ຈີນອັດປະຕູເຂື່ອນ ນໍ້າຂອງຂອດພື້ນ


2013.03.26
f-jinghong ເຂື່ອນຈີ່ງຫົງ ໃນນໍ້າຂອງ ປະເທດຈີນ
photos:probeinternationa

ຣະດັບນ້ຳ ໃນ ແມ່ນ້ຳຂອງ ຫລຸດລົງ ຢ່າງວ່ອງໄວ ຫລັງຈາກ ຈີນ ປິດ ປະຕູ ເຂື່ອນ ຈິ່ງຫົງ.

ທາງການຈີນ ໄດ້ປິດ ປະຕູ ຣະບາຍນ້ຳ ເຂື່ອນ ຈີ່ງຫົງ ເພື່ອຊອ້ມແປງ ເຄື່ອງຜລິດ ໄຟຟ້າ ເຮັດໃຫ້ ນ້ຳ ໃນ ແມ່ນ້ຳຂອງ ຫລຸດລົງ ຢ່າງວອງໄວ ຈົນເຮືອ ຂົນສົ່ງສິນຄ້າ ທັງໃຫຍ່ ແລະນ້ອຍ ຈອດທຽບຝັ່ງ ກັນຫມົດ ບໍ່ສາມາດ ສົ່ງສິນ ຄ້າໄດ້.

ຣາຍງານ ຈາກ ແຂວງຊຽງຮາຍ ປະເທດໄທ ແຈ້ງວ່າ ຣະດັບນ້ຳ ໃນ ແມ່ນ້ຳຂອງ ເຂດ ເມືອງຊຽງແສນ ແຫ້ງລົງ ຈາກ ຊ່ວງກາງເດືອນ ທີ່ຜ່ານມາ ເກາະແກ້ງ ແລະ ຫາດຊາຍ ກໍໂພ້ນຂຶ້ນ ມາຫລາຍຈຸດ ເຮືອສິນຄ້າ ບໍ່ວ່າໃຫຍ່ ແລະ ນ້ອຍ ບໍ່ສາມາດ ແລ່ນຜ່ານ ໄປມາ ໄດ້ ແມ້ແຕ່ເຮືອ ສິນຄ້າ ຝັ່ງລາວ ທີ່ຂົນສິນຄ້າ ໄດ້ປະມານ 50-80 ຕັນ ກໍ່ຍັງບໍ່ ສາມາດ ບໍຣິການ ໄດ້ ຈອດລຽນກັນ ຢູ່ເຂດ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຂອງລາວ ແລະ ເຮືອສິນຄ້າ ຈີນ ແລະ ໄທ ຫລາຍລຳ ກໍຈອດ ຢູ່ທີ່ທ່າ ເມືອງຊຽງແສນ.

ນາຍ ອໍຣະພັນ ຣັງສີ ປະທານ ທີ່ປຶກສາ ກຸ່ມປະກອບ ການ ຄ້າຊາຍແດນ ເຂດ ເມືອງຊຽງແສນ ຂອງໄທ ກ່າວວ່າ ໃນຊ່ວງຕົ້ນປີ ທີ່ຜ່ານມາ ຣະດັບນ້ຳ ໃນແມ່ນ້ຳຂອງ ເລີກກວ່າ 2 ແມັດ 30 ຊັງຕີແມັດ ຍັງຖືວ່າ ສາມາດ ຂົນສົ່ງ ສິນຄ້າ ໄດ້ ເຮັດໃຫ້ ເຮືອສິນຄ້າ ຫລາຍ ລຳ ສາມາດ ບໍຣິການ ຂົນສົ່ງສິນຄ້າໄດ້.

ເລີ້ມແຕ່ວັນທີ 19 ມີນາ ຜ່ານມາ ທາງການຈີນ ໄດ້ຢຸດປ່ອຍນ້ຳ ຈາກ ເຂື່ອນ ຈີ່ງຫົງ ເຂດ ສີບສອງ ປັນນາ ມົນທົນ ຢູນານ ເຮັດໃຫ້ມື້ ຕໍ່ມາຄື ວັນທີ 20 ມີນາ ຣະດັບ ນ້ຳຂອງ ໄດ້ຫລຸດລົງ ຢ່າງ ກະທັນຫັນ ຄືຍັງເຫລືອ ຢູ່ປະມານ 2 ແມັດ 3 ຊັງຕີ ແມັດ ແລະ ໃນວັນທີ 21 ມີນາ ກໍຫລຸດລົງອີກ ເຫລືອພຽງແຕ່ 1 ແມັດ 86 ຊັງຕີ ແມັດ ຫລຸດລົງເລື້ອຍໆ ໃນມື້ຕໍ່ມາ ຍັງເຫລືອແຕ່ 1 ແມັດ 53 ຊັງຕີແມດ ເຮັດໃຫ້ ເຮືອສິນຄ້າ ບໍ່ສາມາດ ແລ່ນ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.