ຂີ້ເຫຍື້ອສວນກ້ວຍ ຂອງຈີນ ກະທົບ ຊາວບ້ານ
2019.12.10
ສວນກ້ວຍຂອງຈີນ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ຫຼາຍແຫ່ງ ພາຍຫຼັງ ທີ່ເກັບກ່ຽວເອົາໝາກກ້ວຍ ໄປຂາຍແລ້ວ ກໍໄດ້ຖີ້ມເສດຂີ້ເຫຍື້ອ ຊະຊາຍຢູ່ເຂດນອກໂຕເມືອງ ເຊັ່ນເຂດຫຼັກ 6 ເຂດຊັງແງ ເຂດພູເກືອ ແລະພູເອືອດ. ເສດຂີ້ເຫຍື້ອມີທັງຖົງຢາງ ຖົງໃສ່ ສານເຄມີຖົງປຸຍ ພ້ອມກັນນີ້ ເຈົ້າຂອງສວນກ້ວຍຈີນ ຍັງກຳຈັດຂີິເຫຍື້ອ ດ້ວຍການຈູດ ເຊິ່ງມັນສົ່ງກິ່ນຂີວ ຕໍ່ກັບປະຊາຊົນ ທີ່ຢູ່ເຂດໃກ້ຄຽງ, ດັ່ງປະຊາຊົນ ເມືອງນາໝໍ້ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 10 ທັນວາ ວ່າ:
"ສ່ວນຫຼາຍຈີນ ຈະມາເຮັດສວນກ້ວຍຫັ້ນ ເປັນຈຳນວນຫຼວງຫຼາຍ ເລີຍຫັ້ັນນ່າ ຂະເຈົ້າເຮັດສຳເຣັດເກັບກ່ຽວແລ້ວໆ, ກໍໄປແລ້ວກໍແມ່ນຖີ້ມ ຢູ່ຫັ້ນເລີຍ ອອກຈາກໂຕເມືອງໄປຫນ້ອຍນຶ່ງ ກໍແມ່ນໝົດແລ້ວຫັ້ນນ່າ ແຖວຫຼັກ 6 ແຖວເຂດຊັງແງແຖວພູເກືອ ພູເອືອດ ໄປແມ່ນໝົດ."
ທ່ານໄດ້ກ່າວຕື່ມວ່ານອກຈາກປະຊາຊົນ ໄດ້ຮັບຜົລກະທົບ ຈາກການຈູດຖົງຢາງ ຖົງສານເຄມີ ແລະ ຖົງປຸຍແລ້ວ ຍັງເຮັດໃຫ້ພູ ໃນເຂດ ດັ່ງກ່າວເປື້ອນເປິ ບໍ່ເປັນຕາເບິ່ງຍ້ອນກອງຂີ້ເຫຍື້ອ ຂອງສວນກ້ວຍຈີນ.
ສ່ວນປະຊາຊົນອີກທ່ານນຶ່ງ ໄດ້ກ່າວວ່າການຖິ້ມຂີ້ເຫຍື້ອ ຂອງສວນກ້ວຍຈີນ ນັ້ນຖິ້ມແບບຊະຊາຍ ໂດຍບໍ່ມີໃຜໄປກວດກາ.
"ເຂົາເຈົ້າຖິ້ມຊະຊາຍຫັ້ນນ່າ ຢາກຖິ້ມຈັ່ງໃດ ກາຖິ້ມຕາມໃຈຫັ້ນນ່າ ບໍ່ມີຜູ້ຄວບຄຸມຫັ້ນນ່າ ຖິ້ມແບບບໍ່ມີຜູ້ໃດເບິ່ງເດ້ ຢາກຖິ້ມແນວໃດ ກໍຖິ້ມໄປບໍ່ມີໃຜ ໄປເບິ່ງບໍ່ມີໃຜໄປຈູດ ບໍ່ມີໃຜໄປບົວຣະບັດ ຮັກສາຊ່ອຍກັນເດ້."
ໃນຂນະທີ່ ວິຊາການດ້ານສິ່ງແວດລ້້ອມ ແລະ ເກັບກຳຂໍ້ມູນກ່ຽວກັບ ສວນກ້ວຍຢູ່ພາກເໜືອ ເມື່ອບໍ່ດົນມານີ້ໄດ້ໃຫ້ຄວາມເຫັນ ຢືນຢັນກັບ ນັກຂ່າວ ເອເຊັຽເສຣີ ວ່າ:
"ເສັ້ນທາງນາໝໍ້ ແຂວງອຸດົມໄຊ ເຣື່ອງຖົງຢາງພຣາສຕິກ ສິ່ງປະຕິກູນ ທີ່ມັນເກີດຂຶ້ນ ຈາການເຮັດສວນກ້ວຍ ເຂົາເອົາຖົງຢາງ ຖົງຢາງສີຟ້າ ນ່າເອົາໄປຖີ້ມຢູ່ຕາມພູ ຕາມແນວເຂົາບັກຫຼາຍໆ ມັນເຮັດໃຫ້ອັນນ່າ."
ບັນຫາສິ່ງແວດລ້ອມ ກໍຄືເຂົາບໍ່ຮູ້ວິທີການ ຈັດການກັບຖົງນັ້ນຈູດເທື່ອ ລະຫນ້ອຍ ຈູດທີ່ລະຫນ້ອຍ.