ການພນັນບອລຣະບາດ ຢູ່ ລາວ
2014.11.03

ການພນັນ ເຕະບານ ຫລື ປັດຈຸບັນ ມັກ ເອິ້ນ ກັນວ່າ ການ ພນັນ ບອລ ກຳລັງ ຣະບາດ ຢ່າງ ແຮງ ຢູ່ລາວ. ຄວາມຈິງ ການ ພນັນ ບອນ ເປັນ ການພນັນ ທີ່ ຜິດ ກົດໝາຍ ແຕ່ ຮ້ານ ຫລື ໂຕະ ຂາຍ ການພນັນ ບອລ ເກີດຂຶ້ນ ຫລາຍ ປານ ດອກເຫັດ ໃນ ນະຄອນ ຫລວງ ວຽງຈັນ ໂດຍ ເຈົ້າໜ້າທີ່ ທາງການ ເອງ ເປັນ ເຈົ້າຂອງ ຫລື ເປັນຜູ້ ສນັບສນູນ ຢູ່ ເບື້ອງຫລັງ. ດັ່ງ ຊາວໜຸ່ມ ວັຍລຸ້ນ ລາວ ຜູ້ນຶ່ງ ໃນ ນະຄອນ ຫລວງ ວຽງຈັນ ໃຫ້ ຣາຍ ຣະອຽດ ຕື່ມວ່າ:
"ໂຕະພນັນ ເຕະບານ ຣະບາດ ຫລາຍຢູ່ ໃນວຽງຈັນ ນີ້ ໄປແຈໃດ ກໍມີເບິດ ເປີດ ສາທາຣະນະ ເລີຍ ແຕ່ລະບ້ານ ມີບໍ່ຫລຸດ ສອງຮ້ານ ສາມຮ້ານ ເດັກນ້ອຍ ທໍ່ຫົວເຂົ່າ ນີ້ ກໍຍັງ ໄປຫລິ້ນ ແລະ ກະທາງ ຣັຖບານ ຫັ່ນນ໋າ ຫວຍພັທນາ ລາວ ກໍເປັນຄົນ ເຮັດອັນນີ້ ອີກ ມົວເມົາ ເຍົາຍະຊົນ."
ໃນ ບາງບ້ານ ຮ້ານ ຫລື ໂຕະ ພນັນບອລ ນັ້ນ ຕັ້ງຢູ່ຕໍ່ໜ້າ ຫ້ອງການ ອຳນາດ ການ ປົກຄອງ ບ້ານເລີຍ. ຊາວລາວ ໂດຍສະເພາະ ຜູ້ເປັນ ພໍ່ເປັນແມ່ ມີຄວາມ ເປັນຫ່ວງ ເພາະ ເດັກນ້ອຍ ເຍົາວະຊົນ ແລະ ວັຍລຸ້ນ ລາວ ຫລາຍ ຄົນ ກຳລັງ ຕິດ ການພນັນ ບອລ ຢ່າງ ງອມແງມ ແລະ ກໍເສັຍເງິນ ຢ່າງ ຫຼວງຫຼາຍ ໃນ ແຕ່ລະມື້ ໂດຍສະເພາະ ໃນຍາມ ວັນເສົາ ແລະ ວັນອາທິດ ທີ່ ມີການ ແຂ່ງຂັນ ເຕະບານ ຫລາຍ ຄູ່ ໃນປະເທດ ອັງກິດ ແລະ ປະເທດ ອື່ນໆ ໃນ ຢູໂຣບ.
ວິທີ ຫລິ້ນ ນັ້ນ ນັກຊ່ຽວຊານ ການ ພນັນ ບ່ອນ ຜູ້ນຶ່ງ ອະທິບາຍ ວ່າ ໃນ ແຕ່ລະມື້ ຈະມີການ ແຂ່ງຂັນ ເຕະບານ ຫລາຍຄູ່ ທີ່ ຖ່າຍທອດ ອອກ ໂທຣະທັດ ຕົວຢ່າງ ຢູ່ ສາຍ Premier League ອັງກິດ ໃນ ມື້ແລງ ນີ້ ຈະມີການ ແຂ່ງຂັນ ຫ້າ ຄູ່ ນັກພນັນ ຈະລົງເງິນ ວ່າ ທິມນັ້ນ ທິມນີ້ ຈະຊນະ ຖ້າຖືກ ກໍຈະໄດ້ ເງິນ ແຕ່ ຖ້າຜິດ ກໍເສັຍເງິນ. ການພນັນ ແບບນີ້ ຣະບາດ ຫລາຍ ຢູ່ໄທ ແຕ່ ປັດຈຸບັນ ຣັຖບານ ຫະຫານ ກຳລັງ ປາບປາມ ຢ່າງແຮງ.