ຍາມຝົນຖນົນເປັນຕົມ ໃຊ້ການ ບໍ່ໄດ້
2017.06.02
ໃນລະຍະນີ້ ປະຊາຊົນ 3 ບ້ານ ຄືບ້ານງິ້ວ ບ້ານນາທອງ ແລະບ້ານໜາມໄຊ ເມືອງມະຫາໄຊ ແຂວງຄໍາມ່ວນ ເລີ່ມມີຄວາມ ຫຍູ້ງຍາກ ໃນການເດີນທາງ ເຂົ້າ-ອອກໂຕເມືອງ ເນື່ອງຈາກຖນົນ ໃຊ້ການບໍ່ໄດ້ ຍ້ອນຝົນຕົກລິນ ຕິດຕໍ່ກັນຫລາຍມື້. ຕາມການເປີດເຜີຍ ຂອງ ຊາວບ້ານ ຜູ້ບໍ່ປະສົງ ອອກຊື່ຕໍ່ RFA ໃນວັນທີ 1 ມິຖຸນາ ນີ້:
"ຜ່ານມານີ້ນະ ແບບຝົນມາມັນເອີ ມາຕາມໝົດ ນໍ້າຕາມຫ້ວຍນີ້ນະ ຕາມທາງມັນຖ້ວມໝົດເລີຍ ແບບຣົດໃຫຍ່ຣົດຈັກ ກໍຈະໄປ ມັນໄປບໍ່ໄດ້ ມັນຈະຂາດໄປເລີຍ ຫັ້ນນ໋າ ເປັນຕຸ່ມ ຫັ້ນນາ ເປັນຂຸມ ເປັນຂຸມເລິກນະ ແບບວ່າຂີ່ຣົດໄປ ເຮົາບໍ່ເຫັນ ເພາະແບບນໍ້າຖ້ວມຫັ້ນນາ ມັນບໍ່ ເຫັນກໍຕົກຂຸມ ແບບນີ້ຫັ້ນນາ ເປັນຫລຸມເປັນບໍ່".
ຊາວບ້ານ ເວົ້າວ່າທາງນັ້ນ ເປັນທາງດິນແດງທີ່ທາງການ ຊ່ວຍຂຍາຍເປັນ 2 ເລນ ໃຫ້ເມື່ອປີກາຍ, ຣະຍະທາງປະມານ 4 ກິໂລແມັຕ ຊຶ່ງຊາວບ້ານທັງ 3 ບ້ານ ໃຊ້ເຂົ້າມາ ໂຕເມືອງມະຫາໄຊ. ໃນຍາມຣະດູຮ້ອນ ຖນົນເສັ້ນນີ້ ກໍພໍໃຊ້ການໄດ້ ເຖິງວ່າ ຈະມີຂີ້ຝຸ່ນ ແຕ່ໃນ ຍາມຝົນ ໂດຍສະເພາະ ແຕ່ເດືອນນີ້ໄປຫາເດືອນ 9 ເດືອນ 10 ຈະໃຊ້ການ ບໍ່ໄດ້.
ຊາວບ້ານ ອີກທ່ານນຶ່ງກໍກ່າວເຖິງ ຖນົນເສັ້ນນີ້ວ່າ ໃນຍາມຝົນ ຕ້ອງໄປທາງເຮືອ:
"ທາງອອກບ້ານນີ້ ມັນມີນໍ້າເນາະ ຕ້ອງໃຊ້ເຮືອ ແລະຂາເຂົ້າມານັ້ນ ໄປກັບໄປບໍ່ໄດ້ ເວລາຝົນຕົກແຮງ ຕ້ອງໄດ້ຢຸດກ່ອນແຫລະ ຄັນຝົນ ຕົກຫັ້ນ ຫາພັກເປັນວັນ ພຸ້ນແຫລະ ຈັ່ງໄດ້ໄປ ຖນົນນນີ້ ລໍາບາກຍາມຝົນນະ ເປັນຫ້ວຍເປັນໜອງ ວ່າຊັ້ນຊະ ຣົດໄປບໍ່ໄດ້".
ໂດຍທົ່ວໄປແລ້ວ ຢູ່ສປປລາວ ເມື່ອຮອດຣະດູຝົນ ທາງຫລາຍສາຍ ຈາກບ້ານຫາໂຕເມືອງ ມັກມີບັນຫາ ເຣື່ອງການເດີນທາງ ຍ້ອນຖນົນ ບໍ່ດີ ເປັນບວກເປັນຂຸມ ຫລື ຖືກຕັດຂາດ ໂດຍທີ່ທາງການ ບໍ່ສາມາດແກ້ໄຂໄດ້ ຍ້ອນຂາດງົບປະມານ.