ທາງການເມືອງຈໍາພອນຕຣຽມ ຊ່ອຍເຫຼືອ ຊາວນາ
ທາງການ ເມືອງ ຈໍາພອນ ແຂວງ ສວັນນະເຂດ ກໍາລັງ ຕຣຽມ ຂຶ້ນແຜນ ການຊ່ວຍເຫລືອ ຊາວນາ ທີ່ ເດືອດຮ້ອນ ຈາກ ພັຍ ນໍ້າຖ້ວມ.
-
ຈໍາປາທອງ
2014-08-20 -
-
-
Your browser doesn’t support HTML5 audio
ປັດຈຸບັນ ເມືອງ ຈໍາພອນ ແຂວງ ສວັນນະເຂດ ກໍາລັງ ຂຶ້ນແຜນ ສເນີຂໍການ ຊ່ວຍເຫລືອ ໃຫ້ ຊາວນາ 3,000 ກວ່າ ຄອບຄົວ ທີ່ໄດ້ຮັບ ຜົລກະທົບ ຢ່າງໜັກ ຈາກ ພັຍນໍ້າຖ້ວມ ເມື່ອທ້າຍ ເດືອນ ກໍະກະດາ ທີ່ຜ່ານມາ ພາຍຫລັງທີ່ ນໍ້າ ເຊບັ້ງໄຟ ຂື້ນຖ້ວມ ໄຮ່ນາ ໄດ້ລົດລົງ. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:
"ກໍຍັງມີການ ປະຊຸມ ກັນຢູ່ ເນາະ ວ່າເຮົາ ຊິມີການ ຈັດການ ແນວໃດ ເພາະວ່າ ນໍ້າດຽວນີ້ ມັນກະບົກ ລົງແລ້ວ ຂໍ ແນວພັນເຂົ້າ ແນວ ພັນພືດ ແລ້ວກະເຣຶ່ອງ ກະສອບນະ ເພື່ອມາກະ ຕຣຽມໃສ່ ຣະດູແລ້ງ".
ນາງກ່າວ ຕໍ່ໄປວ່າ ເມື່ອ ນໍ້າລົດລົງ ແລ້ວ ທາງ ເຈົ້າໜ້າທີ່ ກໍໄປຮິບໂຮມ ຂໍ້ມູນ ຄວາມເສັຽຫາຍ ແລະ ພົບວ່າ ປະຊາຊົນ 60 ບ້ານ ໄດ້ ຮັບ ຜົລກະທົບ ເນື້ອທີ່ ນາ 4,470 ເຮັກຕາ ໃນ ຈໍານວນ ທັງໝົດ 5,840 ກວ່າ ເຮັກຕາ ເສັຽຫາຍ ແລະ ຈະສເນີໄປຍັງ ທາງແຂວງ ເພື່ອຂໍການ ຊ່ວຍເຫລືອ ໃນໄວໆ ນີ້.
ນາງວ່າ ເຖິງນໍ້າຖ້ວມ ນາຫລາຍ ແຕ່ຕົ້ນເຂົ້າ ບາງສ່ວນ ກໍຍັງບໍ່ຕາຍ ແລະ ປະຊາຊົນ ກໍຍັງ ບໍ່ຢ້ານວ່າ ຈະອຶດເຂົ້າ ໃນປີນີ້ ແຕ່ກໍຕ້ອງ ການ ຄວາມ ຊ່ວຍເຫລືອ ສຸກເສີນ ເປັນ ເຂົ້າສານ, ອາຫານ ແຫ້ງ ແລະ ນໍ້າດື່ມ ພໍຊໍາຊາ ໄປກ່ອນ.
ເຖິງ ນໍ້າເຊບັ້ງໄຟ ຈະລົດລົງ ແຕ່ທາງ ເຈົ້າໜ້າທີ່ ກໍຍັງ ຕິດຕາມ ເຝົ້າຣະວັງຢູ່ ແລະ ກົມອຸຕຸນິຍົມວິທຍາ ກໍເຕືອນວ່າ ໃນຣະຍະ 2-3 ເດືອນ ຕໍ່ໜ້ານີ້ ອາຈມີ ພະຍຸ ຫລາຍໜ່ວຍ ພັດເຂົ້າ ມາ ປະເທສລາວ ຊຶ່ງອາຈເຮັດໃຫ້ ນໍ້າສາຂາ ແມ່ນໍ້າຂອງ ຫຼາຍສາຍ ຍື່ງຂຶ້ນຕື່ມ ອີກ ກໍເປັນໄດ້.
ປັດຈຸບັນ ຍັງມີອີກ ຫຼາຍເມືອງ ຂອງລາວ ທີ່ ຖືກນໍ້າຖ້ວມ ເປັນ ຕົ້ນ ເມືອງ ໂພນໄຊ ແຂວງ ຫລວງພະບາງ ທີ່ລໍຖ້າ ການຊ່ວຍເຫລືອ ຈາກທາງການ ລາວ ຢູ່.