ລາວສ້າງເຂື່ອນເພື່ອນບ້ານ ເປັນຫ່ວງ
2015.09.14
ເຈົ້າຫນ້າທີ່ ກຳພູຊາ ກ່າວ ໃນ ວັນສຸກ ວ່າ, ກຳພູຊາ ຈະ ຄັດຄ້ານ ປະເທດ ເພື່ອນບ້ານ ໃນ ການ ເດີນຫນ້າ ໂຄງການ ເຂື່ອນ ດອນສະໂຮງ, ທີ່ ປາສຈາກ ຄວາມ ເຫັນພ້ອມ ຈາກ ບັນດາ ປະເທດ ແມ່ນ້ຳຂອງ ຜູ້ ທີ່ໄດ້ຮັບ ຜົລກະທົບ ຈາກ ໂຄງການ ດັ່ງກ່າວ.
ທ່ານ Polham ປະທານ ຄນະ ກັມມາທິການ ກ່ຽວກັບ ແຜນການ ແລະ ການລົງທຶນ ກະສິກັມ ຊົລປະທານ ການພັທນາ ຊົນນະບົດ ສິ່ງແວດລ້ອມ ແລະ ຊັພຍາກອນ ນ້ຳ ສະພາ ແຫ່ງຊາດ ກຳພູຊາ ກ່າວ ວ່າ, ທາງການ ກຳພູຊາ ຮ່ວມດ້ວຍ ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ, ທັງ ພາຍໃນ ແລະ ຕ່າງປະເທດ ມີ ຄວາມເປັນຫວ່ງ ໃນ ບົດ ຣາຍງານ ທີ່ ສປປລາວ ຕັດສິນໃຈ ເດີນຫນ້າ ໃນການ ສ້າງ ເຂື່ອນ ຂນາດ 260 ເມກາວັດ ດອນສະໂຮງ, ຊຶ່ງ ເປັນເຂື່ອນ ໄຟຟ້າ ແຫ່ງ ທີສອງ ໃນລາວ, ທີ່ ຈະສ້າງ ໃສ່ ແມ່ນ້ຳຂອງ, ແມ່ນ້ຳ ສາຍຫລັກ ໃນ ກຸ່ມ ປະເທດ ເອເຊັຽ ຕາເວັນອອກ ສ່ຽງໃຕ້. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:
"ຄນະ ກັມມາທິການ ຂອງ ພວກເຮົາ ຈະພົບປະ ຫາລື ກັນ ອີກໃຫມ່, ເພື່ອ ວາງແຜນ ປະຕິບັດ ງານ ຂັ້ນຕໍ່ໄປ, ແລະ ຈຸດຢືນ ທີ່ ພວກເຮົາ ຈະກະທຳ ພວກເຮົາ ບໍ່ມີ ທາງເລືອກ ອື່ນ, ນອກຈາກ ບີບໃຫ້ ຣັຖບານ ກຳພູຊາ ວາງ ມາຕການ ກີດກັ້ນ ຣັຖບານ ລາວ ບໍ່ໃຫ້ສ້າງ ເຂື່ອນ ດອນສະໂຮງ".
ທ່ານ ກ່າວ ກ່ຽວກັບ ເຣື້ອງນີ້ ຕໍ່ ວິທຍຸ ເອເຊັຽ ເສຣີ ຜແນກ ພາສາຂແມ ວ່າ, ທ່ານ ຈົນ ຕົກຕະລຶງ ທີ່ ຮູ້ວ່າ, ສະພາ ແຫ່ງຊາດ ລາວ, ຕັດສິນໃຈ ໃຫ້ ໃຟຂຽວ ຕໍ່ ໂຄງການ ເຂື່ອນ ດອນສະໂຮງ, ຊຶ່ງ ເປັນ ໂຄງການ ທີ່ຍັງບໍ່ ເຫັນພ້ອມ ຈາກ ຄນະ ກັມມາທິການ ແມ່ນ້ຳຂອງ, ຊຶ່ງ ເປັນ ອົງການ ປົກປ້ອງ ແລະ ເບິ່ງແຍງ ການພັທນາ ໃນ ແມ່ນ້ຳຂອງ.