ສັດປ່າຫວງຫ້າມ ຍັງມີຂາຍຫຼາຍ ໃນລາວ

ຈຳປາທອງ
2018.07.06
F-WILDLIFE ພິທີຈູດທຳລາຍ ຊາກສັດປ່າ ແລະ ຊິ້ນສ່ວນສັດປ່າຫວງຫ້າມ ທີ່ພວກພໍ່ຄ້າຊາວຂາຍ ລັກລອບນຳມາຂາຍ ຢູ່ຕລາດເມືອງໄຊ ແລະ ເມືອງຫລາ ແຂວງອຸດົມໄຊ.
Screen captured:https://www.facebook.com/353906801705672/posts/488666681563016/

ກະຊວງກະສິກໍາ ແລະ ປ່າໄມ້ ສປປລາວ ອອກຄໍາສັ່ງ 8 ຂໍ້ ຫ້າມຈັບ, ຊື້-ຂາຍ ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ທັງໝົດ 102 ຊນິດ ທີ່ກົດໝາຍກໍານົດ ໂດຍໃຫ້ທຸກຄົນ ປະຕິບັດ ຢ່າງເຂັ້ມງວດ. ຜູ້ໃດ ລະເມີດ ຄໍາສັ່ງດັ່ງກ່າວ ຈະຖືກປັບໃໝ; ຖ້າເປັນ ກໍຣະນີຮ້າຍແຮງ ກໍຈະຖືກ ດໍາເນີນຄະດີ ຕາມຣະບຽບກົດໝາຍ ດັ່ງເຈົ້າໜ້າທີ່ ກົມປ່າໄມ້ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 6 ກໍຣະກະດາ ນີ້ວ່າ:

"ພວກເຮົາ ກໍມີການຄຸ້ມຄອງ ຢ່າງເຂັ້ມງວດແລ້ວ ດຽວນີ້ ການຄຸ້ມຄອງ ພວກເຮົາ ກໍເລີ້ມເຂັ້ມງວດຂຶ້ນ ກວ່າເກົ່າ ແຕ່ພວກເຮົາ ກໍປະຕິເສດບໍ່ໄດ້ເນາະ ກໍຍັງພົບເຫັນ ປະຊາຊົນ ມີການລັກລອບລ່າ ແລ້ວກໍ ຊື້-ຂາຍ ສັດປ່າ ປະເພດຫວງຫ້າມ ຫ້າມລ່າ ທຸກຊນິດ ດຽວນີ້ ພວກເຮົາ ກໍກຳລັງກຽມ ຈັດຕັ້ງ ປະຕິບັດ ລົງໂຄສະນາ ປູກຈິດສຳນຶກຕ່າງໆ.”

ທ່ານກ່າວຕື່ມອີກວ່າ ໃນຄໍາສັ່ງ 8 ຂໍ້ນັ້ນ ຂໍ້ທີ 1, 2 ແລະ 3 ຫ້າມ ຊື້-ຂາຍ ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຕາມບັນຊີ 1, 2 ແລະ 3 ທັງໝົດ 65 ຊນິດ ເປັນຕົ້ນ ເສືອ, ຊ້າງ, ໝີ, ເຍືອງ, ກວາງ ແລະ ກະທິງ. ຂໍ້ 4 ຫ້າມບຸກ ລຸກເຂດ ອະນຸລັກພັນສັດ ຫລື ວັງສງວນ. ຂໍ້ 5 ຫ້າມເຄື່ອນຍ້າຍ, ທໍາລາຍປ້າຍ ເຂດອະນຸຮັກ ພັນສັດ ຫລື ວັງສງວນ. ຂໍ້ 6 ຫ້າມຫາປາ ໃນໄລຍະວາງໄຂ່ ໂດຍສະເພາະ ໃນວັງສງວນ. ຂໍ້ 7 ຫ້າມຕັນ ທາງປາ ຂຶ້ນວາງໄຂ່ ຕາມຫ້ວຍ ແລະ ຂໍ້ 8 ໃຫ້ທຸກພາກສ່ວນ ປະຕິບັດ ຢ່າງເຂັ້ມງວດ, ຜູ້ຣະເມີດ ຈະຖືກດໍາເນີນ ຄະດີ ຕາມກົດໝາຍ.

ສປປລາວ ມີກົດໝາຍຄຸ້ມຄອງ ສັດນໍ້າ ແລະ ສັດປ່າ ແຕ່ກໍຍັງມີ ຄົນຈໍານວນນຶ່ງ ຣະເມີດ ລັກລອບຫາປາ, ລ່າສັດ, ຊື້-ຂາຍ ສັດປ່າຫວງຫ້າມ ໂດຍສະເພາະ ໃນເຂດປ່າສງວນ. ປັດຈຸບັນ ລາວຂຶ້ນບັນຊີ ສັດນໍ້າ ແລະ ສັດປ່າ 3 ປະເພດ ຄື: 1. ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ 102 ຊນິດ, 2. ສັດນໍ້າ ແລະ ສັດປ່າ ປະເພດຄຸ້ມຄອງ 58 ຊນິດ ແລະ 3. ສັດນໍ້າ ແລະສັດປ່າ ປະເພດທົ່ວໄປ 27 ຊນິດ.

ເມື່ອວັນທີ 5 ກໍຣະກະດາ ນີ້ ອໍານາດການປົກຄອງ ແຂວງອຸດົມໄຊ ໄດ້ເຜົາທໍາລາຍຊາກສັດປ່າ ປະເພດຫວງຫ້າມ ທີ່ຖືກນໍາມາຂາຍ ຕາມທ້ອງຕລາດສົດ ໃນເທສບານເມືອງໄຊ ແລະເມືອງຫລາ, ນໍ້າໜັກ 220 ກິໂລກຣາມ, ໃນນັ້ນ ມີທັງໝູປ່າ, ກວາງ, ຟານ, ແລນ, ໄກ່ປ່າ ແລະ ກະຮອກ. ສ່ວນສັດປ່າ ທີ່ມີຊີວິດ ຈໍານວນນຶ່ງ ເຈົ້າໜ້າທີ່ ໄດ້ນໍາໄປປ່ອຍຄືນ ສູ່ປ່າທັມຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.