ປາຢູ່ໜອງຕາຍຍ້ອນມົລພິດ

ມະນີຈັນ
2015.10.29
F-fish ປາ ຢູ່ໃນໜອງ ຂອງ ຊາວບ້ານນໍ້າເກິ່ງ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ຕາຍ ແບບບໍ່ຮູ້ສາເຫດ
RFA/VD

ປາ ໃນໜອງ ຂອງ ຊາວບ້ານ ຢູ່ບ້ານ ນໍ້າເກິ່ງ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ຕາຍ ແບບ ບໍ່ຮູ້ ສາເຫດ ຊຶ່ງ ຊາວບ້ານ ສົງໄສວ່າ ເປັນຍ້ອນ ສານເຄມີ ຈາກ ສວນກ້ວຍ ຂອງ ຈີນ ໄຫລລົງ ມາໃສ່ ໜອງປາ ເຂົາເຈົ້າ ຈຶ່ງ ເຮັດໃຫ້ ປາ ຕາຍ. ດັ່ງ ຊາວບ້ານ ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:

"ຜ່ານມາ ກໍບໍ່ເຫັນ ປະກົດ ແນວນີ້ ຈັກເທື່ອ ແຕ່ວ່າ ມາປີນີ້ ຄື ຊິຍ້ອນ ສານເຄມີ ທີ່ ເພິ່ນໃສ່ ຢູ່ໃນ ສວນກ້ວຍ ນີ້ລະ ມັນໄຫລລົງ ມາໃສ່ ໜອງ ເຮັດໃຫ້ ປາ ໃນໜອງ ນີ້ ຕາຍ".

ອີງຕາມ ການ ບອກເລົ່າ ຂອງ ຊາວບ້ານ ປາ ຢູ່ ໃນໜອງ ເລີ້ມຕາຍ ນັບແຕ່ຕົ້ນ ເດືອນ ຕຸລາ ທີ່ ຜ່ານມາ ຊຶ່ງ ຈໍານວນ ທີ່ ຕາຍແມ່ນ ປະມານ 200 ກິໂລ ແຕ່ ປັດຈຸບັນ ຊາວບ້ານ ກໍຍັງ ບໍ່ທັນໄດ້ ຮັບ ຄ່າຊົດເຊີຍ ຈາກ ເຈົ້າ ຂອງສວນກ້ວຍ. ດັ່ງ ຊາວບ້ານ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ອີກວ່າ:

"ໄທເຮົາກະ ເວົ້າກັນ ເລື້ອງ ຄ່າຊົດເຊີຍ ນັ້ນ ແຕ່ວ່າ ບໍ່ຮູ້ວ່າ ເພີ່ນ ຊິແກ້ໃຫ້ ທໍ່ໃດ ເນາະ ກະ ສະເໜີໄປ ທາງເມືອງ ແລ້ວ ແຕ່ ເພິ່ນກະວ່າ ໃຫ້ ລໍຖ້າ".

ອີງຕາມ ຂໍ້ມູນ ຈາກ ແຂວງ ບໍ່ແກ້ວ ໃນປີ 2010 ພົບວ່າ ແຂວງ ບໍ່ແກ້ວ ໄດ້ ໃຫ້ ນັກລົງທຶນ ຈີນ ມາ ສໍາປະທານ ປູກກ້ວຍ ໃນ ເນື້ອທີ່ ດິນ ປະມານ 3,000 ເຮັກຕາ, ຊຶ່ງ ຍັງບໍ່ໄລ່ ຮວມໃສ່ ຈໍານວນ ເນື້ອທີ່ດິນ ທີ່ ຊາວບ້ານ ໄດ້ໃຫ້ ນັກລົງທຶນ ເຊົ່າ ແລະ ສໍາປະທານ.

ບັນຫາ ການປູກກ້ວຍ ຢູ່ ພາກເໜືອ ຮວມທັງ ແຂວງ ບໍ່ແກ້ວ ກໍໃຫ້ເກີດ ມົລພິດ ຕໍ່ ສະພາບ ແວດລ້ອມ ແລະ ຄົນ ໂດຍສະເພາະ ການໃຊ້ ສານເຄມີ ຢູ່ໃນ ສວນກ້ວຍ ແລະ ເຈົ້າໜ້າທີ່ ແຂວງ ບໍ່ແກ້ວ ໄດ້ມີ ຄໍາສັ່ງ ຍຸດຕິ ການໃຫ້ ສໍາປະທານ ທີ່ດິນ ປູກກ້ວຍ ແກ່ ນັກ ລົງທຶນ. ນອກຈາກ ແຂວງ ບໍ່ແກ້ວ ແລ້ວ ຍັງມີ ແຂວງ ຫຼວງນໍ້າທາ, ອຸດົມໄຊ ແລະ ໄຊຍະບູຣີ ທີ່ ໃຫ້ ສໍາປະທານ ທີ່ດິນ ແກ່ ນັກລົງທຶນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.