈີນໃນເມືອງຫີນເຫີບ ສ່ວນໃຫຍ່ ມີສັນຍາສຳປະທານຣະຫວ່າງ 1-2 ປີ ຫລັງຈາກນັ້ນ ກໍຈະຖືກລົບລ້າງ. ສຳລັບ ສວນກ້ວຍຈີນ ຢູ່ເມືອງວັງວຽງ ໃນປັດຈຸບັນ ກໍຍັງປູກກ້ວຍ ຕາມປົກກກະຕິຢູ່ ແຕ່ບໍ່ໄດ້ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ຄືແຕ່ກອ່ນ ຍ້ອນທາງການໄດ້ ເຂັ້ມງວດ ຫລາຍຂື້ນ ສວນກ້ວຍແຫ່ງນີ້ ສ່ວນໃຫຍ່ຈະຫມົດສັນຍາ ໃນປີຫນ້າ, ດັ່ງເຈົ້າຫນ້າທີ່ກະສິກັມ ແລະປ່າໄມ້ ເມືອງວັງວຽງກ່າວ ໃນຕອນນື່ງວ່າ:

"ສາມບໍຣິສັດປູກຢູ່ວັງວຽງນີ້ ມັນມີຢູ່ 177 ເຮັກຕາ ຍັງບໍ່ທັນໄດ້ເກັບກູ້ຈັກສວນນະ ກ້ວຍກຳລັງເລີ້ມອອກຫມາກ ເດືອນສີ່ເດືອນຫ້ານີ້ແຫລະ ເລີ້ມເກັບກ່ຽວ ສັນຍາເພິ່ນນີ້ມັນຫ້າປີ ແຕ່ວ່າເພິ່ນກະຍັງອີກປີນຶ່ງ ສ່ວນຫລາຍ ເຂົາກໍບໍ່ໄດ້ໃຊ້ແລ້ວ ຢາຂ້າຫຍ້າ ຫັ້ນນ່າ."

ໃນມື້ວັນທີ 22 ພຶສຈິກາ ຜ່ານມາ ແຂວງຫລວງນ້ຳທາ ໄດ້ເປີດກອງປະຊຸມ ປືກສາຫາລື ກັນກ່ຽວກັບມາຕການ ຈັດຕັ້ງປະຕິບັດ ໃນການ ຜລິດກ້ວຍສົ່ງໄປຈີນ ໂດຍມີເຈົ້າຫນ້າທີ່ ຈາກແຂວງຢູນານຂອງຈີນ ຮ່ວມດ້ວຍ ຜູ້ປະກອບການສວນກ້ວຍ ຈາກ ແຂວງຫລວງນ້ຳທາ ອຸດົມໄຊ ແລະ ບໍ່ແກ້ວ ເຂົ້າຮ່ວມ. ກອງປະຊຸມນີ້ ໄດ້ຫາລືກ່ຽວກັບ ຄວາມປອດພັຍ ໃນການສົ່ງກ້ວຍໄປຈີນ ຊຶ່ງທີ່ຜ່ານມາຍັງພົບເຫັນ ສານເຄມີຕົກຄ້າງຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.