ການກໍ່ສ້າງໂຮງງານຊີມັງ ກະທົບ ຊາວບ້ານ
2018.03.29

ປະຊາຊົນ ບ້ານນໍ້າເວີນໃຕ້, ບ້ານນາໄຊ ແລະບ້ານນາທົ່ງ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ຮັບຜົນກະທົບ ຈາກຣົດບັນທຸກ ຂອງກຸ່ມບໍຣິສັດ ຍົງຟູ້ກຸ້ຍ ຂອງຈີນ ທີ່ ກໍ່ສ້າງໂຮງງານຊີມັງ ແລ່ນຜ່ານບ້ານຂອງເຂົາເຈົ້າ ບໍ່ຕໍ່າກ່ວາ 100 ຖ້ຽວຕໍ່ມື້ ເຮັດໃຫ້ເສັ້ນທາງ ຜ່ານບ້ານເປ່ເພ, ມີ ຂີ້ຝຸ່ນໄງ່ ແລະກໍ່ມີສຽງດັງລົບກວນຊາວບ້ານ ຕອນກາງເວັນ ຈົນເກືອບທ່ຽງຄືນ, ດັ່ງຊາວບ້ານນາທົ່ງ ທ່ານນຶ່ງ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 24 ມີນາ ວ່າ:
“ກາງຄືນເຂົາກະເຮັດວຽກ ບາງມື້ຈົນຮອດ 11 ໂມງກາງຄືນເຂົາຈຶ່ງຢຸດ ກາງເວັນນີ້ແມ່ນລົດບັນທຸກ ເຂົາແລ່ນໄປແລ່ນມາບໍ່ຂາດມີຂີ້ຝຸ່ນຫຼາຍ ເຂົາເຈົ້້າບໍຫົດນໍ້າ ເປັນຕົ້ນແມ່ນຍາມກາງຄືນ ເວລາຫລັບເວລານອນ ສຽງມັນນັນ ບາງຄົນເຂົາກະຢາກພັກຜ່ອນ.”
ຊາວບ້ານກ່າວຕື່ມອີກວ່າ ຣົດບັນທຸກ ແລ່ນທັງກາງເວັນ ທັງກາງຄືນ ຍ້ອນວ່າບໍຣິສັດ ຕ້ອງເລັ່ງການກໍ່ສ້າງໃຫ້ສໍາເຣັດ ພາຍໃນທ້າຍປີນີ້.
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ເຄີຍເຕືອນໃຫ້ບໍຣິສັດ ມາຫົດນໍ້າເສັ້ນທາງ ເພື່ອບໍ່ໃຫ້ມີຂີ້ຝຸ່ນໄງ່ ແລະບໍ່ໃຫ້ເຮັດວຽກກາງຄືນ ແຕ່ບໍຣິສັດ ກໍບໍ່ປະຕິບັດ ຕາມແຈ້ງເຕືອນ, ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ຜູ້ບໍ່ປະສົງອອກຊື່ແລະສຽງ ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 25 ມີນາ ວ່າ:
“ເຂົາກະເລັ່ງໃຫ້ມັນສຳເຣັດ ໃນຊ່ວງທ້າຍປີນີ້ ແຕ່ເລື່ອງທີ່ເຂົາເຮັດວຽກກາງຄືນ ອັນນີ້ພວກເຮົາ ກະໄດ້ເວົ້າກັນເທື່ອນຶ່ງແລ້ວ ວ່າບໍ່ຢາກໃຫ້ ເຮັດກາງຄືນ ມັນນັນປະຊາຊົນເຂົາ ການຫົດທາງ ກະໃຫ້ຫົດຕລອດຖ້າມັນແຫ້ງ ເພື່ອບໍ່ໃຫ້ມັນມີຂີ້ຝຸ່ນໄງ່ ແຕ່ວ່າເຂົາ ຍັງບໍ່ທັນປະຕິບັດ ຕາມບົດບັນທຶກ ທີ່ໄດ້ຕົກລົງກັນ.”
ໂຮງງານຜລິດຊີມັງ ເປັນຂອງນັກລົງທຶນຈີນ ຕັ້ງຢູ່ບ້ານນາທົ່ງ, ເມືອງນາໝໍ້ ຫ່າງຈາກເທສບານ ແຂວງອຸດົມໄຊ ປະມານ 40 ກິໂລແມັດ ໄດ້ເຣີ້ມການກໍ່ສ້າງມາແຕ່ປີ 2016 ເປັນຕົ້ນມາ. ໂຮງງານດັ່ງກ່າວ ເປັນໂຮງງານຂນາດໃຫຍ່ ສາມາດຜລິດຊີມັງໄດ້ 250 ລ້ານຕັນຕໍ່ປີ ແລະປັດຈຸບັນ ການກໍ່ສ້າງແມ່ນໄດ້ 80% ແລ້ວ ຄາດວ່າທ້າຍປີ 2018 ນີ້ຈະໄດ້ເລີ່ມຜລິດຊີມັງ.