ສື່ສັງຄົມ ອອນລາຍ ຣາຍງານ ຢ່າງ ແຜ່ລາມ ວ່າ ເມື່ອ ເວລາ 6 ໂມງເຊົ້າ ຂອງ ວັນທີ 31 ທັນວາ 2014 ໄດ້ມີຣົດ ຂົນສົ່ງ ນັກຊ່ຽວ ຊານ ຈາກ ເຂື່ອນ ໄຊຍະບູຣີ ຊື່ງ ມີທັງຫມົດ 18 ຄົນ ໄດ້ ເກີດເຫດ ຕົກເຫວ ຢູ່ ບໍຣິເວນ ເຂດ ນ້ຳປອງ ຣະຫວ່າງ ເສັ້ນທາງ ຕັດໃຫມ່ ຈາກ ເມືອງກາສີ ແຂວງ ວຽງຈັນ ແລະ ເມືອງນ່ານ ແຂວງ ຫຼວງພຣະບາງ.
ຕາມຂໍ້ມູນ ຈາກ FACEBOOK ຄົນ ຂັບຣົດ ເປັນຄົນລາວ ສ່ວນ ຜູ້ໂດຍສານ 16 ຄົນເປັນຄົນ ຟິລິປປິນ ແລະ ອີກນື່ງຄົນ ເປັນ ຄົນລາວ. ບ່ອນທີ່ ເກີດເຫດ ເປັນທາງໂຄ້ງ ຂຶ້ນພູ ແລະ ບໍ່ມີ ຮົ້ວກັ້ນ. ເປັນທີ່ ຄາດກັນວ່າ ຄົນຂັບຣົດ ເບີ່ງບໍ່ເຫັນ ເສັ້ນທາງ ຍ້ອນມີ ໝອກໜາ ໃນ ເວລານັ້ນ.
ຫລັງຈາກ ເກີດເຫດ ໃນ ເວລາ 11 ໂມງ ມື້ດຽວກັນ ຫນ່ວຍກູ້ພັຍ ກໍມາເຖິງ ເຂດ ດັ່ງກ່າວ ສາມາດ ຊ່ອຍ ຜູ້ທີ່ໄດ້ຮັບ ບາດເຈັບ ໄດ້ ນຶ່ງຄົນ ທີ່ຄ້າງຢູ່ ເທິງຫີນ ແລະ ໄດ້ກູ້ສົບ ຜູ້ ເສັຽຊີວີດ ສາມຄົນ ສ່ວນເຫລືອ 14 ຄົນ ຍັງຕິດຢູ່ ໃນຣົດ ຍັງບໍ່ສາມາດ ກູ້ຂຶ້ນ ມາໄດ້ເທື່ອ ຍ້ອນເຫວ ເລິກ ກວ່າ 500 ແມັດ. ປັດຈຸບັນ ຍັງບໍ່ມີ ຣາຍງານ ເພີ້ມ ກ່ຽວກັບ ຜູ້ທີ່ຍັງ ຄ້າງຢູ່ໃນ ຣົດວ່າ ເປັນແນວໃດ.
ໃນຊ່ວງ ອອກຂ່າວ ນີ້ ວິທຍຸ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ໄປຫາ ເຈົ້າຫນ້າທີ່ ກ່ຽວຂ້ອງ ໃກ້ບ່ອນ ເກີດເຫດ ແຕ່ ບໍ່ສາມາດ ຕິດຕໍ່ໄດ້ ພ້ອມທັງ ຖາມໄປຍັງ ປະຊາຊົນ ໃນເຂດ ໃກ້ຄຽງ ກໍບໍ່ມີ ຜູ້ໃດ ຮູ້ເຫັນ ແລະ ໃຫ້ການ ຢືນຢັນ ໃນເຫດ ດັ່ງກ່າວ ໄດ້ເທື່ອ.