ກຳພູຊາຮຽກຮ້ອງໃຫ້ໂຈະ ເຂື່ອນ ດອນສະໂຮງ
2014.10.15

ກ່ອນຈະຮອດ ມື້ເປີດ ກອງປະຊຸມ ການ ປຶກສາ ຫາລື ແຫ່ງຊາດ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ທີ່ ຈະມີຂື້ນ ໃນທ້າຍ ອາທິດນີ້ ທີ່ ກຳພູຊາ ຊຸມຊົນ ຜູ້ທີ່ໄດ້ ຮັບ ຜົລກະທົບ ຈາກ ໂຄງ ການ ດັ່ງກ່າວ ໃນ ກຳພູຊາ ຕ້ອງການ ຢາກໃຫ້ ໂຈະ ການ ກໍ່ ສ້າງ ໄວ້ກ່ອນ.
ກຳພູຊາ ມີແຜນການ ຈະຈັດ ກອງປະຊຸມ 4 ຄັ້ງ ກ່ຽວກັບ ໂຄງ ການ ເຂື່ອນ ດອນສະໂຮງ ເລີ້ມແຕ່ນີ້ ໄປ ຈົນຮອດ ເດືອນ ທັນ ວາ ເພື່ອກະຕຽມ ຂໍ້ມູນ ຕອບໂຕ້ ກອງປະຊຸມ ຂອງ ຂົງເຂດ ທີ່ ຈະຈັດຂຶ້ນ ໃນ ທ້າຍປີນີ້. ອິງຕາມ ຄຳເວົ້າຂອງ ນາຍ ເຕ ນາວຸດ ເລຂາ ຄນະ ກັມມະການ ແມ່ນ້ຳຂອງ ແຫ່ງຊາດ ກຳພູຊາ.
ແຕ່ກຸ່ມ ຕໍ່ຕ້ານ ການສ້າງ ເຂື່ອນ ໃນມື້ວານ ນີ້ໄດ້ ປະນາມ ກອງ ປະຊຸມ ດັ່ງກ່າວ ໂດຍເວົ້າວ່າ ຂັ້ນຕອນ ການ ປຶກສາ ຫາລື ລ່ວງ ຫນ້າ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ນັ້ນ ຈະບໍ່ມີ ຄວາມ ຫມາຍ ຫຍັງຫມົດ ແລະ ເປັນຄວາມ ຜິດພາດ ມາແຕ່ຕົ້ນ.
ນາຍ ຢຸກ ແສງລອງ ຜູ້ຈັດການ ເຄືອຂ່າຍ ການປະໂມງ ເວົ້າວ່າ ພວກເຂົາເຈົ້າ ບໍ່ຄິດວ່າ ຜົລຂອງ ກອງປະຊຸມ ດັ່ງກ່າວ ຈະມີ ປະສິດ ທິຜົລ ໃນ ການ ບັງຄັບໃຊ້ ເພາະ ລາວ ໄດ້ເລີ້ມ ສ້າງ ເຂື່ອນ ດອນສະໂຮງ ແດ່ແລ້ວ.
ອິງຕາມ ຄນະ ກັມມະການ ແມ່ນ້ຳຂອງ, ຂັ້ນຕອນ ການປຶກສາ ຫາລື ກັນ ລ່ວງຫນ້າ ບໍ່ໄດ້ໃຫ້ ອຳນາດ ປະເທດ ລຸ່ມ ແມ່ນ້ຳຂອງ ປະເທດໃດ ປະເທດນື່ງ ໃນການ ອອກສຽງ ຕ້ານການ ສ້າງ ເຂື່ອນດ ອນສະໂຮງ ແຕ່ຢ່າງໃດ.