ຄວາມສ່ຽງຂອງເດັກນ້ອຍຈາກການ ໃຊ້ອິນເຕີແນັຕ
2013.10.11

ສະຖານທູດອັງກິດທີ່ນະຄອນຫລວງວຽງຈັນທນ໌ໄດ້ຈັດຕັ້ງການເຄື່ອນ ໄຫວຫລາຍຢ່າງ ຮວມທັງໄດ້ມີການລົງນາມ ໃນຂໍ້ຕົກລົງກັບບໍຣິສັດ ໂທຣະຄົມມະນາຄົມລາວ ບີລາຍ ເພື່ອພຍາຍາມປົກປ້ອງ ເດັກນ້ອຍ ລາວຈາກການໃຊ້ Internet.ສະຖານທູດອັງກິດມີຄວາມ ພາກພູມໃຈ ທີ່ຈະໄດ້ ປະກາດເຖິງ ການຮ່ວມມື ກັບບໍຣິສັດໂທຣະຄົມ ມະນາຄົມ ລາວບີລາຍ ຢູ່ສປປລາວ ທີ່ຈະໄດ້ເຜີຍແພ່ວິທີການປ້ອງ ກັນຕົນເອງ ໃຫ້ແກ່ເດັກນ້ອຍ ແລະ ວັຍໜຸ່ມລາວທາງ Internet. ຄູ່ຮ່ວມມືແລະ ການຂົນຂວາຍເພື່ອຄວາມປອດພັຍທາງ Internet ມີຂຶ້ນພຽງພາຍ ຫຼັງທີ່ທາງສະຖານທູດອັງກິດ ມີທິມງານເຄື່ອນໄຫວກັບກໍາມາທິການ ແຫ່ງຊາດລາວ ເພື່ອແມ່ແລະເດັກນ້ອຍ ທີ່ຈະໃຫ້ມີການ ຝຶກອົບຮົມ ໂດຍສູນ ປົກປ້ອງການກົດຂີ່ ຂູດຮີດເດັກນ້ອຍ ທາງ Internet ຊຶ່ງ ຕັ້ງຢູ່ກຸງລອນດອນ ປະເທສອັງກິດ.
ທິມງານສູນແຫ່ງນີ້ແມ່ນເຈົ້າໜ້າທີ່ຣັຖບາລພະນັກງານປະຊາສັງຄົມ ແລະນາຍຄຣູນາໆຊາດ ເປັນຜູ້ນໍາພາທີ່ຈະໃຫ້ການຝຶກອົບຮົມເປັນເວລາ 3 ວັນກ່ຽວກັບບັນຫາຕ່າງໆ ຊຶ່ງພົວພັນກັບການປົກປ້ອງເດັກນ້ອຍ ຮວມທັງການ ກໍານົດແຜນ ການສອນໂດຍກົງ ສໍາລັບການເຮັດວຽກກັບ ວັຍໜຸ່ມ ໃນການສິດສອນພວກເຂົາເຈົ້າ ກ່ຽວກັບຄວາມສ່ຽງຕ່າງໆ ແລະຊ່ອງທາງການຣາຍງານ ເວລາຕົກຢູ່ໃນສະພາບອັນຕະຣາຍ. ໃນອາ ທິດນີ້ ສະຖານທູດອັງກິດ ແລະບໍຣິສັດໂທຣະຄົມ ມະນາຄົມລາວ ບີລາຍ ໄດ້ອອກເຜີຍແພ່ແບ່ງປັນ ເຄັດລັບ ໃຫ້ວັຍໜຸ່ມລາວ ກ່ຽວກັບວິທີ ທີ່ຈະຢູ່ ຢ່າງປອດພັຍ ກ່ຽວກັບ Internet.