ນໍ້າຍັງຖ້ວມແຂວງພາກກາງ ຂອງລາວ

ສະພາບນໍ້າຖ້ວມ ແຂວງວຽງຈັນ ແລະ ພາກກາງຂອງລາວ ໃນປີ 2009
ສະພາບນໍ້າຖ້ວມ ແຂວງວຽງຈັນ ແລະ ພາກກາງຂອງລາວ ໃນປີ 2009 (WFP)

0:00 / 0:00

ສະພາບການ ຂອງ ພັຍນ້ຳຖ້ວມ ແຮງຂື້ນ ຢູ່ ແຂວງ ບໍຣິຄຳໄຊ ແຕ່ຍັງບໍ່ຮູ້ ຂໍ້ມູນ ກ່ຽວກັບ ຄວາມເສັຍຫາຍ ເທື່່ອ.

ເຈົ້າຫນ້າທີ່ ຜແນກແຮງງານ ແລະ ສວັດດີການ ສັງຄົມ ທີ່ແຂວງ ບໍຣິຄຳໄຊ ທ່ານນຶ່ງ ເວົ້າວ່າ ຣະຫວ່າງ ວັນທີ 9 ຫາ 10 ສິງຫາ ມີຝົນຕົກຫນັກ ເກີດນ້ຳຖ້ວມ ຢ່າງໃຫຍ່ ໃນເຂດ 3 ຫົວເມືອງ ຄືເມືອງ ທ່າພະບາດ ເມືອງປາກຊັນ ແລະ ເມືອງ ບໍຣິຄັນ ຍ້ອນນ້ຳຂອງ ແລະ ນ້ຳຊັນ ຫລົ້ນຝັ່ງ ມາຖ້ວມບ້ານເຮືອນ ແລະໄຮ່ນາ ຂອງ ປະຊາຊົນ. ໃນປັດຈຸບັນ ທາງການແຂວງ ຍັງບໍ່ມີຂໍ້ມູນ ຄວາມເສັຽຫາຍ ເທື່ອ. ດັ່ງທ່ານກ່າວວ່າ:

"ນ້ຳກຳລັງຖ້ວມຢູ່ ມັນກໍມີ ແນວໂນ້ມ ລົດລົງແລ້ວ ເຂົາກຳລັງເອົາ ຂໍ້ມູນມານີ້ ເຂົາກໍລົງມາ ມື້ນີ້ແຫລະ ຍັງບໍ່ທັນ ລາຍງານມາ. ຖ້ວມຫລາຍ ຫັ້ນແຫລະ ຖືກອ້າຍນ້ອງ ແຫລະ ບໍ່ທັນໄດ້ໄປ ອັນນັ້ນຫັ້ນ ນະໄຮ່ນາຕາກ້າ ຫັ້ນ ກໍຖ້ວມ ເຫມິດແຫລະ".

ວິທຍຸເອເຊັຽເສຣິີ ກໍໄດ້ຕິດຕໍ່ ໄປຍັງສາມເມືອງ ດັ່ງກ່າວ ເພື່ອ ຂໍລາຍລະອຽດ ແຕ່ກໍສາມາດ ຕິດຕໍ່ໄດ້ພຽງແຕ່ ເມືອງປາກຊັນ ຈື່ງຮູ້ວ່າ ສາເຫດນ້ຳຖ້ວມ ທີ່ ເມືອງປາກຊັນ ເຮັດໃຫ້ ປະຊາຊົນ 3-4 ບ້ານ ໄດ້ຮັບ ຄວາມເສັຽຫາຍເຮືອນແລະໄຮ່ນາ ຂອງພວກຂະເຈົ້າ ຖືກນ້ຳຖ້ວມ. ຊາວບ້ານ ບາງຄອບຄົວ ໄດ້ຍ້າຍໄປອາສັຍ ຢູ່ນຳ ຍາດພີ່ນ້ອງ. ດັ່ງເຈົ້າຫນ້າ ທີ່ເມືອງປາກຊັນ ທ່ານນຶ່ງເວົ້າວ່າ:

"ສະເພາະເມືອງປາກຊັນ ເຮົາ ຖ້ວມຢູ່ 3-4 ບ້ານ ພະນັກງານ ເຮົາກຳລັງ ເອົາຂໍ້ມູນຢູ່ ຖ້ວມເຮືອນກະຖ້ວມ ຖ້ວມນາກະຖ້ວມ ນ້ຳເລີ້ມຂື້ນ ວັນສຸກ ບາງເຮືອນ ເຮືອນຕໍ່າ ກໍຂົນເຄື່ອງ ຂົນຫຍັງອອກໄປໃວ້ ເຮືອນພີ່ເຮືອນນ້ອງ ແລ້ວ ກໍໄປນອນນຳ ພີ່ນ້ອງ ເຮືອນໂຕໃດ ມັນສູງ ຂື້ນຢູ່ຊັ້ນສອງ ລະກະແລ້ວ".

ເຖິງຢ່າງໃດກໍຕາມ ຫ້ອງການແຮງງານ ແລະ ສວັດດີການ ສັງຄົມ ກໍໄດ້ໃຫ້ການ ຊ່ອຍເຫລືອເບື້ອງຕົ້ນ ແກ່ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ໃນເຂດ 3 ເມືອງ ດັ່ງກ່າວແດ່ແລ້ວ ເຊັ່ນການແຈກຢາຍ ອາຫານແຫ້ງ ນ້ຳດື່ມ ແລະສິ່ງຂອງ ທີ່ ຈຳເປັນຕ່າງໆ ແລະຫລັງຈາກ ໄດ້ຮັບຂໍ້ມູນ ຄວາມເສັຽຫາຍ ຈາກທາງການແລ້ວ ກໍຈະວາງແຜນ ໃຫ້ການຊ່ອຍເຫລືອ ເພີ້ມຕື່ມອີກ.