ມ.ບໍລິຄັນ ສວນກ້ວຍຈີນ ສົ່ງກິ່ນ
2019.12.12

ສວນກ້ວຍບໍຣິສັດ VS ຂອງຈີນຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ ທີ່ຣັຖບານລາວ ອະນຸມັດໃຫ້ປູກກ້ວຍຢູ່ບ້ານຫາດຍື້ນ ແລະບ້ານທ່າເຮືອ ເມື່ອເດືອນມິນາ ທີ່ຜ່ານມາ ເລິ່ມສົ່ງຜົນກະທົບ ຕໍ່ປະຊາຊົນ 2 ບ້ານ ນັ້ນແລ້ວ ຫລັງຈາກເຈົ້າຂອງສວນກ້ວຍ ໄດ້ໃຊ້ ຝຸ່ນຄອກ ທີ່ສົ່ງກິ່ນ ເໝັນຮຸນແຮງ ອອກມາ. ອີງຕາມຄຳເວົ້າຂອງ ຊາວບ້ານໃນເຂດດັ່ງກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ທັນວາ ນີ້:
"ເຂດເຮົານີ້ ປະຊາຊົນກໍຜົນກະທົບກໍມີ ສິສົ່ງກິ່ນເໝັນນະ ສວນກ້ວຍ ເປັນຍ້ອນປຸ໋ຍ, ປຸ໋ຍຂະເຈົ້າເອົາມາໃຊ້ນີ້ກໍເປັນປຸ໋ຍມູນສັດ ຫຼາຍຕໍ່ຫຼາຍ ມັນປະປົນສົ່ງກິ່ນເໝັນນະ ມັນກໍສົ່ງຜົນນໍ ນ້ຳເປື້ອນໄຫລລົງມາ ນ້ຳຊາວ ນ້ຳງຽບ ເຂົາຂຸດເອົາສະນ້ຳນີ້ຂຶ້ນໄປຫົດ ແລ້ວມັນໄຫລກັບຄືນມາ ຄືເກົ່າຫັ້ນນະ ມັນທຳໃຫ້ນ້ຳຂຸ່ນ ຍາມນີ້ທຳມະດາ ມັນນ້ຳມັນໃສ."
ທ່ານກ່າວຕື່ມວ່າ ນອກຈາກບັນຫາ ກິ່ນເໝັນ ທີ່ເຮັດໃຫ້ປະຊາຊົນເດືອດຮ້ອນ ແລ້ວສວນກ້ວຍຈີນ ທີ່ຢູ່ຕິດກັບຫ້ວຍບ້ານຫາດຍື້ນ ແລະ ບ້ານທ່າເຮືອ ທີ່ເປັນສາຂາຂອງນ້ຳຊາວ ແລະນ້ຳງຽບນັ້ນ ກໍເຮັດໃຫ້ນ້ຳເປື້ອນ ຍ້ອນຝຸ່ນຄອກໄຫລລົງໃສ່ ແລະຂີ້ເຫຍື້ອ ຈາກສວນກ້ວຍ. ທາງສວນກ້ວຍດູດນ້ຳຈາກນ້ຳຊາວ ແລະນ້ຳງຽບ ຂຶ້ນໃສ່ສວນ ແລ້ວປ່ອຍນ້ຳເສັຍລົງມາໃສ່ຫ້ວຍ.
ກ່ຽວກັບບັນຫາ ທີ່ວ່ານີ້ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງບໍລິຄຳໄຊ ຊຶ່ງມີໜ້າທີ່ຕິດຕາມກວດກາ ສວນກ້ວຍແຫ່ງນີ້ ເວົ້າວ່າ ບັນຫາຕ່າງໆ ທັງນ້ຳເປື້ອນ, ກິ່ນເໝັນ, ຂີ້ເຫຍື້ອ ແລະການໃຊ້ສານເຄມີ ໃນສວນກ້ວຍນັ້ນ ທາງການກຳລັງໃຫ້ ເຈົ້າຂອງສວນກ້ວຍແກ້ໄຂ, ດັ່ງທີ່ທ່ານກ່າວວ່າ:
"ກວດສອບຫັ້ນ ເຈົ້າໜ້າທີ່ໄທເຮົາ ໜ່ວຍສະເພາະກິດ ກໍໄດ້ຕາມຂະເຈົ້າຢູ່ ໄດ້ເວົ້າກັນຫລາຍເທື່ອແລ້ວ ດຽວນີ້ໄທເຮົາກໍຍັງແນະນຳໃຫ້ ປະຊາຊົນວ່າ ຍັງຢູ່ໃນການຄວບຄຸມໄດ້ ດຽວນີ້ຍັງຄວບຄຸມກັນໄດ້ດີຢູ່ ນ້ຳເປື້ອນບໍ່ທັນມີບັນຫາ ບໍ່ທັນຫລາຍ."
ທ່ານເວົ້າວ່າ ປັດຈຸບັນ ຊາວບ້ານທີ່ຢູ່ໃນເຂດທີ່ທາງຣັຖບານ ອະນຸມັດໃຫ້ບໍລິສັດ VS ຂອງຈີນສຳປະທານປູກກ້ວຍນັ້ນ ໄດ້ຮຽກຮ້ອງ ຫລາຍເຣຶ່ອງ ໃຫ້ທາງການຊ່ອຍ ແກ້ໄຂ, ແຕ່ອັນຫລັກໆກໍແມ່ນເຣຶ່ອງການໃຊ້ສານເຄມີ ໃນສວນກ້ວຍ ແລະບັນຫາຕ່າງໆ ທີ່ວ່ານັ້ນ ຊຶ່ງກໍອາດຈະຕ້ອງໃຊ້ເວລາໜ້ອຍນຶ່ງ.
ສວນກ້ວຍບໍຣິສັດ VS ຂອງຈີນຢູ່ເມືອງບໍລິຄັນ ເປັນທຸຣະກິດຫຸ້ນສ່ວນ ຂອງນັກລົງທຶນຈີນແລະລາວ ໄດ້ຮັບການອະນຸມັດ ຈາກຣັຖບານ ສປປລາວ ໃນການບຸກເບີກເນື້ອທີ່ 400 ປາຍເຮັກຕາ ເພື່ອປູກກ້ວຍໃໝ່ ເມື່ອເດືອນມິນາ ຜ່ານມາ ຍ້ອນວ່າທາງບໍຣິສັດນີ້ ຮັບປະກັນວ່າ ຈະເຮັດຕາມຂັ້ນຕອນກະສິກັມສະອາດ. ແຕ່ເມື່ອປູກກ້ວຍ ມາໄດ້ພຽງ 8 ເດືອນ ກໍສົ່ງຜົນກະທົບ ອັນບໍ່ດີຕໍ່ປະຊາຊົນ ຫລາຍແລ້ວ.