ເຂື່ອນຈີນກັກນໍ້າ ສອງຝັ່ງ ລາວ-ໄທ ເດືອດຮ້ອນ

ແມ່ນໍ້າຂອງ ບ້ານນໍ້າຈັນ ເຂດເມືອງໝຶ່ນ ແຂວງວຽງຈັນ ໃນປີນີ້ ນໍ້າຂອງແຫ້ງ ຈົນເຫັນໂຂດຫີນ
ແມ່ນໍ້າຂອງ ບ້ານນໍ້າຈັນ ເຂດເມືອງໝຶ່ນ ແຂວງວຽງຈັນ ໃນປີນີ້ ນໍ້າຂອງແຫ້ງ ຈົນເຫັນໂຂດຫີນ (ຮູບພາບຈາກ : ນັກຂ່າວພົລເມືອງ)

0:00 / 0:00

ນ້ຳຂອງເຂດພາກກາງຂອງລາວ ເປັນຕົ້ນຢູ່ເຂດເມືອງທ່າແຂກ ແຂວງຄຳມ່ວນ ແລະເຂດນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ບົກລົງຫລາຍ ຈົນຍັງເຫລືອພຽງ 1 ແມັດປາຍ ຫລັງຈາກເຂື່ອນຈິ່ງຫົງຂອງຈີນ ຢູ່ແຂວງຍູນານ ຫລຸດຣະດັບ ການປ່ອຍນ້ຳອອກຈາກເຂື່ອນ ລົງມາ ຈາກ 1,500 ແມັດກ້ອນ ຕໍ່ວິນາທີ ມາເປັນ 500 ແມັດກ້ອນ ຕໍ່ວິນາທີ ຕັ້ງແຕ່ມື້ວັນທີ 1 ມົກກະຣາ ມານີ້, ເຮັດໃຫ້ການປູກຝັງ ລ້ຽງສັດຂອງປະຊາຊົນ ໄດ້ຮັບຜົນກະທົບຫລາຍ ດັ່ງເຈົ້າໜ້າທີ່ຂແນງການ ກ່ຽວຂ້ອງ ເມືອງທ່າແຂກ ກ່າວຕໍ່ ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 8 ມົກກະຣາ ນີ້ວ່າ:

"ນໍ້າຂອງແຫ້ງນີ້ກໍມີຫາງສຽງ ກໍວ່າໂອ້ນ້ຳຂອງແຫ້ງຕໍ່ໄປລູກຫລານເຮົາສິເປັນແນວໃດແນວໃດກໍມີ ແຕ່ວ່າກະທົບກັບການທຳມາຫາກິນ ກໍ ພວກທີ່ຂະເຈົ້າເຮັດນາປັງ ຈັ່ງຊີ້ ການດູດນ້ຳຂອງຂຶ້ນມັນກໍຂ້ອນຂ້າງມີບັນຫາ ພວກທີ່ປູກພືດ ເລາະແຄມຝັ່ງຂອງ ມັນກໍເຮັດໃຫ້ລຳບາກ ຂຶ້ນຫັ້ນແຫລະ ມັນຕ້ອງໄດ້ລົງໄປເອົາຢູ່ໄກເດ້ ສະເພາະເມືອງເຮົານີ້ ມັນກໍສິບໍ່ສາມາດແກ້ໄຂຫຍັງໄດ້ຫຼາຍ ມີແຕ່ວ່າເຮົາກໍສເນີຫາພາກ ຣັຖບານ ຕ້ອງຫາວິທີຂໍຮ້ອງໄປ ທາງເຂື່ອນເຂົາ ໃຫ້ປ່ອຍນ້ຳລົງມາ."

ທ່ານກ່າວຕື່ມວ່າ ບັນຫານໍ້າຂອງແຫ້ງ ຢູ່ເຂດເມືອງທ່າແຂກນີ້ ທາງເມືອງກໍໄດ້ ສເນີໄປຫາທາງແຂວງ ແລະສູນກາງແລ້ວ ເພື່ອຂໍໃຫ້ເຂື່ອນ ຕ່າງໆຢູ່ແມ່ນໍ້າຂອງ ແລະແມ່ນໍ້າສາຂາ ຮວມທັງເຂື່ອນຈີນປ່ອຍນໍ້າລົງມາ ເນື່ອງຈາກວ່າແຕ່ປີກາຍມານີ້ຢູ່ ແຂວງຄໍາມ່ວນ ຝົນຕົກໜ້ອຍ. ຫາກຍັງມີການກັກນໍ້າໃນເຂື່ອນ ຫລືປ່ອຍ ນໍ້າລົງມາໜ້ອຍ ກໍອາດຈະເຮັດໃຫ້ປະຊາຊົນ ຫລາຍພັນຄອບຄົວ ທີ່ເຮັດການກະເສດແຄມຂອງ ຢູ່ເມືອງທ່າແຂກ ເມືອງຫິນບູນ ແລະເມືອງໜອງບົກ ເດືອດຮ້ອນໜັກເພາະຢູ່ເຂດ ເມືອງທ່າແຂກ ດຽວນີ້ຣະດັບນໍ້າຂອ ງຍັງເຫລືອບໍ່ຮອດ 2 ແມັດ ແລະຈະຫລຸດລົງນໍາເລື້ອຍໆ.

ສໍາລັບຢູ່ເຂດນະຄອນໄກສອນ ພົມວິຫານ ເຈົ້າໜ້າທີ່ຜແນກກະສິກັມ ເວົ້າວ່າ ປັດຈຸບັນ ນໍ້າຂອງແຫ້ງຫລາຍ. ແຕ່ຝັ່ງໄທແຫ້ງໜັກກວ່າ. ທາງຝັ່ງລາວ ເຮືອ ຂນາດກາງ ເລີ້ມແລ່ນໄດ້ຍາກແລ້ວ ແຕ່ເຮືອຂນາດນ້ອຍຍັງໄປໄດ້ຢູ່ ຍ້ອນສາເຫດ ດັ່ງທີ່ເວົ້າມານີ້, ດັ່ງທ່ານກ່າວວ່າ:

"ແມ່ນແລ້ວ ນໍ້າຂອງນີ້ແຫ້ງ ແຫ້ງຫລາຍ ແຕ່ກໍພໍໄປໄດ້ຢູ່ເຮືອນະ ຂະເຈົ້າລ່ອງໄດ້ຢູ່ແຖວນັ້ນຫັ້ນນະ ແຕ່ວ່າຊ່ວງນີ້ກໍບໍ່ຝົນແລ້ວມາຕັ້ງແຕ່ດົນ ຊ່ວງເດືອນພຸ້ນແຫລະ ຕອນເດືອນ 5 ເດືອນ 6 ປີ 2018 ມາ ເພາະວ່າຊ່ວງຝົນມັນບໍ່ມີຝົນນໍ ມັນກໍເລີຍແຫ້ງ ແລະ ອາດຈະເຂື່ອນນ້ຳຂອງ ນ້ຳຂອງຕອນເທິງ ອາດຈະມີສ່ວນຢູ່ນໍ ຊ່ວງນີ້ສິມີບັນຫາຫລາຍ ເຣຶ່ອງກ່ຽວກັບເຂື່ອນ."

ສໍາລັບຢູ່ເຂດພາກອີສານຂອງໄທ ກໍໄດ້ຮັບຜົນກະທົບດັ່ງດຽວກັນ. ທ່ານ ອໍານາດ ໄຕຈັກ ປະທານເຄືອຂ່າຍ ລຸ່ມແມ່ນໍ້າຂອງ ແຂວງນະຄອນ ພະນົມ ເວົ້າວ່າ ບັນຫາ ນໍ້າຂອງແຫ້ງ ນໍ້າຂອງບໍ່ປົກກະຕິ ແມ່ນເກີດມາດົນແລ້ວ ຍ້ອນການສ້າງເຂື່ອນ ໃນປະເທດຈີນ, ການສ້າງເຂື່ອນ ໄຊຍະບູລີ. ປັດຈຸບັນ ເຮືອຂົນສົ່ງສິນຄ້າຈາກ ລາວແລະໄທ ແລະ ເຮືອທ່ອງທ່ຽວຂນາດໃຫຍ່ ແລ່ນບໍ່ໄດ້ແລ້ວ.

ດັ່ງນັ້ນຈຶ່ງຢາກໃຫ້ຣັຖບານປະເທດ ລຸ່ມແມ່ນໍ້າຂອງ ແກ້ໄຂເຣຶ່ອງນີ້ໂດຍດ່ວນ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

"ຜົນກະທົບກໍຄື 1 ເຣື່ອງແຫລ່ງທ່ອງທ່ຽວ, ທີ່ນະຄອນພະນົມນີ້ 1 ຄືແຫລ່ງທ່ອງທ່ຽວ 2 ເຣື່ອງເສຖກິດ ເຮືອຂົນສົ່ງສິນຄ້າລໍາໃຫຍ່ໆ ມັນສິ ເຂົ້າມາຝັ່ງບໍ່ໄດ້ເລີຍ ມັນຕ້ອງອາໃສໃສ່ ຂອງໃນເຮືອນ້ອຍໆເຂົ້າມາ ເຮັດໃຫ້ຕ້ອງເພິ່ມຄ່າໃຊ້ຈ່າຍໄປອີກ. ຕາມທີ່ເຂົາ ເບິ່ງກໍກັນເຂື່ອນ ໄຊຍະບູລີ ທີ່ສ້າງໃນປະເທດລາວ ນີ້ແຫລະ ແລະ ເຂື່ອນຈີນ ທີ່ສ້າງໃນປະເທດຈີນ ມັນກໍຢູ່ຫ່າງຈາກແຂວງຊຽງຮາຍ ໄປບໍ່ຈັກກິໂລແມັດ ມັນກໍສົ່ງຜົນກະທົບຮອດເຮົານໍ."

ປັດຈຸບັນ ຣັຖບານໄທ ກໍາລັງຕິດຕາມບັນຫາ ດັ່ງກ່າວຢ່າງໃກ້ຊິດ ແລະຖ້ານໍ້າຂອງບົກແຫ້ງລົງໄປກວ່ານີ້ອີກ ກໍຈະໃຫ້ພາກສ່ວນທີ່ກ່ຽວຂ້ອງ ພົວພັນຫາປະເທດ ທີ່ສ້າງເຂື່ອນ ຢູ່ຕົ້ນນໍ້າຂອງ ເພື່ອຫາທາງອອກ ດັ່ງທີ່ ທ່ານ ປະມຸກ ລືແກ້ວມາ ຜູ້ອໍານວຍການ ສູນວິໃຈ ແລະ ພັທນາ ປະມົງນໍ້າຈຶດ ພາກອີສານ ສູນກາງແຂວງຂອນແກ່ນ ຂອງໄທ ໄດ້ກ່າວວ່າ:

"ທ່ານກ່າວວ່າ ແມ່ນໍ້າຂອງແຫ້ງ ຂ້ອນຂ້າງຈະຫລາຍກວ່າທຸກໆປີ ທີ່ຜ່ານມາ ມັນເກີດຈາກ ສະພາບອາກາດ ຝົນຕົກໜ້ອຍ ແລະການກັກ ເກັບນໍ້າໄວ້ ຂອງເຂື່ອນຜລິດໄຟຟ້າຕ່າງໆ ກໍເປັນອັນເສີມທີ່ເຮັດໃຫ້ມີຄວາມແຫ້ງແລ້ງຫຼາຍຂຶ້ນ ໃນປັດຈຸບັນ. ທາງຣັຖບານ ຄືສໍານັກງານ ຊັພຍາກອນນໍ້າ ແຫ່ງຈະມີແນວທາງ ທີ່ຈະມາແກ້ໄຂບັນຫາ ຖ້າວ່າບັນຫານັ້ນໜັກໆຫລາຍກວ່ານີ້."

ອີງຕາມການແຈ້ງການຂອງເຂື່ອນຈິ່ງຫົງຂອງຈີນ ວັນທີ 31 ທັນວາ 2019, ທາງການຈີນໄດ້ປະກາດຫລຸດຣະດັບ ການປ່ອຍນໍ້າ ຈາກ ເຂື່ອນຈິ່ງຫົງ ເພື່ອທົດສອບເຄື່ອງຈັກພາຍໃນເຂື່ອນ ໂດຍຈະຫລຸດລົງຈາກ 1,500 ແມັດກ້ອນ ຕໍ່ວິນາ ທີ ລົງມາເປັນ 800 ຫາ 1000 ແມັດກ້ອນ ແຕ່ມື້ວັນທີ 1 ຫາວັນທີ 3 ມົກກະຣານີ້ ແລະຫລັງຈາກວັນທີ 4 ມົກກະຣາໄປໂດຍບໍ່ມີເວລາກໍານົດ ຈະຫລຸດລົງເປັນ 500 ແມັດກ້ອນຕໍ່ວິນາທີ.

ການກະທໍາຂອງຈີນຄືດັ່ງກ່າວ ເຮັດໃຫ້ປະຊາຊົນແຂວງບໍ່ແກ້ວ ຕັ້ງແຕ່ເມືອງຕົ້ນເຜິ້ງ ຫາເມືອງຫ້ວຍຊາຍ ເຮືອຂົນສົ່ງສິນຄ້າ ແລະການ ປູກພືດ ຕາມແຄມຂອງ ໄດ້ຮັບຜົນກະທົບ. ນະຄອນຫລວງວຽງຈັນ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ອີກຫລາຍໆແຂວງ ຂອງລາວ ກໍເລີ້ມໄດ້ຮັບຜົນກະທົບແລ້ວ.