ຣົຖບັນທຸກ ຂົນແຮ່ໄປຈີນ ເຮັດໃຫ້ເສັ້ນທາງ ເພໜັກ

ເສັ້ນທາງ ຢູ່ໃກ້ກັບ ວິທະຍໄລສ້າງຄູ ບ້ານເກີນ ເມືອງ ທຸລະຄົມ  ແຂວງວຽງຈັນ  ຖ່າຍ ວັນທີ 7 ກັນຍາ.
ເສັ້ນທາງ ຢູ່ໃກ້ກັບ ວິທະຍໄລສ້າງຄູ ບ້ານເກີນ ເມືອງ ທຸລະຄົມ ແຂວງວຽງຈັນ ຖ່າຍ ວັນທີ 7 ກັນຍາ. (ຮູບພາບ: ນັກຂ່າວພົລເມືອງ)

0:00 / 0:00

ປະ​ຊາ​ຊົນ ​ທີ່​ໃຊ້​ເສັ້ນ​ທາງ ຢູ່​ເຂດ ວິ​ທະ​ຍາ​ໄລ​ສ້າງ​ຄູ​ ບ້ານ​ເກີນ ເມືອງ​ທຸ​ລະ​ຄົມ ແຂວງວຽງ​ຈັນ ໄດ້​ຮັບ​ຄວາມ​ເດືອ​ດ​ຮ້ອນ ​ຈາກ​ການ​ໃຊ້​ຣົ​ຖ​ໃຊ້​ຖ​ນົນ ຍ້ອນ​ວ່າ ເສັ້ນ​ທາງ​ເຂດ​ດັ່ງ​ກ່າວ ເກີດ​ການ​ເປ່​ເພ​ໜັກ ຈົນ​ຣົ​ຖ​ຈັກ ແລະ ຣົ​ຖທັມ​ມະ​ດາ ບໍ່​ສາ​ມາດ​ແລ່ນ​ໄປ​ໄດ້ ຈົນເຂົາ​ເຈົ້າ​ຕ້ອງ​ໃຊ້​ເຂດ​ວັດ ເປັນ​ທາງ​ເວັນ.

ປະ​ຊາ​ຊົນ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ຢູ່​ເຂດ​ເມືອງ​ທຸ​ລະ​ຄົມ ໄດ້​ໃຫ້​ສັມ​ພາດ ​ຕໍ່ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

“ໂອ້ຍ ມັນ​ອັນ​ນັ້ນ ມັນ​ຣົ​ຖ​ໜັກ​ທຽວ​ຫຼາຍ ຣົ​ຖ​ຂະ​ເຈົ້າ​ແກ່​ແຮ່ ແກ່​ຫຍັງ​ໄປ​ຂຶ້ນ​ທາງ​ຣົ​ຖ​ໄຟ​ໂພນ​ໂຮງ ໄປ​ໂພນ​ໂຮງ, ວຽງ​ວຽງ. ເພາະ​ວ່າ ຂົວ​ນ້ຳ​ພະ​ນາຍ​ມັນ​ຂາດ​ເນາະ ອອກ​ທາງ​ໄປ​ຫຼັງ​ໂຮງ​ຮຽນ​ສ້າງ​ຄູ ໂຕ​ບ້ານບໍ່.

ໂຕ ​ລົງ​ສວນ​ສັດ​ມາ ກະ​ເຂົ້າ​ບ້ານບໍ່​ອອກ ບ້ານ​ໂພນ​ຂ່າ ໄປ​ອອກ​ຫຼັງ​ໂຮງ​ຮຽນ​ສ້າງ​ຄູ​ບ້ານ​ເກີນ ທຽວ​ອອກ​ໄປ​ໃສ່​ປາກ​ກະ​ຍຸງ ໂຕ​ນີ້​ແຫຼ​ເພ​ຫຼາຍ ບ້ານບໍ່ ບ້ານ​ໂພນ​ຂ່າ ນີ້ ຄັນ​ຝົນ​ຕົກ​ແຮງ ຣົ​ຖ​ຈັກ​ໄປ​ບໍ່​ໄດ້​ພຸ້ນ​ແຫຼ.

ນັກ​ຂ່າວ: ຣົ​ຖ​ຫຼາຍນີ້ ມັນ​ເປັນ​ຍ້ອນ​ຫຍັງ ເຂົາ​ເຈົ້າ​ແກ່​ຫຍັງ​ໄປ​ໃສ?

ປະ​ຊາ​ຊົນ:

“ແກ່​ແຮ່​ເດ້ ແກ່​ແຮ່​ໄປ​ຂຶ້ນ​ທາງ​ຣົ​ຖ​ໄຟ ແຮ່​ເຫຼັກ​ແຮ່ຫຍັງ​ ແກ່​ມາ​ແຕ່ ແກ່​ມາ​ແຕ່​ໄຊ​ສົມ​ບູນ ແກ່​ມາ​ແຕ່​ທາງ​ໃຕ້​ພຸ້ນ​ແຫຼະ ໄຊ​ສົມ​ບູນ ທ່າ​ບົກ.”

ນັກ​ຂ່າວ: ຫຼາຍ​ຄັນ​ປານ​ໃດ​ຕໍ່​ມື້ ອັນ​ທີ່​ວ່າ​ຫຼາຍ?

ປະ​ຊາ​ຊົນ:

“ຊ້ວງນີ້ ມັນ​ທາງ​ຢາກ​ເພ​ແດ່ ມັນ​ກະ​ບໍ່​ປານ​ໃດ​ລະ. ຄັນ​ວ່າ ຕໍ່​ມື້ນີ້ ກະ​ມື້​ລະ 50-60 ຄັນ ພຸ້ນ​ແຫຼ​ແລ່ນ ທັງ​ເວັນ​ທັງ​ຄືນ​ເນາະ ຕອນ​ແລງ​ມາກະ 3-4 ໂມງ​ແລງ ມາ ກະ​ເປັນ​ວື່ນໆ ແຫຼະ ຂາ​ກັບ​ກະ 7-8-9 ໂມງ​ກາງ​ຄືນ 10 ໂມງ​ກາງ​ຄືນ ລະ​ກະ​ຊ້ວງ​ຂ້ອນ​ແຈ້ງ​ມັນ​ໄປ.”

ນັກ​ຂ່າວ: ປະຊາ​ຊົນ​ຢູ່​ຈັ່ງ​ໃດ​ຊັ້ນ​ນະ?

ປະ​ຊາ​ຊົນ:

“ໂອ້ຍ​ປະ​ຊາ​ຊົນ​ກະ ມີ​ແຕ່​ທຽວ​ທາງ​ບ້ານບໍ່ ມີ​ແຕ່​ທຽວ​ທາງ ບ້ານ​ໂພນ​ຂ່າ​ ທຽວ​ມາ ບ້ານບໍ່ ກະ​ໂຄ້ງ​ເຂົ້າ​ວັດ ບ່ອນນີ້​ເດ້ ເອົາ​ວັດ​ເປັນ​ທາງ​ທຽວ ໜ້າ​ຫ້ອງ​ການ​ບ້ານ​ຫັ້ນ ທາງ​ຄະ​ນະ​ບ້ານ​ກະ​ເອົາຫີນ ຂະ​ເຈົ້າ​ທຸບ​ເຮືອນ​ທຸບ​ຊານ​ຫັ້ນ​ໄປ​ລົງ ເອົາ​ລົງ​ກະ​ບໍ່​ເກີນ 10 ປາຍມື້ ໂກນ. ຄັນ​ທຽບ​ທາງ​ເລິກ​ກະ ຫ້ວຍ​ກະ​ບໍ່​ຫຼຸດ​ໃດ 30-40 ເຊັນ ຄວາມ​ເລິກ ເປັນ​ບວກ​ແຫຼະ ບ່ອນ​ມັນ​ໜັກໆ. ແລກໆ ຊ້ວງ​ຝົນ​ມາ​ໜັກໆ ວ່າງກີ້ນີ້ ຣົ​ຖ​ກະ​ຈົນ​ໄປ​ບໍ່​ໄດ້ ຄາ​ຄື​ຈັ່ງ​ຂະ​ເຈົ້າ​ເຫັນ​ຫັ້ນ​ລະ. ຟີ ໄປ​ບໍ່​ໄດ້ ບາງ​ຄັນ ກະ​ໝໍ້​ນ້ຳ​ແຕກ ກະ​ເອົາ​ຣົ​ຖ​ເມ​ໂຄ​ຣ​ຫັ້ນ​ລະ​ມາ​ດຶງ.”

ນັກ​ຂ່າວ: ດຽວນີ້ ກະ​ຍັງ​ເພ​ ຢູ່​ແມ່ນ​ເບາະ?

ປະ​ຊາ​ຊົນ:

“ໂອຍ​ ເພໆ ຖື​ວ່າ ເປັນ​ຣົ​ຖ​ນ້ອຍນີ້ ໄປ​ບໍ່​ໄດ້ ຣົ​ຖ​ກະ​ບະ​ນີ້ ຣົ​ຖ​ຫຸ່ນ​ໄດ ໄປ​ບໍ່​ໄດ້.”

ນັກ​ຂ່າວ: ຄັນ​ຊັ້ນ ມັນ​ບໍ່​ເປັນ​ຍ້ອນ​ຣົ​ຖ​ທົ່ວ​ໄປຕົ່ວ​ຊັ້ນ ມັນ​ເປັນ​ຍ້ອນ​ຣົ​ຖ​ໃຫຍ່?

ປະ​ຊາ​ຊົນ:

“ໂອ້ຍ ຣົ​ຖ 22 ລໍ້ ທຽວ​ເນາະ ຣົ​ຖ 22 ລໍ້​ທຽວ​ຕ​ລອດ​ຫຼາຍ​ສາຍນີ້​ນະ ເພາະ​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ຂຶ້ນ​ວຽງ​ຈັນ​ເນາະ ເຂົາ​ເຈົ້າ​ທຽວ​ທາງ​ທ່​າບົກ ເຂົາ​ເຈົ້າ​ເຂົ້າ​ມາ​ທາງ​ນາ​ນົກ​ຂຸ້ມ​ເດ້ ລະ​ກະ​ມາ​ທາງ​ເສັ້ນ​ນີ້.”

ນັກ​ຂ່າວ: ເປັນ​ມານີ້ ດົນ​ປານ​ໃດ​ລະ?

ປະ​ຊາ​ຊົນ:

“ໂອ້ ມາ​ໜັກ​ຊ້ວງ​ຝົນ​ຕົກ​ນີ້​ແຫຼະ ຜ່ານ​ມານີ້​ກະ ເປັນ​ບວກ ເປັນ​ຂຸມ​ຢູ່ ກະ​ພໍ​ໄປ​ມາ​ໄດ້ ກະ​ພໍ​ຝົນ​ຕົກ​ຄຸມໆ​ນີ້​ແຫຼ ໜັກ. ອັນ​ເປັນ​ບວກ ເປັນ​ຂຸມ​ຫັ້ນ ໄດ້​ຫຼາຍ​ປີ​ລະ ແຕ່​ມາ​ເລີ່ມ ແຕ່​ຄ່າ​ຫໍ່ເຂົ້າ​ປະ​ດັບ​ດິນ​ມານີ້​ແຫຼະ​ນັກ.

ຊ້ວງ ​ນຶ່ງ​ຫັ້ນ​ຈົນ​ວ່າ ໄດ້​ຈອດ​ຕໍ່​ຄິວ ໄປ​ບໍ່​ໄດ້ ໄດ້​ຫາ​ຣົ​ຖ​ມາ​ດຶງ ຫາ​ຣົ​ຖ​ແມັກ​ໂຄ​ຣ ພຸ້ນ​ລະ."

ນັກ​ຂ່າວ: ປະ​ຊາ​ຊົນ​ນີ້ ໄດ້​ໂທ​ໄປ​ຮ້ອງ​ຮຽນ ຫາ​ໜ່ວ​ຍ​ງານ ຂອງ​ເມືອງ ຂອງ​ແຂວງບໍ່ ເພື່ອ​ມາ​ແກ້​ໄຂ​?

ປະ​ຊາ​ຊົນ:

"ອັນ​ນີ້​ກະ​ບໍ່​ເຂົ້າ​ໃຈ​ເນາະ ເພາະ​ວ່າ ມັນ​ກະ​ໃກ້​ໆ​ກັບ ໂຕ ​ເມືອງ​ທຸ​ລະ​ຄົມ​ ເຮົາ​ເນາະ ມັນ​ກະ​ບໍ່​ໄກ​ກັນ ມັນ​ຫ່າງ​ກັນ​ບໍ່​ພໍ 2 ກິ​ໂລ​​ ເນາະ."

ນັກ​ຂ່າວ: ດຽວນີ້ ຍັງ​ເປັນ​ບວກ ເປັນ​ຂຸມ​ຢູ່​ຫວະ ຍັງ​ທຽວ​ຍາກ​ຢູ່​ຫວະ?

ປະ​ຊາ​ຊົນ:

“ຍັງ​ຄື​ເກົ່າ ສະ​ພາບ​ເກົ່າ ສະ​ພາບ​ດຽວ​ຫັ້ນ​ລະ ຣົ​ຖ​ນ້ອຍ​ໄປ​ບໍ່​ໄດ້ ໄປ​ໄດ້​ແຕ່ຣົ​ຖ 22 ລໍ້.”

ນັກ​ຂ່າວ: ຣົ​ຖ​ນ້ອຍ ເຂົາ​ເຈົ້າ​ທ່ຽວ​ທາງ​ໃດ ນີ້?

ປະ​ຊາ​ຊົນ:

“ຣົ​ຖ​ນ້ອຍ​ເຂົາ​ເຈົ້າ​ທຽວ​ທາງ ເສັ້ນ​ຂົວ​ນ້ຳ​ລິນ ທາງ​ຫຼັງ ປກ​ສ ເມືອງ​ທຸ​ລະ​ຄົມ.”

ໜ່ວຍ​ງານ​ທີ່ກ່ຽວ​ຂ້ອງ ​ຢູ່​ທ້ອງ​ຖິ່ນ ກໍ​ໄດ້ສ​ເນີ​ໄປ​ຫາ​ຂັ້ນ​ແຂວງ ແລ້ວ ແຕ່ ກໍ​ຍັງ​ບໍ່​ມີ​ໜ່ວຍ​ງານ​ໃດ ​ລົງ​ມາ​ສ້ອມ​ແປງ.

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ ທ່ານ​ນຶ່ງ ໄດ້​ໃຫ້​ສັມ​ພາດ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

"ດຽວນີ້ ພໍ່​ແມ່​ປະ​ຊາ​ຊົນ ຄຸ້ມ​ໂພນ​ຂ່າ ນີ້ ມາ​ບ້ານນີ້ ຖື​ວ່າ ມາ​ບ້ານບໍ່​ນີ້ ຖື​ວ່າ ຍາກ. ມາ​ເວັ້ນ​ທາງເຂົ້າ​ວັດ ເຂົ້າ​ຫຍັງ. ເຮັດ​ໃບ​ສ​ເນີ​ຂຶ້ນ​ເມືອ ທາງ​ເທິງ​ເພິ່ນ​ກະ​ຍັງ​ບໍ່​ວ່າ​ຈັ່ງ​ໃດ​ປານນີ້ ອີງ​ໃສ່​ບ້ານ​ເຮົາ​ນີ້​ຫຍຸ້ງ​ຍາກ."

ນັກ​ຂ່າວ: ຫຍຸ້ງ​ຍາກນີ້ ຫຍຸ້ງ​ຍາກ​ຂ​ນາດນີ້ໃດ? ຫຍຸ້ງ​ຍາກ​ຈັ່ງ​ໃດ?

ເຈົ້າ​ໜ້າ​ທີ່:

“ຖື​ວ່າ ຣົ​ຖ​ຈັກ ຣົ​ຖ​ຫຸ່ນ​ໃດ​ນີ້ ໄປ​ບໍ່​ໄດ້​ລະ ໄປ​ຫາ​ບ້ານ​ຕໍ່​ບ້ານນີ້ ຖື​ວ່າ​ຍາກ​ລະ ທາງ​ລັດ​ຜ່ານ ແຕ່​ວ່າ ມັນ​ເປັນ​ຄຸ້ມ​ໂພນ​ຂ່າ ຂຶ້ນ​ກັບ​ບ້ານບໍ່​ຄື​ກັນ.”

ນັກ​ຂ່າວ: ເປັນ​ມາ​ດົນ​ປານ​ໃດລະ?

ເຈົ້າ​ໜ້າ​ທີ່:

“ຕົ້ນ​ເດືອນ 9.”

ນັກ​ຂ່າວ: ເຮົາ​ບໍ່​ໄດ້​ໃຊ້​ເສັ້ນ​ທາງ​ນັ້ນ​ ແມ່ນບໍ່ ເຮົາ​ໃຊ້​ທາງ​ເວັ້ນ ​ແມ່ນບໍ່​ບາດນີ້?

ເຈົ້າ​ໜ້າ​ທີ່:

“ທາງ​ເສັ້ນ​ນີ້ ຖື​ວ່າ ເປັນ​ທາງ​ເສັ້ນ​ໂຕ​ເມືອງ. ຣົ​ຖ​ບໍ​ຣິ​ສັດ ຕ່າງໆ ທີ່​ວ່າ​ຈະ​ຂຶ້ນ​ຊິ​ຂຶ້ນ​ເມືອງ​ຫລວງ ຊຽງ​ຂວາງ​ໄປ ກະ​ຖື​ວ່າ ມາ​ຜ່ານ​ເຂດ​ບ້ານບໍ່​ນີ້​ໝົດ. ທາງ​ເສັ້ນ​ນີ້ ຖື​ວ່າ ເປັນ​ທາງ​ຫລວງ​ແຫ່ງ​ຊາຕ ກະ​ວ່າ​ແມ່ນນ່າ ເພາະ​ວ່າ ມັນ​ເວັ້ນ​ໂຕ​ເມືອງ ຊິ​ໄປ​ເມືອງ​ຫລວງ ຊຽງ​ຂວາງ ຣົ​ຖ​ບັນ​ທຸ​ກ​ໜັກ ມາ​ຜ່ານ​ໂຕນີ້​ໝົດ ໄປ​ຈີນ​ກະ​ຖື​ວ່າ​ໄປ​ນີ້. ສນອງ​ແຮ່​ໄປ​ໂຮງ​ງານ​ຊິ​ມັງ ວັງ​ວຽງ​ ກະ​ເອົາ​ທຽງ​ເສັ້ນ​ນີ້, ໄປ​ໃສ່​ຣົ​ຖ​ໄຟ, ຂົນ​ກ້ວຍ, ຂົນ​ຢາງ​ພາ​ຣາ ໄປ​ຈີນ ຖື​ວ່າ ມາ​ຜ່ານນີ້​ໝົດ. ສາມ​ປີ​ຫຼັງ​ເຂົາ​ເຈົ້າ​ຜ່ານ​ ທາງ​ດົງ​ໂດກ​ກ້ຽວ​ເຂົ້າ ອັນ​ນະ 13 ເໜືອ​ລະ​ໄປ​ເລີຍ. ບາດນີ້ ຄັນ​ວ່າ ບໍ່​ກ້ຽ​ວພຸ້ນ ມາ​ແຕ່​ສາຍ​ໃຕ້​ ລະເຮົາ​ຈັ່ງ​ຜ່ານ​ເຂົ້າ​ມາ ຜ່ານ​ເມືອງ​ທຸ​ລະ​ຄົມ ຜ່ານ​ບ້ານບໍ່​ ນີ້​ໝົດ. ຊ້ວງນີ້ ບາງ​ປີ ມັນ​ກະ​ບໍ່​ບວມ​ຫົນ​ທາງ​ນະ ປີ​ນີ້ ມັນ​ຝົນ​ຕົກ ບໍ່​ຂ້າມ​ໄລ​ຍະ ລະ​ເຮັດ​ໃຫ້​ທາ​ງ​ນັ້ນ​ບວມ ມັນ​ເພ​ລະ ມັນ​ເພ​ເລີຍ ຣົ​ຖ​ໜັກ​ມາ​ທຽວ.”

ນອກ​ຈາກນີ້, ເສັ້ນ​ທາງ​ຢູ່​ປະ​ເທດ​ລາວ ກໍ​ຍັງເປ່​ເພ​ຫຼາຍ ເຮັດ​ໃຫ້​ປະ​ຊາ​ຊົນທີ່​ເດີນ​ທາງ ​ໄດ້​ຮັບ​ຄວາມ​ລຳ​ບາກ ໂດຍ​ສະ​ເພາະ ໃນ​ຣະ​ດູ​ຝົນ.

ປະ​ຊາ​ຊົນ ຊາວ​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສຣີ ວ່າ:

"ຍາມ ​ຝົນ​ມັນ​ກະ​ລຳ​ບາກ ໂດຍ​ສະ​ເພາະ​ທາງ​ຂຶ້ນ​ເໜືອ​ ມັນ​ກະ​ລຳ​ບາກ​ຢູ່ ທ​າງ​ສາ​ທາ​ຣະ​ນະ​ຫັ້ນ​ນະ​ເນາະ ຈະ​ເປັນ​ເສັ້​ນ​ທາງ​ແຄມ​ຂອງ ເມືອງ​ຊະ​ນະ​ຄາມ. ລົງ​ໄປ​ທາງນີ້ ທາງ​ປາກ​ຊັນ ໂດຍ​ສະ​ເພາະ​ແຖວນີ້​ເນາະ​ແຖວ​ອັນ ປາກ​ກະ​ດິງ​ລົງ​ໄປ ​ທາງ​ອັນ ຫີນ​ບູນ​ຫັ້ນ​ນະ ມີ​ບັນ​ຫາ ເປັນ​ຂຸມ ທາງ​ບໍ່​ດີ."

ນັກ​ຂ່າວ: ເດີນ​ທາງ​ເປັນ​ຈັ່ງ​ໃດ ໃຊ້​ຣົົຖ​ໃຊ້​ຖ​ນົນ?

​ະ​ຊາ​ຊົນ:

" ສົມ ​ມຸດ​ ຂັ້ນ​ຂະ​ເຈົ້າ​ປະ​ຊຸມ​ດ່ວນ ສ່ວນ​ຫຼາຍ​ຂະ​ເຈົ້າ​ກະ. ຂັ້ນ​ມີ​ປະ​ຊຸມມື້​ອື່ນນີ້ ສ່ວນ​ຫຼາຍ​ຂະ​ເຈົ້າ​ກະ​ໄປ​ທາງນີ້ ຄັນສວັນ​ນະ​ເຂດ. ເຫັນ​ພວກ​ອັນ​ນັ້ນ ເຂົາ​ອອກ​ໄປ​ທາງ​ໜອງ​ຄາຍນີ້ ໄປ​ຜູ່​ໃສ່​ມຸກ​ດາ​ຫານ ຈັ່ງ​ຊີ້​ໄດ໋. ເຂົາ​ໄປ​ນ່າ ເພາະ​ວ່າ ທາງ​ເຮົາ​ນີ້ ເຮົາ​ຊິ​ແລ່ນ​ຮອດ 60-70 ມັນ​ບໍ່​ໄດ້​ເນາະ. ລົງ​ໄປ​ສວັນ​ນະ​ເຂດ​ຫັ້ນ​ນ່າ ໂດຍ​ສະ​ເພາະ​ຕັ້ງ​ແຕ່ ນີ້​ແຫຼ​ແຕ່​ທ່າ​ພະ​ບາດ ໄປ​ຮອດ​ຫີນ​ບູນ ຫັ້ນ​ນ່າ ມັນ​ແລ່ນ​ໄດ້​ແຕ່ 50-40 ຊີ້​ນ່າ ມັນ​ເປັນ​ຂຸມ."

ນັກ​ຂ່າວ: ຂັ້ນ​ລົງ​ໄປ​ໃຕ້​ສ່ວນ​ໃຫຍ່ນີ້ ໄປ​ສວັນ ປາກ​ເຊ ສ່ວນ​ໃຫຍ່ ເຂົາະ​ເຈົ້າ​ຈະ​ຂີ່​ຣົ​ຖ ຜ່ານ​ໄທ​ຍ​ເລີຍ ບໍ່?

ປະ​ຊ​າ​ຊົນ:

" ແມ່ນໆ ຜ່ານ ​ໄທ​ຍ​ເລີຍ. ສົມ​ມຸດ​ວ່າ ຄັນ​ມີ​ງານມື້​ອື່ນ ເຂົາ​ກະ​ຊິ​ເຂົ້າ​ໄປມື້ນີ້​ເລີຍເນາະ ມາມື້ນີ້​ເລີຍ ແລ້ວ​ໄປ​ແຈ້ງ​ຢູ່​ພຸ້ນ ເພາະ​ວ່າ ທາງ​ບ້ານ​ເຂົາ ເວົ້າ​ແລ້ວ ມັນ​ກະ​ດີກວ່າທາງ​ບ້ານ​ເຮົາ ເພາະ​ວ່າ ທາງ​ບ້ານ​ເຮົາ ເວົ້າ​ແລ້ວ ມັນ​ກະ ຊ້ວງນີ້ ມັນ​ກະ​ລັງ​ບູ​ລະ​ນະ. ໄດ້​ຍິນເພິ່ນ​ເວົ້າ​ຢູ່​ຫັ້ນ​ເນາະ ວ່າບູ​ລະ​ນະ ສະ​ເພາະ​ສາຍ​ໃຕ້ ທາງ​ໃຕ້​ທາງ​ເໜືອ ຍັງ​ປັບ​ປຸງ. ປັບ​ຊິຮອດມື້​ໃດ ກະ​ບໍ່​ຮູ້."

ນັກ​ຂ່າວ: ຢູ່​ນະ​ຄອນ​ຫລວງວຽງ​ຈັນ ບາງ​ບ່ອນ​ກະ​ເປ່​ເພ​ ຫຼາຍ​ຫວະ?

ປະ​ຊາ​ຊົນ:

" ນະ ​ຄອນ​ຫລວງວຽງ​ຈັນ ກະ​ອອກ​ທາງ​ຖ​ນົນ​ຕ​ລາດ​ສີ​ໄຄ​ເບາະ. ເຂົາ​ເອີ້ນ ຖ​ນົນ​ຫລວງ​ພ​ຣະ​ບາງ​ມື້​ກ່ອນ ມັນ​ກະເປ່​ເພ​ໝົດ​ ຫັ້ນ​ແຫຼວ."

ປະ​ຊາ​ຊົນ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ ຖ​ນົນ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ບາງ​ຈຸດ​ກໍ​ເປ່​ເພ ​ມາ​ດົນ​ແລ້ວ:

" ໜັກໆ ​ ທີ່​ເຫັນ​ເສັ້ນ​ທາງ​ດົງ​ນາ​ທອງ ມັນ​ກະ​ເປັນ​ມາ​ຈັ່ງ​ຊັ້ນ ມາ​ແຕ່​ໃດ. ຖ​ນົນ​ສີ​ທອງ ຈາກ​ສີ່​ແຍກ​ດົງ​ນາ​ໂຊກ ໄປ​ຫາ ສາມ​ແຍກ​ທີ່​ຈະ​ອອກ​ໄປ​ວັດ​ນາ​ເລົ່າ​ຫັ້ນ​ນ່າ. ເສັ້ນ​ທາງ​ເລກ 13 ເໜືອ​ ກາຍໜອງ​ໜ້ຽວ, ໜອງ​ແຕ່ງ​ໄປຫັ້ນ. ມັນ​ເປັນ​ຈັ່ງ​ຊັ້ນ​ມາ​ແຕ່​ໃດ​ໄດ໋ ຖົມ​ລະ​ກະ​ເພ​ອີກ ເປັນ​ຂຸມ​ລະ​ກະ​ຖົມ ເພ​ເປັນ​ຂຸມ ມັນ​ຍາກ, ຍາກຢູ່​ໝ໋ອງ​ໃດວ່າ ການ​ວາງ​ແຜນ ມັນ​ຜິດ​ໄປ​ໝົດ​ລະ ມີ​ແຕ່ເອົາ ລະ​ບໍ່​ວິ​ເຄາະ ທໍ່​ລະ​ບາຍ​ນ້ຳ​ຂ້າງ​ທາງ.

ທາງ ​ລະ​ດັບ​ນັ້ນ ຮັບ​ນ້ຳ​ລະ​ດັບ​ນີ້ ຈັ່ງ​ໃດ​ ຈັ່ງ​ໄປ​ໃສ່​ທໍ່ 60 ເຊັນ, ມັນ​ຊິ​ໄປ​ລອດ. ຄິດ​ໄລ່ ເອົາ​ສະ​ຖິ​ຕິ​ນ້ຳ​ມາ ຮຽນ​ມາ​ຄື​ກັນ​ໝົດ ໃຜ​ກະ​ຮຽນ ແຕ່​ວ່າ ບາດ​ເຮັດ​ລະ​ມັນ​ບໍ່​ເຮັດ. ຂ້ອຍ​ກະ​ຮຽນ​ມາ​ຄື​ກັບ​ວິ​ສະ​ວະ​ກອນ ​ຢູ່ໂຍ​ທາ ຢູ່​ທຸກ​ໝ໋ອງ​ຫັ້ນ​ລະ. ລາວ​ເຮົາ​ກະ​ຮຽນມາ​ນຳ​ຝ​ຣັ່ງ​ຫັ້ນ​ລະ ​ເຂົາ​ສອນ ການ​ອອກ​ແບບ​ທາງ ທໍ່​ທາງ​ເຈົ້າ​ຕ້ອງ​ເອົາ​ສະ​ຖິ​ຕິນ້ຳ​ຝົນ ​ໃນ​ແຕ່​ລະ​ປີ ແຕ່​ລະ​ປີ ມາ​ສ​ະເລັ່ຽ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ປີນີ້ ຣັ​ຖ​ບານ ຍັງ​ບໍ່​ທັນ​ມີ​ການ​ປະ​ກາດ ແລະ ອະ​ນຸ​ມັດ​ງົບ​ປະ​ມານ ​ກໍ່​ສ້າງ ແລະ ສ້ອມ​ແປງ​ເສັ້ນ​ທາງ ​ອອກ​ມາ.

ໃນ​ວັນ​ທີ 13 ກັນ​ຍາ ທີ່​ຜ່ານ​ມາ ໜັງ​ສື​ພິມ​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ຣາຍ​ງານ ໂດຍອ້າງ​ຄຳ​ເວົ້າ​ຂອງ ທ່ານ ສຸລິວັນ ພົມມະຫາໄຊ ຫົວຫນ້າ ຜແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ວ່າ: “ການສ້ອມແປງບັນດາ ເສັ້ນທາງທີ່ເປ່ເພ ຢູ່ນະຄອນຫຼວງວຽງຈັນ ໃນໄລຍະນີ້ ແມ່ນການສ້ອມແປງສຸກເສີນເທົ່ານັ້ນ ໂດຍອີງຕາມງົບປະມານທີ່ມີ ເພື່ອໃຫ້ສາມາດ ສັນຈອນໄປ-ມາໄດ້ ເພາະຈະສ້ອມແປງໃຫ້ໄດ້ມາຕຖານແທ້ ຕ້ອງຫຼັງຈາກຣະດູຝົນ.”