ຄວາມຄືບໜ້າຣົດບໍຣິສັດ ຈີນ

ອະວາຣີ
2016.01.28
F-BMW ສະພາບຣົດ BMW ທີ່ຖືກກັກດັດ ລອບທໍາຮ້າຍ
Citizen Journalist

ໜັງສືພິມ ຊິນຫົວ ຂອງ ທາງການ ຈີນ ຣາຍງານ ວ່າ ຄົນຮ້າຍ ວາງຣະເບີດ ບຸກໂຈມຕີ ຊາວຈີນ ເສັຽຊີວິດ ສອງຄົນ ບາດເຈັບ ນຶ່ງຄົນ. ຜູ້ເສັຽຊີວິດ ຄົນນຶ່ງ ເປັນ ກັມມະກອນ ເຮັດວຽກ ໃຫ້ ບໍຣິສັດ ບໍ່ແຮ່ ຈາກ ແຂວງ ຢູນ່ານ ຂອງຈີນ. ການ ວາງຣະເບີດ ເທື່ອນີ້ ເກີດຂື້ນ ເມື່ອ ວັນອາທິດ ວັນທີ່ 24 ເດືອນ ມົກກະຣາ 2016 ທີ່ ແຂວງ ໄຊສົມບູນ ພາກເໜືອ ຂອງລາວ.

ຫລັງຈາກ ເກີດເຫດ ບໍ່ດົນ ທະຫານລາວ ກໍໄດ້ໄປເຖິງ ສະຖານທີ່ ສ່ວນ ເຈົ້າໜ້າທີ່ ສະຖານທູດ ຈີນ ກໍໄດ້ໄປ ຢ້ຽມຢາມ ຜູ້ບາດເຈັບ ທີ່ ເປັນຄົນຈີນ ນັ້ນແລ້ວ ທີ່ ຮັກສາໂຕ ຢູ່ໂຮງໝໍ ໃນ ນະຄອນຫຼວງ ວຽງຈັນ ທາງການຈີນ ຂໍໃຫ້ ທາງການລາວ ເລັ່ງສືບສວນ ເຫດການ ດັ່ງກ່າວ.

ໃນວັນຈັນ ເຈົ້າໜ້າທີ່ ທາງການລາວ ເວົ້າວ່າ ຫ້ອງການ ປ້ອງກັນ ຄວາມສງົບ ກຳລັງ ສືບສວນ ແລະ ຊອກຫາຈັບ ພວກຄົນຮ້າຍ ນັ້ນຢູ່ ຊຶ່ງຄາດວ່າ ເປັນຊົນເຜົ່າ. ດ່ັງ ເຈົ້າໜ້າທີ່ ປໍກໍສໍ ແຂວງ ໄຊສົມບຸນ ທ່ານນຶ່ງ ເວົ້າວ່າ:

“ພວກເຜົ່ານະ ຊາວເຜົ່າ ນີ້ແຫຼະ ມັນຢູ່ປ່າ ຫ່າງໄກ ສອກຫລີກນະ ມັນຫ້າງ ມິ້ນ ໃສ່ຣົດນະ ພວກເຮົາ ກະຍັງກຳລັງ ກວດກາຢູ່ ກະຍັງ ບໍ່ທັນເຂົ້າໃຈ ຍັງ ສືບສວນຢູ່.”

ເຈົ້າໜ້າທີ່ ທ່ານນີ້ ຄາດວ່າ ຄົນຮ້າຍ ເຫລົ່ານີ້ ອາດຈະເປັນ ກຸ່ມຄົນ ດຽວກັນ ທີ່ ລັດຍິງຣົດ ຫຼາຍໆຄັ້ງ ໃນຣະຍະ ຫຼາຍເດືອນ ຜ່ານມາ ຢູ່ແຂວງ ໄຊສົມບູນ ແລະ ແຂວງ ວຽງຈັນ ແລະ ກໍຄາດວ່າ ເປັນກຸ່ມຄົນ ທີ່ໄດ້ຮັບ ການສນັບສນູນ ຈາກ ຕ່າງ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.