ຍິງຊະຣາຂໍຄວາມເຫັນໃຈ
2015.08.12
ແມ່ຍິງ ວັຍຊະຣາ ອາຍຸ 70 ປີ ທີ່ ທຸກຍາກ ຂັດສົນ ຢູ່ ບ້ານ ເມືອງໃໝ່ ເມືອງ ບໍຣິຄັນ ແຂວງ ບໍຣິຄໍາໄຊ, ກໍາລັງ ຕ້ອງການ ຄວາມ ຊ່ວຍເຫຼືອ ຈາກ ຜູ້ທີ່ ໃຈບຸນ, ຍ້ອນຖືກ ພັຍ ນໍ້າຖ້ວມ, ເຄື່ອງຂອງ ເສັຽຫາຍ.
ດຽວນີ້ ແມ່ຍິງ ວັຍຊະຣາ ຜູ້ນີ້ ບໍ່ມີ ອາຫານ ການກິນ ແລະ ເຄື່ອງໃຊ້ ທີ່ຈໍາເປັນ, ຕ້ອງໄດ້ ຂໍ ທຸກຢ່າງ ຈາກ ຊາວບ້ານ ໃກ້ຄຽງ ທີ່ ພໍມີໃຫ້ ໄດ້ຫຼາຍມື້ ມາແລ້ວ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ໃນວັນທີ 11 ສິງຫາ 2015 ນີ້:
"ນໍ້າຖ້ວມ ຫວ່າງກີ້ນີ້ ກະຖ້ວມ ເຮືອນ ເພິ່ນເດ ເພິ່ນ ກະຢູ່ ບໍ່ໄດ້ ໄປຢູ່ນໍາ ເຂົາ ແລ້ວບັດນີ້ ນໍ້າແຫ້ງ, ເປັດໄກ່ ເພິ່ນ 2-3 ໂຕ ເພິ່ນ ລ້ຽງໄວ້ ກະຕາຍ ໝົດແລ້ວ ເດ໊ ກະບໍ່ມີ ອີ່ຫຍັງ, ອີ່ຫຍັງ ເພິ່ນກະ ບໍ່ມີນະ ເຮືອນ ເພິ່ນກະ ຍັງຊິຫັກ ໝົດແລ້ວ ກິນກະ ກິນນໍາ ຊາວບ້ານ".
ແມ່ຕູ້ຕີ ໃຊ້ ຊີວິດ ທີ່ ທຸກຍາກ ລຳບາກ ມາຫຼາຍປີ ແລ້ວ, ເນື່ອງຈາກ ວ່າ ມີແຂນ ຂ້າງດຽວ, ບໍ່ມີ ຄອບຄົວ ຫຼື ຍາດພີ່ນ້ອງ, ຜົວ ແລະ ລູກສາວ ກໍ ເສັຽຊີວິດ ໄດ້ ຫຼາຍປີ ແລ້ວ.
ເຈົ້າໜ້າທີ່ ຜູ້ດຽວ ກັນນີ້ ກ່າວ ອີກວ່າ, ທາງການ ທ້ອງຖິ່ນ ກໍໄດ້ຊ່ອຍ ແມ່ຕູ້ ສ້ອມແປງ ເຮືອນ ທີ່ ເປ່ເພ, ແລະ ມີຜູ້ໃຈບຸນ ໃຫ້ເງິນ ຊ່ອຍເຫຼືອ ຕາມທີ່ ພໍໃຫ້ໄດ້.