ປຸຍເຄມີໃຊ້ເກີນກໍານົດຢູ່ ລາວ
2016.05.05
ຊາວສວນ ປູກສາລີ ຢູ່ເມືອງຄຳ ແຂວງຊຽງຂວາງ ເປັນຕົ້ນ ຢູ່ເຂດພູດອຍ ໃຊ້ ສານເຄມີ ຂ້າຫຍ້າຫຼາຍ. ເຈົ້າໜ້າທີ່ ກະສິກັມ ເມືອງຄຳ ເວົ້າເຖິງເຣຶ່ອງ ການໃຊ້ ສານເຄມີ ຢູ່ໃນ ສວນສາລີ ຂອງ ປະຊາຊົນ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 4 ພຶສພາ 2016 ນີ້ວ່າ:
"ໃຊ້ຢູ່ເຂດພູດອຍ ພື້ນທີ່ຮາບພຽງ ເຂົາເຈົ້າ ກໍບໍ່ໄດ້ໄຖ ຣັດໄຖລະກໍບໍ່ໃສ່ ສານ ເຄມີ ຫຼາຍ ອັນຢູ່ພູດອບ ລະແມ່ນ ຣົດໄຖ ບໍ່ໄດ້ ໃສ່ສານ ເຄມີ ຂ້າຫຍ້າ ກໍຂ້ອນຂ້າງ ມັກຫຼາຍ ຢູ່ໃນປັດຈຸບັນນີ້".
ສານເຄມີ ທີ່ຊາວສວນສາລີ ໃຊ້ຂ້າຫຍ້າ ແມ່ນຊນິດ Paraquat ຫລື ກໍາມ໊ອກໂຊນ ທີ່ນໍາເຂົ້າມາຈາກ ປະເທສໄທ ແລະ ວຽດນາມ. ເພື່ອ ແກ້ໄຂ ບັນຫາ ດັ່ງກ່າວ ເຈົ້າໜ້າທີ່ ພາກສ່ວນທີ່ ກ່ຽວຂ້ອງ ໄດ້ພຍາຍາມ ເຜີຍແພ່ ໃຫ້ຄວາມຮູ້ ແກ່ຊາວບ້ານ ເປັນຕົ້ນ ຊາວສວນສາລີ ກ່ຽວກັບ ພັຍອັນຕະລາຍ ຂອງ ສານເຄມີ, ຮູ້ເຖິງ ກົດຣະບຽບ ແລະ ວິທີໃຊ້ ສານເຄມີ ແລະ ທັງຊັກຊວນ ໃຫ້ ປະຊາຊົນ ໃຊ້ປຸ໋ຍທັມຊາດ ປຸ໋ຍ ຊີວະພາບ ແລະ ຝຸ່ນຄອກສັດ ຊຶ່ງ ໃຫ້ຜົນຜລິດ ບໍ່ຕ່າງກັນ ກັບການໃສ່ ສານເຄມີ.
ຊາວສວນສາລີ ທີ່ ເມືອງຄຳນີ້ ສ່ວນຫຼາຍປູກແບບ ພັນທະສັນຍາ ກັບບໍຣິສັດ ວຽດນາມ ໂດຍທີ່ ທາງບໍຣິສັດ ຂາຍແນວພັນ ໃຫ້ ປະຊາຊົນ ແລະ ເມື່ອໄດ້ ຜົລຜລິດແລ້ວ ປະຊາຊົນ ຂາຍໃຫ້ ບໍຣິສັດ ຊຶ່ງ ປັດຈຸບັນ ມີເນື້ອທີ່ ປູກສາລີ ປະມານ 13,000 ຕາເຮັກ.