ໂຮງງານມັນ​ຕົ້ນ​ຈີນເຮັດ​ໃຫ້ ນ້ຳ​ເສັຽ

ຈໍາປາທອງ
2016.07.28
F-cassava ໂຮງງານມັນຕົ້ນ ຂອງຈີນ ບ້ານໂພນສຳພັນ ເມືອງລອງ ແຂວງຫລວງນໍ້າທາ
RFA/VD

ຊາວບ້ານ ໂພນສຳພັນ ແລະບ້ານເຕົ້າໂຮມ ເມືອງລອງ ແຂວງຫລວງນ້ຳທາ 400 ປາຍຄອບຄົວ ໄດ້ຮັບຜົນກະທົບ ຈາກໂຮງງານມັນຕົ້ນ ຂອງຈີນ ທີ່ປ່ອຍນ້ຳເສັຍ ລົງໃສ່ນ້ຳຫ້ວຍ ທີ່ພວກເຂົາເຈົ້າໃຊ້ ສະພາບນ້ຳເປື້ອນ ເປັນສີດຳ ຊາວບ້ານ ບໍ່ກ້າລົງໄປອາບ, ດັ່ງຊາວບ້ານ ຜູ້ນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 27 ກໍຣະກະດາ ວ່າ:

ນໍ້າຂຸ່ນນີ້  ມັນດຳບໍ່ເຫັນຫຍັງ ໃຊ້ບໍ່ໄດ້ ບໍ່ມີປາ ເຂົາປ່ອຍນໍ້າເສັຍລົງຫລາຍ ຄົນອາບມັນຄັນເປັນຕຸ່ມ. ຊາວບ້ານກ່າວຕື່ມອີກວ່າ ນ້ຳຫ້ວຍນີ້ ເປັນນ້ຳທີ່ສໍາຄັນ ສໍາລັບຊາວບ້ານ ໃຊ້ ປະມານ 700 ປາຍຄົນ.

ທີ່ຜ່ານມາ ເຈົ້າຫນ້າທີ່ ເມືອງ ກໍເຄີຍໄປກວດກາ ແຕ່ກໍມິດໄປ ແລະທາງໂຮງງານ ກໍຍັງປ່ອຍນ້ຳເສັຍ ສົ່ງກິ່ນເໝັນຢູ່ຄືເກົ່າ. ໂຮງງານ ດັ່ງກ່າວ ໄດ້ແມ່ນເກັບ ນ້ຳເສັຍໄວ້ໃນອ່າງ ຂະໜາດນ້ອຍ ແລະແຕ່ລະປີ ປ່ອຍນໍ້າເສັຍ ນັ້ນອອກຈາກອ່າງ

ໂດຍບໍ່ມີ ການບຳບັດ ຫລື ບາງເທື່ອນ້ຳກໍລົ້ນອ່າງ ໂດຍສະເພາະ ໃນລະດູຝົນ, ຊຶ່ງມັກເກີດຂຶ້ນເລື້ອຍໆ.ກ່ຽວກັບເຣຶ່ອງນີ້ ວິທຍຸ ເອເຊັຍເສຣີ ໄດ້ຕິດຕໍ່ ຖາມໄປຍັງທ່ານ ກ້ຽວ ຮອງຫົວຫນ້າ ຫ້ອງການ ສີ່ງແວດລ້ອມ ເມືອງລອງ ໃນວັນທີ 27 ກໍຣະກະດາ,

ແຕ່ທ່ານ ບໍ່ຮັບໂທລະສັບ.ກໍລະນີ ໂຮງງານຜະລິດ ແປ້ງມັນຕົ້ນ ປ່ອຍນ້ຳເສັຍ ລົງໃສ່ແມ່ນ້ຳຢູ່ລາວ ບໍ່ສະເພາະແຕ່ ຢູ່ແຂວງຫລວງນ້ຳທາ ເທົ່ານັ້ນ, ແຕ່ຍັງເຄີຍເກີດຂຶ້ນ ຢູ່ນະຄອນຫລວງວຽງຈັນ, ເຊັ່ນໂຮງງານ ແປ້ງມັນຕົ້ນ ລາວ ອິນໂດຊາຍນາ ຢູ່ບ້ານ ນາທາມ ເມືອງປາກງື່ມ ກໍໄດ້ປ່ອຍນ້ຳເສັຍ ລົງໃສ່ໜອງຫານ ເຮັດໃຫ້ປາໃນໜອງຕາຍ ເປັນຈຳນວນຫລາຍໂຕນ ເມື່ອປີກາຍ ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.