ຈີນບໍ່ຢາກເຊົາປູກກວຍ ຢູ່ລາວ
ນັກລົງທຶນຈີນ ທີ່ເປັນເຈົ້າຂອງ ສວນປູກກ້ວຍ ບໍ່ພໍໃຈ ຕໍ່ຄໍາສັ່ງຫ້າມ ການປູກກ້ວຍ ຂອງ ຣັຖບານລາວ
-
ໄມຊູລີ
2017-05-16 -
-
-
Your browser doesn’t support HTML5 audio
ເຈົ້າຂອງສວນປູກກ້ວຍ ຊາວຈີນ ບໍ່ພໍໃຈ ທີ່ ຣັຖບານລາວ ສັ່ງໃຫ້ຍົກເລີກ ການປູກກ້ວຍຢູ່ສປປລາວ ຕໍ່ໄປອີກຫຼັງຈາກ ທີ່ໝົດ ຂໍ້ສັນຍາ. ບໍຣິສັດ ປູກສວນກ້ວຍ ຊາວຈີນອ້າງວ່າ ການທີ່ ຄົນງານລາວ ໄດ້ຮ້ອງທຸກ ວ່າພວກເຂົາເຈົ້າ ເຈັບປ່ວຍ ພຍາດຕ່າງໆ ຍ້ອນການໃຊ້ ສາຣເຄມີ ນັ້ນແມ່ນສິ່ງ ທີ່ຈຳເປັນ ເພາະໃຊ້ ເພື່ອເລັ່ງໃຫ້ ກ້ວຍໃຫຍ່ໄວ ແລະໄດ້ຜົນ.
ທ່ານ Wu Yaqiang ຜູ້ຄວບຄຸມສວນກ້ວຍ ຂອງບໍຣິສັດປູກກ້ວຍ Jiangong Agriculture ກ່າວວ່າ ຖ້າປູກພືຊແນວໃດແນວນຶ່ງ ກໍຈໍາ ເປັນຕ້ອງໃສ່ປຸ໋ຍ ຫລືຢາຂ້າແມງໄມ້ ເພື່ອຄວາມງອກງາມຂອງພືຊ ແລະວ່າ ໃຫ້ ທົບທວນເອົາ ຖ້າບໍຣິສັດຈີນ ບໍ່ມາລົງທຶນ ເຮັດສວນກ້ວຍ ຢູລາວ ພື້ນທີ່ທັງໝົດ ກໍຄົງຈະຍັງເປັນ ປ່າດົງທຶບໜາ ບໍ່ມີການພັທນາ ຄືປັຈຈຸບັນນີ້.
ທ່ານ Geng Shuang ໂຄສົກກະຊວງການ ຕ່າງປະເທດຈີນ ກ່າວວ່າ ຕາມຫລັກການແລ້ວ ທາງການຈີນ ໄດ້ແຈ້ງໃຫ້ທຸກໆ ບໍຣິສັດ ຂອງຈີນ ທີ່ໄປລົງທຶນ ຢູ່ຕ່າງປະເທດ ຕ້ອງປະຕິບັດ ຕາມກົດໝາຍ ຂອງປະເທດນັ້ນໆ ຢ່າງຖືກຕ້ອງ ແລະຮັກສາ ສະພາບແວດລ້ອມ ແລະຄຸນນະພາບ ຂອງດິນ ນຳດ້ວຍ.
ຢ່າງໃດກໍຕາມ ນັກລົງທຶນຊາວຈີນ ໄດ້ເຣີ້ມ ສຳປະທານ ທີ່ດິນ ເພື່ອໂຄງການປູກສວນກ້ວຍ ໃນເຂດພາກເໜືອ ຂອງລາວ ແຕ່ປີ 2010 ເປັນຕົ້ນມາ ໂດຍສະເພາະ ໃນແຂວງບໍ່ແກ້ວ ໃນແຕ່ລະປີ ສວນກ້ວຍທີ່ ເກັບໄດ້ທັງໝົດ ແມ່ນກັບໄປຂາຍຢູ່ ປະເທດຈີນ.