ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ເດືອດຮ້ອນ ຍ້ອນຈູດຂີ້ເຫຍື້ອຊະຊາຍ
ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ຈຳນວນນຶ່ງ ໄດ້ຮັບຜົລກະທົບ ຈາກການຈູດຂີ້ເຫຍື້ອຊະຊາຍ ຂອງເພື່ອນບ້ານ ດ້ວຍກັນເອງ, ເຖິງວ່າຈະມີການແຈ້ງ ໄປຍັງອຳນາດການປົກຄອງບ້ານ, ແຕ່ກໍບໍ່ຄ່ອຍສາມາດຫ້າມ ການຈູດຂີ້ເຫຍື້ອນັ້ນ ໄດ້ດີພໍເທົ່າໃດ.
-
ພູວົງສ໌
2024-02-13 -
-
-
Your browser doesn’t support HTML5 audio
ໃນໄລຍະປັດຈຸບັນ, ຊາວບ້ານຈຳນວນນຶ່ງ ຢູ່ນະຄອນຫຼວງວຽງຈັນ ພວມໄດ້ຮັບຜົລກະທົບ ຈາກການຈູດຂີ້ເຫຍື້ອຊະຊາຍ ຂອງເພື່ອນບ້ານ, ໂດຍທີ່ພາກສ່ວນທີ່ກ່ຽວຂ້ອງ ບໍ່ໄດ້ລົງມາກວດກາ-ຄວບຄຸມ ຢ່າງຈິງຈັງ ເປັນຕົ້ນ ໃນວັນທີ 12 ກຸມພາ 2024 ທີ່ຜ່ານມາ, ມີຜູ້ໃຊ້ສື່ສັງຄົມອອນລາຍນ໌ ຜູ້ນຶ່ງ ເຜີຍແຜ່ຄລິປວີດິໂອ ເປັນກຸ່ມຄວັນສີດຳ ລອຍຂຶ້ນເທິງຟ້າ ບໍຣິເວນຖນົນອາຊ້ຽນ ເຂດບ້ານຂົວຫຼວງ, ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ພາຍຫຼັງມີຜູ້ລະບຸວ່າ ກຸ່ມຄວັນດັ່ງກ່າວ ມາຈາກການຈູດ-ເຜົາ ກອງຂີ້ເຫຍື້ອ ຂອງຊາວບ້ານ ບໍ່ແມ່ນເຫດການໄຟໄໝ້ ແຕ່ຢ່າງໃດ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງຊາວບ້ານ ຈຳນວນນຶ່ງ ຢູ່ນະຄອນຫຼວງວຽງຈັນ ຕໍ່ກັບບັນຫາ ການຈູດຂີ້ເຫຍື້ອຊະຊາຍ, ໂດຍຊາວບ້ານ ຜູ້ນຶ່ງ ກ່າວວ່າ ເພື່ອນບ້ານຂອງລາວ ຫຼາຍຫຼັງຄາເຮືອນ ຍັງມັກຈູດຂີ້ເຫຍື້ອ ໃນຍາມແລງ ແລະ ຍາມກາງຄືນ ເຮັດໃຫ້ເຂົາເຈົ້າ ໄດ້ຮັບຄວາມເດືອດຮ້ອນ.
ດັ່ງທີ່ລາວກ່າວ ໃນມື້ວັນທີ 13 ກຸມພາ 2024 ນີ້ວ່າ:
“ເປັນປະເພນີເລີຍ ຈູດທຸກແລງເລີຍ, ມີຢູ່. ແຕ່ວ່າມັນຂຶ້ນນຳສັນດານ ຂອງຄົນນ່າ. ຕົກແລງມານີ້ ແມ່ນຈູດໂລດ, ຢູ່ແຖວບ້ານນີ້ ກະບໍ່ຮູ້ນ່າ ກອງຂີ້ເຫຍື້ອ ມັນຫຼາຍຄົນຈູດນ່າ. ບ້ານນຶ່ງ ຈູດເກືອບທຸກບ່ອນ, ບໍ່ຈັກຊິເວົ້າ, ຜູ້ໃດເວົ້າກະບໍ່ຟັງ.”
ທາງດ້ານ ຊາວບ້ານ ອີກນາງນຶ່ງ ກ່າວວ່າ ຍານາງກໍໄດ້ຮັບຄວາມເດືອດຮ້ອນ ຈາກເພື່ອນບ້ານ ທີ່ຈູດຂີ້ເຫຍື້ອຊະຊາຍ ເຊັ່ນດຽວກັນ. ແຕ່ຍານາງກໍໄດ້ໂອ້ລົມ ນຳເພື່ອນບ້ານ ໃຫ້ຢຸດເຊົາ ຈູດຂີ້ເຫຍື້ອດັ່ງກ່າວແລ້ວ.
ດັ່ງທີ່ຍານາງ ກ່າວວ່າ:
“ໂອ້! ຈູດຂີ້ເຫຍື້ອ ຈູດຖົງຢາງ ກະຂິວແຫຼະເນາະ. ຍາມລົມພັດມາ ມັນກະຂິວແທ້ຂິວວ່າແຫຼະເນາະ. ໂອ້! ເປັນເພື່ອນບ້ານ ເຂົາເຊົາຈູດແລ້ວ.”
ຂະນະທີ່ຊາວບ້ານ ອີກຜູ້ນຶ່ງ ກ່າວວ່າ ທ່ານກໍໄດ້ຮັບຄວາມເດືອດຮ້ອນຫຼາຍ ຈາກການຈູດຂີ້ເຫຍື້ອ ຈາກເພື່ອນບ້ານ ເຖິງແມ່ນວ່າ ເຂົາເຈົ້າຈະພະຍາຍາມແຈ້ງ ໄປທາງນາຍບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງມາກວດກາ ແລະ ຕັກເຕືອນ, ແຕ່ກໍບໍ່ໄດ້ມີການແກ້ໄຂ ແຕ່ຢ່າງໃດ.
ດັ່ງທີ່ທ່ານກ່າວວ່າ:
“ທາງນາຍບ້ານ ເພິ່ນກະບໍ່ວ່າ ບໍ່ຫຍັງນ່າ ເພິ່ນກະບໍ່ໄດ້ສົນ ບໍ່ໄດ້ຫຍັງນ່າ. ແມ່ນ, ທັມມະດາ ຄັນເພິ່ນຈູດ ຈູດຍາມມັນລົມລ່ວງ ແມ່ນຍາມສວາຍເນາະ. ແຕ່ຕົກແລງມານີ້ ເຂົາເຈົ້າເຣີ່ມເອົາໂລດນາ.”
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ຫ້ອງການຄຸ້ມຄອງ ແລະ ບໍຣິຫານຕົວເມືອງວຽງຈັນ ຫຼື ຄບຕ.ນວ. ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ກ່ຽວກັບການແກ້ໄຂບັນຫາ ປະຊາຊົນຈູດຂີ້ເຫຍື້ອຊະຊາຍ, ແຕ່ບໍ່ສາມາດຕິດຕໍ່ໄດ້.
ໃນໄລຍະທ້າຍເດືອນທັນວາ 2023 ທີ່ຜ່ານມາ, ທາງການນະຄອນຫຼວງວຽງຈັນ ກໍໄດ້ອອກແຈ້ງການ ຫ້າມບຸກຄົນ, ນິຕິບຸກຄົນ ຈູດຂີ້ເຫຍື້ອ, ຈູດປ່າ ແລະ ຈູດທົ່ງນາ, ຮົ້ວສວນ ຊະຊາຍ ເພື່ອສະກັດກັ້ນ ແລະ ປ້ອງກັນມົລພິດທາງອາກາດ ແລະ ຝຸ່ນລະອອງຂນາດນ້ອຍ ຫຼື PM2.5 ບໍ່ໃຫ້ເກີນຄ່າມາຕຖານ ໃນໄລຍະຣະດູແລ້ງປີ 2024. ຫາກຜູ້ໃດລະເມີດ ຈະຖືກກ່າວເຕືອນ ຫຼືຖືກປັບໃໝ ແລະ ດຳເນີນຄະດີຕາມກົດໝາຍ.
ພ້ອມກັນນີ້, ການຈູດຂີ້ເຫຍື້ອຊະຊາຍ ເປັນຄວາມຜິດ ຕາມປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ມາດຕຣາ 346 ທີ່ລະບຸວ່າ ບຸກຄົນໃດ ຫາກປ່ອຍຄວັນ, ຝຸ່ນລະອອງ, ສານພິດ ຫຼື ຣັງສີ ທີ່ເປັນອັນຕຣາຍ ຂຶ້ນສູ່ອາກາດ ເກີນມາຕຖານ ທາງສິ່ງແວດລ້ອມ ສ້າງຄວາມເສັຽຫາຍຮ້າຍແຮງ ຈະຖືກປັບໃໝເປັນເງິນ 5,000,000 ກີບ ຫາ 50,000,000 ກີບ ຫຼືຖືກຕັດອິສຣະພາບ 6 ເດືອນ ຫາ 3 ປີ. ກໍຣະນີຫາກເປັນຕົ້ນເຫດອັກຄີພັຍ ຕ້ອງໄດ້ຮັບຜິດຊອບ ຄ່າເສັຽຫາຍທັງໝົດ.
ເຖິງວ່າຫ້ອງການຄຸ້ມຄອງ ແລະ ບໍຣິຫານຕົວເມືອງວຽງຈັນ ໄດ້ມີບໍຣິການເກັບຂີ້ເຫຍື້ອ ແກ່ປະຊາຊົນ ໂດຍມີການເກັບຄ່າບໍຣິການ ເດືອນລະປະມານ 60,000 ຫາ 70,000 ກີບຕໍ່ເດືອນ, ແຕ່ຊາວບ້ານຈຳນວນຫຼາຍ ກໍຍັງນິຍົມຈູດ-ເຜົາຂີ້ເຫຍື້ອ ໃນເຮືອນຊານຂອງຕົນ, ຊຶ່ງໄດ້ສ້າງຄວາມເດືອດຮ້ອນ, ລຳຄານ ແລະ ບັນຫາດ້ານສຸຂພາບ ແກ່ເພື່ອນບ້ານນຳດ້ວຍ. ອີກທັງເຈົ້າໜ້າທີ່ ຈາກພາກສ່ວນທີ່ກ່ຽວຂ້ອງ ກໍບໍ່ໄດ້ເຂັ້ມງວດ ໃນການແກ້ໄຂບັນຫາ ດັ່ງກ່າວນີ້ ພໍເທົ່າໃດ.