ໃນລະຍະນີ້ ຊາວນາ ກວ່າ 3,000 ຄອບຄົວ ຢູ່ ເມືອງຈໍາພອນ ແຂວງ ສວັນນະເຂດ ກໍາລັງຖືກ ນໍ້າຖ້ວມ ໜັກ, ເຂົ້າປູກ ໃນທົ່ງນາ 2,700 ກວ່າ ເຮັກຕາ ຈົມນໍ້າ ແລະ ຍັງບໍ່ຮູ້ວ່າ ຈະ ເສັຍຫາຍ ເທົ່າໃດ ຫລັງຈາກ ນໍ້າ ໄດ້ບົກລົງ ແດ່ແລ້ວ. ນໍ້າຖ້ວມ ຄັ້ງນີ້ ແມ່ນເກີດຈາກ ຝົນຕົກໜັກ, ນໍ້າເຊຈໍາພອນ ລົ້ນຝັ່ງ ນັບແຕ່ວັນ ທີ 23 ກໍຣະກະດາ ຫລັງຈາກ ພະຍຸ ຣາມະສູນ ໄດ້ພັດເຂົ້າໄປ ໃນລາວ ແລະ ເກີດມີຝົນ ຕົກໜັກ ໃນຫລາຍ ແຂວງ. ເຈົ້າໜ້າທີ່ ກະສິກັມ ແຂວງ ກ່າວວ່າ:
"ເນື້ອທີ່ ທີ່ຖືກຖ້ວມ ທັງໝົດນີ້ ມີຢູ່ 4,358 ເຮັກຕາ ໃນນັ້ນ ເນື້ອທີ່ນາດໍາ ມີຢູ່ 2,743 ເຮັກຕາ ມີຢູ່ 43 ບ້ານເນາະ 3,257 ຄອບຄົວ ນີ້ລະ".
ເຈົ້າໜ້າທີ່ ກະສິກັມ ບອກວ່າ ເນື້ອທີ່ນາ ທີ່ ຖືກນໍ້າຖ້ວມ ນັ້ນ ສ່ວນໃຫ່ຍໄດ້ ປັກດໍາເຂົ້າ ໃສ່ແລ້ວ ແລະ ສ່ວນນຶ່ງ ບໍ່ທັນດໍາເຂົ້າ ໃສ່ເທື່ອ. ທ່ານວ່າ ໃນເວລາ ນໍ້າຖ້ວມ ນັ້ນ ຣະດັບນໍ້າ ເຊຈໍາພອນ ແທກໄດ້ ປະມານ 8 ແມັດ, ບາງເຂດ ມີການສ້າງ ຄັນຄູ ປ້ານນໍ້າໄວ້ ສູງເຖິງ 2 ແມັດ ຫາ 3 ແມັດ. ເວລານີ້ ທາງເມືອງ ບໍ່ທັນມີ ແນວພັນ ເຂົ້າ ໃຫ້ຊາວນາ ແຕ່ ຕຣຽມແຜນ ສເນີ ຂໍແນວພັນເຂົ້າ ຈາກສູນກາງ ເພື່ອນໍາ ມາ ແຈກຢາຍ ໃຫ້ຊາວນາ ໄດ້ປູກເຂົ້າ ໃຫ້ທັນກັບ ຣະດູດໍານາປີ.
ມາຮອດ ປັດຈຸບັນ ເມືອງຈໍາພອນ ສາມາດ ປູກເຂົ້າໄດ້ 68 ສ່ວນຮ້ອຍ ຂອງເນີ້ືອທີ່ ປູກເຂົ້າ ທີ່ ຄາດໝາຍ ວ່າຈະໃຫ້ ໄດ້ 20,400 ເຮັກຕາ ສໍາລັບ ຣະດູ ເຮັດນາ ປີນີ້.