ຮ່ອງນ້ຳຢູ່ນະຄອນຫຼວງ ສົ່ງ ກິ່ນເໝັນ
2017.05.29
ຮ່ອງນ້ຳໃນບໍຣິເວນ 4 ແຍກ ວິທຍາລັຍ ລາວ-ອະເມຣິກັນ ນະຄອນຫລວງ ວຽງຈັນ ສົ່ງກິ່ນເໝັນ ລົບກວນຊາວບ້ານ ມາໄດ້ຫລາຍປີແລ້ວ ສົ່ງຜົລກະທົບ ຕໍ່ຮ້ານຄ້າ ນັກທ່ອງທ່ຽວ ທີ່ສັນຈອນ ໄປມາໃກ້ ບໍຣິເວນດັ່ງກ່າວ, ແລະເທົ່າເຖິງປັດຈຸບັນ ຍັງບໍ່ມີ ການແກ້ໄຂ. ຕາມການ ເປີດເຜີຍຂອງ ຜູ້ປະກອບການ ບ້ານພັກ ທ່ານນຶ່ງ:
"ກ່າສ່ວນຫລາຍກະເຫມັນ ກະໄດ້ຮັບເປັນປະຈຳ ບາງຄົນເຂົ້າມາ CHECK IN ແລ້ວກໍ CHECK OUT ຫນ້າຈະເປັນ ນ້ຳເສັຽລົງມາ ເພາະວ່າບາງເທື່ອ ມັນເປັນຟອງນ້ຳ ກະບໍ່ຮູ້ວ່າ ຟອງນ້ຳ ເຮົາກະສເນີໄປ ຫລາຍເທື່ອ ບາງເທື່ອກະເຫັນບ້ານ ເຫັນຫຍັງລົງມາສອບ ກະບໍ່ຮູ້ວ່າ ເພິ່ນປັບປຸງ ແກ້ໄຂ ຫລືບໍເນາະ ແຕ່ວ່າກ່າເໝັນມາເລື້ອຍໆ".
ທ່ານວ່າສາເຫດທີ່ເຮັດໃຫ້ຮ່ອງນ້ຳມີກິ່ນເໝັນ ຍ້ອນວ່າ ບ້ານເຮືອນປະຊາຊົນ ຕັ້ງຢູ່ແຄມຮ່ອງນ້ຳ ແລະ ບໍຣິສັດຂນາດກາງ, ຂນາດນ້ອຍ ຮວມທັງຮ້ານຄ້າຍ່ອຍ ໂຮງແຮມບ້ານພັກ ໄດ້ປ່ອຍນ້ຳເສັຽ ແລະຂີ້ເຫຍື່ອ ສີ່ງສົກກະປົກ ລົງໃສ່ຮ່ອງນ້ຳ ນັ້ນມາເປັນ ເວລາຫລາຍປີ ປາສຈາການບຳບັດ ຈື່ງເຮັດໃຫ້ ຮ່ອງນ້ຳ ມີກີ່ນເໝັນ.
ຜູ້ປະກອບການບ້ານພັກ ຄົນດັ່ງກ່າວເວົ້າຕໍ່ໄປວ່າ ໃນຣະຍະຜ່ານມາ ນັກທ່ອງທ່ຽວຕ່າງຊາດ ທີ່ເຂົ້າມາພັກໃນໂຮງແຮມ ບ້ານພັກຂອງທ່ານ ໄດ້ແນະນຳ ໃຫ້ມີການແກ້ໄຂ ກິ່ນເຫໝັນນັ້ນ ແຕ່ເມື່ອຮຽກຮ້ອງ ໄປຫາທາງການ ກໍບໍ່ມີການແກ້ໄຂ ຈຶ່ງເຮັດໃຫ້ ນັກທ່ອງທ່ຽວຫລາຍຄົນ ບໍ່ກັບມາພັກ ໂຮງແຮມ ຂອງທ່ານອີກ.
ນອກຈາກໂຮງແຮມ ຂອງທ່ານແລ້ວ ທີ່ໄດ້ຮຽກຮ້ອງ ໃຫ້ທາງການ ມາແກ້ໄຂ, ກຸ່ມຮ້ານຄ້າຕ່າງໆ ໃນເຂດນີ້ກໍໄດ້ຮຽກຮ້ອງ ເຫມືອນກັນ ແຕ່ຍັງບໍ່ມີ ຫນວ່ຍງານໃດ ລົງມາແກ້ໄຂ ຈັກເທື່ອ ສ້າງພາບພົດບໍ່ດີ ຕໍ່ການທ່ອງທ່ຽວ ໂດຍສະເພາະ ນັກທ່ອງທ່ຽວຕ່າງຊາດ.