ຜູ້ຮັບເຄາະນໍ້າຖ້ວມຍັງລໍຖ້າການ ຊ່ອຍເຫຼືອ


2013.08.20
F-Paksan ເມືອງປາກຊັນ ແຂວງບໍຣິຄໍາໄຊ
fotopedia

 

ຊາວເມືອງ ທ່າພະບາດ ທີ່ໄດ້ຮັບ ຜົນກະທົບ ຈາກ ພັຍນໍ້າຖ້ວມ ຍັງລໍຖ້າ ການຊ່ວຍເຫລືອ.

ຊາວບ້ານຈໍານວນ 227 ຄອບຄົວ ໃນບ້ານ ຫ້ວຍເລິກ ໂພນງາມ ຢາງເຄືອ ແລະຫາດໄຄ້ ເມືອງທ່າພະບາດ ແຂວງ ບໍຣິຄໍາໄຊ ທີ່ຖືກພັຍ ນໍ້າຖ້ວມ ເມື່ອມໍ່ໆມານີ້ ຍັງຄອຍຖ້າ ການຊ່ວຍເຫລືອ ຈາກທາງການຢູ່ ໂດຍສະເພາະຕ້ອງການແນວພັນພືດ ແລະ ພັນເຂົ້າປູກ ຢາປິ່ນປົວ ພຍາຕສັຕລ້ຽງ. ດັ່ງເຈົ້າໜ້າທີ່ ເມືອງທ່າພະບາດ ໄດ້ກ່າວ ໃນວັນທີ່ 20 ສິງຫາ ນີ້ວ່າ:

"ມັນມີແນວພັນພືດ ແນວພັນເຂົ້າ ສໍາລັບເຮັດນາແຊງ ມີຢາປ້ອງກັນ ສັຕ ຢາປິ່ນປົວສັຕ ຂະເຈົ້າຂຶ້ນແປນ ຕ້ອງການນະ ທາງດ້າກະເສດ ຫັ້ນແຫລະ".

ທ່ານວ່າ ນໍ້າຖ້ວມໃນຕົ້ນເດືອນ ສິງຫາ ນີ້ເຮັດໃຫ້ ເຂົ້າໃນນາ ຂອງຊາວບ້ານ ໄດ້ຮັບ ຄວາມເສັຽຫາຍ ປະມານ 300 ເຮັກຕາ, ເປັດແລະໄກ່ ຕາຍ 1,000 ກ່ວາໂຕ, ງົວ ແລະຄວາຽຕາຍ 2 ໂຕ ຮວມຄ່າເສັຽຫາຍ ທັງໝົດ ປະມານ 4,500  ລ້ານກີບ. ຜ່ານມາ ຜແນກ ແຮງງານ ແລະສວັດດີການ ປະຈໍາແຂວງ ຮ່ວມກັບປະຊາຊົນ ແລະ ພໍ່ຄ້າຊາວຂາຍ ໄດ້ໃຫ້ການຊ່ວຍເຫລືອເບື້ອງຕົ້ນແລ້ວ ເຊັ່ນ:ອາຫານແຫ້ງນໍ້າດື່ມ  ແລະ ເງິນຈໍານວເລັກນ້ອຍ ແຕ່ບໍ່ພໍກັບ ຄວາມຕ້ອງການ. ສໍາລັບການ ຊ່ວຍເຫລືອ ຕາມທີ່ຊາວບ້ານ ຕ້ອງການນັ້ນ ຜແນກກະສິກັມ ແຂວງ ກໍບອກກັບ ເອເຊັຽເສຣີວ່າ ຍັງບໍ່ສາມາດ ໃຫ້ ລາຍລະອຽດໄດ້ ພຽງແຕ່ເວົ້າວ່າ ຈະຊ່ວຍເຫລືອ ຢ່າງແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.