ໂຮງງານອົບຂີ້ເຫຼົາເບັຽ ສົ່ງກິ່ນ
2016.10.04
ໂຮງງານ ອົບ ຂີ້ເຫຼົ້າເບັຽ ທີ່ ເມືອງ ໄຊເສດຖາ ສົ່ງກິ່ນເຫມັນ ໄປສູ່ ຊຸມຊົນ ໃກ້ຄຽງ ແລະ ຜູ້ຄົນທີ່ ຜ່ານໄປມາ ແລະ ເຖິງຂັ້ນສ້າງ ຄວາມເດືອດຮ້ອນ ໃຫ້ແກ່ ປະຊາຊົນ ໃກ້ເຂດນີ້ ເປັນຕົ້ນ ບ້ານດຸງ ແລະ ບ້ານນາໄຫ.
ປັດຈຸບັນ ທາງໂຮງງານ ຍັງສືບຕໍ່ ດຳເນີນ ການອົບ ຂີ້ເຫຼົ້າເບັຽ ນັ້ນຢູ່ ເຖີງວ່າ ທາງແຂວງ ຈະ ອອກຄຳສັ່ງ ໃຫ້ປິດ ຊົ່ວຄາວ ກໍຕາມ. ດັ່ງ ເຈົ້າຫນ້າທີ່ ກ່ຽວຂ້ອງ ໄດ້ເປີດເຜີຍ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 3 ຕຸລາ ນີ້ວ່າ:
"ກິ່ນເໝັນ ໃຫ້ແກ່ ປະຊາຊົນ ຢູ່ໃກ້ຄຽງເນາະ ແລ້ວກໍອັນນຶ່ງ ມາ ໂຮງງານ ຍັງບໍ່ ມີບົດສຶກສາ ໂຄງການ ບໍ່ມີທະບຽນ ບໍ່ມີ ອີ່ຫຍັງ ຕ່າງໆເນາະ ເຈົ້າເມືອງເຮົາ ກໍມີ ຄຳສັ່ງແລ້ວ ຄຳສັ່ງໃຫ້ ເຂົາໂຈະ ນໍ ແລ້ວກໍມີ ທາງຫ້ອງວ່າການ ນະຄອນຫຼວງ ເພິ່ນສັ່ງ ໃຫ້ໂຈະເນີ ສຸດທ້າຍນີ້ ແມ່ນມີ ແຈ້ງການ ຂອງ ຜແນກ ອຸດສາຫະກັມ ແລະ ການຄ້າ ວ່າໃຫ້ປິດ ເຊົາຖາວອນ ໃຫ້ໂຈະ ຖາວອນເນາະ ແຕ່ວ່າ ທາງໂຮງງານ ກໍຍັງເຮັດ ຢູ່".
ທ່ານກ່າວ ຕື່ມວ່າ ໂຮງງານນີ້ ແມ່ນ ໂຮງງານ ອົບຂີ້ເຫຍື້ອ ຈາກ ບໍຣິສັດ ເບັຽລາວ ທີ່ມີຊື່ວ່າ ໂຮງງານ A2B RECYCLE. ຍັງບໍ່ໄດ້ ລົງທະບຽນ ເປັນທາງການ ແລະ ກໍບໍ່ມີການ ເຮັດ ບົດສຶກສາ ຜົລກະທົບ ຕໍ່ ສິ່ງແວດລ້ອມ ຕັ້ງຂຶ້ນແບບ ບໍ່ຖືກຕ້ອງ. ສື່່ ທາງການລາວ ຣາຍງານ ວ່າ ໂຮງງານ ແຫ່ງນີ້ ໄດ້ ຕິດຕໍ່ກັບ ພາກຣັດ ຫນ່ວຍງານ ທີ່ກ່ຽວຂ້ອງ ເປັນປະຈຳ ຊຶ່ງ ໃນປັດຈຸບັນ ທາງໂຮງງານ ກຳລັງ ສັ່ງຊື້ ເຄື່ອງຈັກໃຫມ່ ຈາກ ຕ່າງປະເທດ ມາໃຊ້ແທນ ເຄື່ອງຈັກເກົ່າ ຄາດວ່າຈະ ຫລຸດຜ່ອນ ຜົລກະທົບ ຕໍ່ ສິ່ງແວດລ້ອມ ໄດ້ 70 ສ່ວນຮ້ອຍ.
ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ປະຊາຊົນ ຜູ້ທີ່ຢູ່ໃກ້ ເຂດດັ່ງກ່າວ ກໍໄດ້ຮັບ ຜົລກະທົບ ທາງດ້ານ ສຸຂພາບ ຈາກ ກິ່ນເຫມັນ ຢ່າງແຮງ ເປັນຕົ້ນ ແສບຕາ ແສບຄໍ ແລະ ຫາຍໃຈຝືດ ເຂົາເຈົ້າ ຢາກໃຫ້ ທາງການ ເຂົ້າມາ ແກ້ໄຂບັນຫາ ນີ້ໂດຍໄວ.
ໂຮງງານ ອົບຂີ້ເບັຽ ແຫ່ງນີ້ ເປັນຂອງ ທ່ານ ໄຊຍະເດັດ ວົງໄຊ ຊຶ່ງ ເປັນລູກຊາຍ ຂອງ ຜູ້ອຳນວຍການ ບໍຣິສັດ ເບັຽລາວ ແລະ ເປັນຜູ້ ກໍ່ຕັ້ງ ໂຮງງານ A2B RECYCLE ທີ່ ບ້ານດຸງ ເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ.