ທາງບໍ່ດີທຸຣະກິດ ທ່ອງທ່ຽວຝືດເຄືອງ
2013.05.07

ຖນົນ ຫົນທາງ ບໍ່ດີ ແມ່ນ ອຸປສັກ ຂອງການ ທ່ອງທ່ຽວ ໃນແຂວງ ຜົ້ງສາລີ.
ຫລາຍປີ ມານີ້ ການເດີນທາງ ເຂົ້າໄປ ໃນແຂວງ ຜົ້ງສາລີ ປະສົບ ກັບຄວາມ ຫຍຸ້ງຍາກ ຫລາຍທີ່ສຸດ ຍ້ອນສະພາບ ຂອງຖນົນ ຈາກ ແຂວງ ຫລວງພະບາງ ຈາກອຸດົມໄຊ ຈາກ ຊາຍແດນ ແຂວງ ຢຸນນ່ານ ຂອງຈີນ ແລະ ຈາກຊາຍແດນ ແຂວງ ດຽນບຽນ ຂອງ ວຽດນາມ ບໍ່ໄດ້ຮັບ ການປັບປຸງ ອັນເຮັດໃຫ້ ກິຈກັມ ການຄ້າຂາຍ ແລະ ການທ່ອງທ່ຽວ ໃນແຂວງ ບໍ່ມີຄວາມ ກ້າວໜ້າ, ທ່ານ ກາບມະນີ ນັກທຸຣະກິດ ໃນແຂວງ ຜົ້ງສາລີ ເລົາເຣື້ອງ ສະພາບການ ທ່ອງທ່ຽວ ໃຫ້ເອເຊັຽ ເສຣີ ຟັງວ່າ:
"ອັນເວົ້າເຣື້ອງ ການທ່ອງທ່ຽວ ນີ້ນໍ ເອີ້ ກະ ປັດຈຸບັນ ນີ້ ມັນກໍເລີ້ມ ສີ່ດີຂຶ້ນແລ້ວ ເພາະວ່າ ຫົນທາງ ແຕ່ ອຸດົມໃຊ ມາຫາ ຜົ້ງສາລີ ເຂົາເຈົ້າ ຫາສີ່ແລ້ວ ແຕ່ວ່າ ບໍ່ທັນເປີດໃຊ້ ເປັນທາງການເທື່ອ. ຄັນວ່າ ມື້ໃດເປີດ ເປັນທາງການ ຄົນກ່າສີ່ຮູ້ ຫລາຍ ຄົນກ່າສີ່ ມາຫລາຍ. ປີກາຍ ປີກ່ອນ ມັນທາງ ຍາກອີ່ຫລີໃດ. ແລ້ວໆ ແຕ່ບາງຈຸດ ບໍ່ທັນແລ້ວ ເທື່ອ ບໍ່ທັນມອບ ເທື່ອ ມື້ໜ້າເຂົາ ໂຄສະນາ ແລ້ວ ແຂກຄົນ ຄືສີ່ ມາຫລາຍ".
ທ່ານວ່າ ລະດູນີ້ ມັກຈະມີ ນັກທ່ອງທ່ຽວ ຈາກ ແຂວງ ຈາກຈີນ ແລະ ວຽດນາມ ເຂົ້າມາຫລາຍ ແຕ່ເຂົາເຈົ້າ ຈົ່ມວ່າ ທາງບໍ່ດີ ມັນເພ ຫລາຍ ເຂົາກໍບໍ່ ມາຫລາຍ. ສໍາລັບ ການທ່ອງທ່ຽວ ໃນແຂວງ ຜົ້ງສາລີ ນັ້ນ ທ່ານກໍວ່າ ສ່ວນຫລາຍ ແມ່ນເຣື້ອງ ວັທນະທັມ ຊົນຊາຕ ຊົນເຜົ້າ:
"ສ່ວນຫລາຍ ມັນຈະເວົ້າ ເຣື້ອງຊົນ ຊາຕຊົນເຜົ້າ ຫລາຍຢູ່ນີ້ ທ່ອງທ່ຽວກ່າ ເປັນພູດອຍ ເປັນຖໍ້າ ແລະ ກ່າມາເຣື້ອງ ວັທນະທັມ ຊື່ໆຢູ່ນີ້. ອັນນຶ່ງ ກ່າມັນມີ ອັນໂດງໆ ດັງໆ ກ່າແມ່ຊາ 450 ປີ ເອີ້ ຊາ ມັນມີ ຊາໄຫ່ຽໃດ 400-500 ປີກ່າມີໃດ".
ຈຸດດີອັນນຶ່ງ ແມ່ນອາກາດ ບໍ່ຮ້ອນຫລາຍ. ໃນ ລະດູຮ້ອນ ອຸນະພູມ ແທກໄດ້ ປະມານ 27-28 ອົງສາແຊນຊຽສ ເທົ່ານັ້ນ. ນອກຈາກນີ້ ແລ້ວ ກໍມີທະເລ ໝອກ ເກືອບຈະວ່າ ມີໝົດທຸກບ່ອນ ເພາະວ່າ ແຂວງນີ້ ເປັນແຂວງ ທີ່ປົກຄຸມດ້ວຍ ພູຜາປ່າໄມ້. ທ່ານກ່າວ ຊໍ້າວ່າ ເພື່ອດຶງດູດ ເອົານັກທ່ອງທ່ຽວ ເຂົ້າມາຫລາຍນັ້ນ ແຂວງນີ້ຕ້ອງ ປັບປຸງ ເຮືອນພັກ ໂຮງແຮມ ແລະ ຮ້ານອາຫານ ໃຫ້ດີຂຶ້ນ.