ໂຮງງານຜລິດແປ້ງມັນຕົ້ນ ແກ້ໄຂ ກິ່ນເໝັນແລ້ວ

ຈໍາປາທອງ
2021.07.14
ໂຮງງານຜລິດແປ້ງມັນຕົ້ນ ແກ້ໄຂ ກິ່ນເໝັນແລ້ວ ຊາວບ້ານ ທີ່ປູກມັນຕົ້ນ ເພື່ອສົ່ງຂາຍເຂົ້າ ໂຮງງານຜລິດແປ້ງມັນຕົ້ນ ຂອງວຽດນາມ
ນັກຂ່າວພົລເມືອງ

ມາຮອດມື້ນີ້ ກິ່ນເໝັນຂິວ ທີ່ເກີດຈາກນໍ້າເສັຍ ຊຶ່ງທາງໂຮງງານຜລິດແປ້ງມັນຕົ້ນ ຂອງບໍຣິສັດວຽດນາມ ປ່ອຍໃສ່ໜອງນໍ້າເສັຽແລ້ວ ໄຫຼລົງໃສ່ນາ, ໃສ່ສວນ ແລະລົງສູ່ຫ້ວຍເຊໂປນ ທີ່ປະຊາຊົນຢູ່ເຂດໃກ້ຄຽງໂຮງງານ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ຜ່ານມານັ້ນ ໄດ້ຖືກແກ້ໄຂໃຫ້ກິ່ນເໝັນຂິວນັ້ນ ຫລຸດຜ່ອນລົງຫຼາຍແລ້ວ ຈາກ ທີ່ຢູ່ບໍ່ໄດ້ນອນບໍ່ຫຼັບ ກິນເຂົ້າບໍ່ແຊບ ນັ້ນມາສາມາດນັ່ງນອນຫຼິ້ນ ແລະ ກິນເຂົ້າໄດ້ພາຍຫລັງທີ່ ອໍານາດການປົກຄອງບ້ານ ແລະ ປກສ ກຸ່ມບ້ານໃນເຂດບ້ານເມືອງຈັນ, ບ້ານອາໄລ ແລະ ບ້ານ ແກ້ງທອງ ເມືອງເຊໂປນ ແຂວງສວັນນະເຂດ ໄດ້ສເນີບັນຫາກ່ຽວກັບ ຜົລກະທົບທີ່ປະຊາຊົນ ໃນເຂດດັ່ງກ່າວໄດ້ຮັບ ຕໍ່ອໍານາດ ການປົກຄອງເມືອງ ເມື່ອເດືອນມິຖຸນາ ຜ່ານມາ ເພື່ອຂໍໃຫ້ແກ້ໄຂເຮັດໃຫ້ທາງ ໂຮງງານວຽດນາມ ເຊົາປ່ອຍນໍ້າເສັຽຊະຊາຍນັ້ນແລ້ວ, ດັ່ງຊາວບ້ານຢູ່ເມືອງເຊໂປນ ຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກໍຣະກະດາ ນີ້ວ່າ ບ້ານເມືອງຈັນ ເປັນບ້ານນຶ່ງ ທີ່ຢູ່ທາງ ໃຕ້ໂຮງງານ ນັ້ນ ປັດຈຸບັນກິ່ນເໝັນຂິວ ໜ້ອຍລົງຫຼາຍແລ້ວ.

“ກໍຍັງແມ່ນຢູ່ ແຕ່ວ່າແບບວ່າ ບໍ່ຄືແຕ່ເກົ່າ ແບບວ່າຢູ່ຈົນຢູ່ບໍ່ໄດ້ຫັ້ນ. ນັ່ງນອນແບບບໍ່ຫຼັບນ່າ ກິນເຂົ້າກໍບໍ່ແຊບ ແບບແຕ່ເກົ່ານ່າ ອັນນີ້ກະເວລາລົມພັດ ກໍເໝັນຢູ່ ແຕ່ເໝັນແບບ ທັມມະດາ ກະພໍອົດໄດ້ນ່າ ແບບວ່າບໍ່ເຖິງ ຢາກຈະສລົບ.”

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ກິ່ນເໝັນຂິວທີ່ວ່ານັ້ນ ໜັກໜ່ວງທີ່ສຸດແມ່ນໃນໄລຍະແຕ່ ເດືອນສິງຫາ ຫາ ເດືອນຕຸລາ ຍ້ອນເປັນຍາມ ເກັບມັນຕົ້ນປ້ອນໂຮງງານເພື່ອແປຮູບ, ສ່ວນເດືອນ ມິຖຸນາ ທີ່ຢູ່ໃນໄລຍະຣະດູຝົນ ແມ່ນຈະມີກິ່ນນັ້ນ ຍ້ອນທາງໂຮງງານສວຍ ໂອກາດ ເອົາຕອນຣະດັບນໍ້າຫ້ວຍເຊໂປນ ບໍ່ຄົງທີ່ ປ່ອຍນໍ້າເສັຽລົງໃສ່ ຈົນບາງເທື່ຶອຊາວບ້ານ ບໍ່ສາມາດໃຊ້ນໍ້າຫ້ວຍ ແລະ ລົງອາບນໍ້າບໍ່ໄດ້ ຍ້ອນມັນເປັນຕຸ່ມ ແລະຄັນ.

ບ້ານແກ້ງທອງ ເມືອງເຊໂປນ ກໍເປັນບ້ານນຶ່ງທີ່ຊາວບ້ານເຮັດນາ ເຮັດສວນ ກໍໄດ້ຮັບກິ່ນເໝັນ ຈາກໜອງ ທີ່ທາງໂຮງງານວຽດນາມ ໃຊ້ເປັນບ່ອນກັກນໍ້າເສັຽໄວ້ ແຕ່ມາຮອດດຽວນີ້ ຊາວບ້ານຢືນຢັນວ່າ ບັນຫານັ້ນໄດ້ຮັບການແກ້ໄຂ ຈົນໃຄແດ່ແລ້ວ ຍ້ອນທາງໂຮງງານ ໄດ້ເອົາອັນກັນເໝັນ ມາປົກໜອງນໍ້ານັ້ນໄວ້, ດັ່ງຊາວບ້ານເວົ້າໃນມື້ດຽວກັນນັ້ນວ່າ:

“ອຶມ, ໄຄແນ່ ມັນບໍາບັດແລ້ວ ມັນປົກໝົດແລ້ວ ມັນເອົາຜ້າບັດ ຜ້າບັດໂຕດໍາ ມັນປົກໝົດ ໂຕມັນເໝັນຂິວຫັ້ນນ່າ ໜອງນໍ້າ ມັນປົກ ໝົດເລີຍ.”

ແລະປະຊາຊົນບ້ານອາໄລ ເມືອງເຊໂປນ ກໍເວົ້າວ່າບ້ານນີ້ຢູ່ທາງເຖິງຂອງໂຮງງານ ແລະ ຫ່າງຈາກໂຮງງານປະມານ 5 ກິໂລແມັດ ຈະບໍ່ໄດ້ຮັບຜົລກະທົບ ຈາກກິ່ນເໝັນຂິວ ຫຼາຍຄືກັນກັບ ບ້ານນາເມືອງ ແລະ ບ້ານແກ້ງທອງ ແລະວ່າ ເຮື່ອງການປ່ອຍນໍ້າເສັຽຈາກ ໂຮງງານ ໃສ່ພື້ນທີ່ທໍາການຜລິດ ຂອງຊາວບ້ານນັ້ນ ໄດ້ຮັບການແກ້ໄຂແລ້ວ ຄືທາງໂຮງງານ ໄດ້ຂຸດຮ່ອງປ່ອຍນໍ້າເສັຽ ລົງໜອງ ບໍາບັດນໍ້າເສັຽແລ້ວ, ດັ່ງທີ່ທ່ານເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກໍຣະກະດາ ນີ້ວ່າ:

“ເຂົາກໍປ່ອຍລົງເຊໂປນເລີຍ ທາງການກໍລົງ ພວກນາຍບ້ານໄປສເນີເດ້ ໄປສເນີເມືອງພຸ້ນ ເພິ່ນກໍລົງແກ້ໄຂຊ່ວຍ.”

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ໃນໄລຍະນີ້ ຈະບໍ່ໄດ້ກິ່ນເໝັນຂິວ ຫຼາຍຈາກນໍ້າເສັຽຂອງໂຮງງານນັ້ນແລ້ວ ຍ້ອນບ້ານນີ້ຢູ່ໄກ, ມີແຕ່ໄດ້ ກິ່ນໃນຍາມໂຮງງານ ຮັບຊື້ມັນຕົ້ນໄປແປຮູບ ເປັນແປ້ງເທົ່ານັ້ນ.

ໃນການແກ້ໄຂບັນຫາທີ່ວ່ານີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງເຊໂປນ ແຂວງສວັນນະເຂດ ກ່າວວ່າພາຍຫລັງທີ່ ອໍານາດການປົກຄອງ ແລະ ປກສ ກຸ່ມບ້ານທີ່ວ່ານັ້ນ ໄດ້ຣາຍງານມາ ໃຫ້ຊາບກ່ຽວກັບຜົລກະທົບ ຍ້ອນກິ່ນເໝັນຂິວ ຈາກໂຮງງານຜລິດແປ້ງມັນຕົ້ນ ຂອງວຽດນາມ ທີ່ມີຕໍ່ປະຊາຊົນໃນເຂດບ້ານ ທີ່ວ່ານັ້ນແລ້ວ ທາງອໍານາດການປົກຄອງເມືອງ ກໍໄດ້ສົ່ງທິມເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄປ ແນະນໍາ ໃຫ້ທາງໂຮງງານ ຂຸດຮ່ອງນໍ້າໃຫ້ນໍ້າເສັຽ ຈາກໂຮງງານໄຫລໄປຫາອ່າງບໍາບັດນໍ້າເສັຽບ່ອນດຽວ ເພື່ອບໍ່ໃຫ້ກິ່ນເໝັນໄປ ຊະຊາຍ ແລະ ບໍ່ໃຫ້ນໍ້າເສັຽໄຫລເຂົ້າພື້ນທີ່ ການຜລິດຂອງປະຊາຊົນ, ດັ່ງທີ່ທ່ານກ່າວວ່າ:

“ທາງເມືອງກໍໄດ້ລົງໄປຕິດຕາມ ກໍໄດ້ແນະນໍາແລ້ວວ່າ ຂຸດຮ່ອງນໍ້າໃຫ້ມັນ... ລົງ ຢູ່ໃນອັນເໜົ່າ ຮ່ອງນໍ້າເສັຽຫັ້ນໝົດ ຈະເປັນ ຟ້າແລ້ງ ຫລືຝົນລົມພະຍຸ ມິຫຍັງກໍຢ່າແຫຼະ ບໍ່ໃຫ້ມັນ ອອກໄປອື່ນ ຄວາມໝາຍ... ອັນມັນຕົ້ນອ້ອມແອ້ມ ໃນບໍຣິເວນນັ້ນຫັ້ນນ່າ ກໍໃຫ້ມັນລົງຄອງນໍ້າເສັຽນັ້ນໝົດ.”

ພ້ອມກັນນັ້ນ ທ່ານ ກໍຍອມຮັບວ່າ ໜອງນໍ້າກັກນໍ້າເສັຽຂອງໂຮງງານຈໍານວນ 5-6 ໜອງນັ້ນ ອາຈສົ່ງກິ່ນເໝັນຂິວ ອອກມາອີກ ເລັກນ້ອຍ ຫາກມີຝົນຕົກ ແລະ ແດດກ້າ ເນື່ອງຈາກ ກາກມັນຕົ້ນ ຢູ່ໃນໜອງທີ່ວ່ານັ້ນ ຈະມີປະຕິກິຣິຍາ ເຄມີອອກມາ, ແຕ່ກໍໄດ້ ໃຫ້ທາງໂຮງງານ ໃຊ້ວັສດຸກັນກິ່ນປົກໄວ້.

ບໍຣິສັດປຸງແຕ່ງແປ້ງມັນຕົ້ນ ເຊໂປນ ຈໍາກັດ ຂອງວຽດນາມ ໄດ້ຈົດທະບຽນ ວິສາຫະກິດ ຢູ່ປະເທດລາວ ໃນມື້ວັນທີ 30 ກັນຍາ 2016, ໄດ້ສ້າງໂຮງງານ ປຸງແຕ່ງແປ້ງມັນຕົ້ນ ຢູ່ບ້ານອາໄລ ເມືອງເຊໂປນ ແຂວງສວັນນະເຂດ ແລະໄດ້ສົ່ງເສີມໃຫ້ປະຊາຊົນ ປູກມັນຕົ້ນປ້ອນໂຮງງານ, ບໍຣິສັດມີອາຍຸສໍາປະທານ 30 ປີ, ແຕ່ບໍ່ມີການເປີດເຜີຍມູນຄ່າການລົງທຶນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.