ຊາວເມືອງແບງໃນເຂດດິນເຈື່ອນ
2014.05.05

ຊາວເມືອງແບງ ທ່ານນຶ່ງ ເປີດເຜີຍວ່າ ໂຄງການ ໂຍກຍ້າຍ ຊາວບ້ານ ໃນເຂດ ເມືອງແບງ ແຂວງ ອຸດົມໄຊ ອອກຈາກ ເຂດທີ່ມີ ຄວາມ ສ່ຽງ ວ່າຈະເກີດ ດິນເຈື່ອນ ໄປຢູ່ ບ່ອນໃໝ່ ນັ້ນ ບໍ່ປະສົບ ຜົນສໍາເຣັດ ຍ້ອນ ທາງການ ລາວ ບໍ່ຍອມໃຫ້ ພື້ນທີ່ ອັນ ເໝາະສົມ ແລະ ບໍ່ຊ່ວຍ ດ້ານວຸດຖຸ ທີ່ຈໍາເປັນ ຊຶ່ງຊາວບ້ານ ຮ້ອງຂໍ ໃນການ ໂຍກຍ້າຍ:
"ຍ້ອນວ່າ 1. ກໍພື້ນທີ່ ບໍ່ເໝາະສົມ 2. ມາກໍການ ສນອງ ຈາກຂັ້ນເທີງ ບໍ່ໄດ້ຕາມ ຄວາມ ຮຽກຮ້ອງ ຕ້ອງການ ຂອງ ຂະເຈົ້າ ບໍ່ໜ້ອຍ ກໍຫລາຍ ຕ້ອງໃຊ້ທຶນ ໃຊ້ຮອນ ແລ້ວ ຂັ້ນເທິງ ສິທົດແທນ ບໍ່ ຕົວຢ່າງ ວ່າດິນ ບ໋ອກ ຄ້ອນ ເຫລັກ ຕະປູ ນີ້ໜາ ຂະເຈົ້າ ຢາກ ຮຽກຮ້ອງ ນ່າ ແຕ່ ທາງຂັ້ນເທິງ ບໍ່ມີ ສນອງໃຫ້ ຫັ້ນນະ".
ທ່ານກ່າວ ຕໍ່ໄປວ່າ ປະຊາຊົນ ບໍ່ໄປຢູ່ ບ່ອນໃໝ່ 1. ແມ່ນຍ້ອນ ທາງການ ລາວ ຈະໃຫ້ ປະຊາຊົນ ຈໍານວນນຶ່ງ ໄປຢູ່ເຂດ ປ່າຊ້າ ເກົ່າ. 2. ທາງການ ບໍ່ ຊ່ວຍເຫຼືອ ຫຍັງ ໃນການ ໂຍກ້າຍ ບໍ່ວ່າຈະ ເປັນເງິນ ຫຼືວ່າ ວັດຖຸ ສິ່ງຂອງ.
ໃນທ້າຍ ປີກາຍ ເບື້ອງຕົ້ນ ປະຊາຊົນ ບາງສ່ວນ ກໍຍອມ ໂຍກຍ້າຍ ບ້ານເຮືອນ ອອກໄປ ຕາມຄໍາສັ່ງ ຂອງ ທາງການ, ແຕ່ຕໍ່ມາ ບໍ່ດົນ ກໍໄດ້ຍ້າຍ ກັບຄືນມາ ຢູ່ບ່ອນເກົ່າ ຍ້ອນຄິດວ່າ ພື້ນທີ່ ບ່ອນໃໝ່ ທີ່ ທາງການລາວ ໃຫ້ ໂຍກຍ້າຍ ໄປຢູ່ນັ້ນ ບໍ່ເໝາະສົມ.
ບ້ານ ເພັຍຫົວນໍ້າ ເປັນບ້ານນຶ່ງ ທີ່ໄດ້ຮັບ ຜົລກະທົບ ຫລາຍ ທີ່ສຸດ ຈາກ ນໍ້າຖ້ວມ ເມືອງແບງ ເມື່ອ ເດືອນ ສິງຫາ ປີ 2013 ຍ້ອນຕັ້ງ ຢູ່ ບໍຣິເວນ ຈ້າຍພູ. ມີ ຄວາມສ່ຽງ ທີ່ ຈະເກີດ ດິນເຈື່ອນ ໄດ້. ດັ່ງນັ້ນ ຝ່າຍ ປົກຄອງ ເມືອງ ຈຶ່ງມີແຜນ ໂຍກຍ້າຍ ປະຊາຊົນ ຈໍານວນ 109 ຄອບຄົວ ອອກໄປຢູ່ ບ່ອນໃໝ່ ເພື່ອ ຄວາມ ປອດພັຍ.