ເຈົ້າໜ້າທີ່ທາງການທີ່ກ່ຽວຂ້ອງ ເລັ່ງຊ່ອຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ
2024.09.12

ປະຊາຊົນຫຼາຍບ້ານ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ປະສົບໄພນໍ້າຖ້ວມ ຍ້ອນພະຍຸໄຕ້ຝຸ່ນ ຍາກິ ທີ່ເຮັດໃຫ້ມີຝົນຕົກໜັກ ໃນລະຫວ່າງວັນທີ 9 ກັນຍານີ້ ແລະຍ້ອນເຂື່ອນໄຟຟ້ານໍ້າທາ 3 ປ່ອຍນໍ້າລົງມາໃສ່ຕື່ມ. ມາຮອດວັນທີ 12 ກັນຍານີ້ ຄະນະກໍາມະການຄຸ້ມຄອງໄພພິບັດ ແຂວງຫຼວງນໍ້າທາ ໄດ້ເລັ່ງຊ່ອຍເຫຼືອຊາວບ້ານ ພາຍຫຼັງນໍ້າໄດ້ບົກລົງແລ້ວ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຄະ ນະກໍາມະການຄຸ້ມຄອງໄພພິບັດ ແຂວງຫຼວງນໍ້າທາ ນາງນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ກັນຍາ 2024 ນີ້.
“ນໍ້າບົກແຫ້ງໝົດແລ້ວ ຊ້ວງໄລຍະນີ້ກໍາລັງຟື້ນຟູ ອະນາໝອກອະນາໄມ ກໍເລີ້ມເອົາເຄື່ອງອາຫານແຫ້ງເຂົ້າໄປຊ່ວຍ ມັນກໍຍັງບ່ອນຕໍ່າມັນກໍມີນໍ້າດ້າມເລັກດ້າມໜ້ອຍເນາະ ບ້ານປຸງບ້ານໄໝ່ປາສັກນີ້ ນໍ້ານີ້ ມັນແມ່ນ ແລ້ວມັນສິລົງໄປໃສ່ນໍ້າຂອງ ນໍ້າຂອງມັນກໍລົງໄປຜ່ານຫລວງພະບາງເນາະ ຝົນຕົກແຮງຫລາຍ ແລ້ວເຮັດໃຫ້ນໍ້າປ່າໄຫລຫລາກ ແລ້ວສາຂາທຸກສາຂາ ນໍ້າຫ້ວຍຕ່າງໆຖືວ່າ ໄຫລເຂົ້າມາເລີຍ ລະບາຍບໍ່ທັນ ລົ້ນເລີຍ ມັນຫລາຍສໍ່ານັ້ນມັນກໍລົ້ນ ລ້ານຂອບໜ້າເຂື່ອນເລີຍຫັ້ນ.”
ແລະເຈົ້າໜ້າທີ່ບ້ານ ໃນເທດສະບານເມືອງຫຼວງນໍ້າທາ ນາງນຶ່ງກໍເວົ້າເຖິງຄວາມເສຍຫາຍ ທີ່ເກີດຈາກນໍ້າຖ້ວມນັ້ນວ່າ ມາເຖິງປັດຈຸບັນ ກໍຍັງບໍ່ທັນສາມາດ ຮິບໂຮມໄດ້ເທື່ອ ແລະຂະນະນີ້ ຫຼາຍພາກສ່ວນ ຍັງສືບຕໍ່ເລັ່ງຊ່ອຍເຫຼືອຊາວບ້ານ ທີ່ບໍ່ມີບ່ອນຢູ່ອາໄສ ໂດຍຈັດສູນພັກຊົ່ວຄາວໃຫ້ ຜູ້ປະສົບໄພນໍ້າຖ້ວມຢູ່ 4 ຈຸດຄື ສະໂມສອນແຂວງຫຼວງນໍ້າທາ, ກອງບັນຊາການຕໍາຫຼວດປ້ອງກັນຄວາມສະຫງົບແຂວງ, ວັດສາມັກຄີໄຊ ແລະສະໂມສອນດອກປີກໄກ່ແຂວງ ດັ່ງທີ່ນາງເວົ້າວ່າ:
“ດຽວນີ້ທາງແຂວງມີແຕ່ເອົາກໍາລັງຫັ້ນ ໄປຊ່ວຍ ແລ້ວເຄື່ອງບໍລິໂພກ ອຸປະໂພກອິຫຍັງຕ່າງໆ ອັນນັ້ນເປັນພາກສ່ວນປະຊາຊົນຫ້າງຮ້ານ ປະກອບແບບສຸກເສີນ ແຕ່ວ່າຂັ້ນເທິງຫັ້ນຍັງບໍ່ປະເມີນເທື່ອ ສິຜູ້ຄອບຄົວໃດ ຖືກກະທົບ ທາງວັດສາມັກຄີໄຊຈັດອາຫານການກິນ ສະຫະພັນແມ່ຍິງອິຫຍັງມາແຕ່ງຢູ່ຄົວກິນ ແລ້ວກໍໄປແຈກຢາຍ ອ້າຍນ້ອງຕໍາຫລວດທະຫານ ກໍໄດ້ເອົາເຮືອໄປໂຍກຍ້າຍປະຊາຊົນ ທີ່ຕິດຄ້າງ.”
ນາງເວົ້າຕື່ມວ່າ ນໍ້າຖ້ວມຢູ່ເມືອງຫຼວງນໍ້າທາປີນີ້ ຖືວ່າໜັກທີ່ສຸດ ໃນຮອບ 50
ປີທີ່ຜ່ານມາ. ກ່ອນນໍ້າຈະຖ້ວມ ໃນເຂດເມືອງນີ້ ທ້ອງຟ້າແຈ່ມໃສ, ແດດກ້າ ແລະຝົນກໍເຊົາຕົກມາໄດ້ເກືອບ 1 ເດືອນ ແລະກ່ອນນໍ້າຈະຖ້ວມ ກໍບໍ່ມີການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ໃຫ້ປະຊາຊົນຮູ້ ດັ່ງນັ້ນຈຶ່ງເຮັດໃຫ້ຊັບສິນຂອງປະຊາຊົນ ເສຍຫາຍຫຼາຍ ດັ່ງທີ່ນາງເວົ້າວ່າ:
“ບໍ່ມີເຕືອນໄພ ຂະເຈົ້າກໍແຈ້ງວ່າ ໂອ໋ ດຽວນີ້ເຂື່ອນຫັ້ນ ນໍ້າຂຶ້ນຫລາຍແລ້ວເດີ ຈັດມ້ຽນເຄື່ອງຂອງໂຍກຍ້າຍອິຫຍັວຕ່າງໆ ຫັ້ນນ່າ ເວົ້າແນວນັຜ້ນມັນບໍ່ທັນແຫລ້ວ ມາປິດແລ້ດຽວນີ້ໂອ໋ ມັນກໍມີເຮືອນຢູ່ອາໄສ ມີເຄື່ອງຂອງອິຫຍັງຕ່າງໆ ຫັ້ນແຫລະ ເປັນລົລາງພາຫານະ ຈົມນໍ້າເສັຽນໍ້າໄປໝົດຫັ້ນນ່າ ຊອກບໍ່ເຫັນເທື່ອ ໝູເປັດໄກ່ງົວຄວາຍ ກໍ ບໍ່ເຫັນເທື່ອ ຈໍານວນນຶ່ງ ບາງໂຕກໍສິຕາຍ ບາງໂຕກໍໄຫລໄປນໍານໍ້າ ຄ້າງຢູ່ບ່ອນອີ່ລົນ.”
ແລະຢູ່ແຂວງຫຼວງພະບາງ ອີງຕາມຄໍາເວົ້າ ຂອງຄະນະຄຸ້ມຄອງໄພພິບັດແຂວງຫຼວງພະບາງ ນາງນຶ່ງ ແລ້ວແມ່ນວ່າ ຄະນະຄຸ້ມຄອງໄພພິບັດແຂວງ ໄດ້ແຈ້ງເຕືອນປະຊາຊົນ ໃຫ້ກຽມຮັບມືກັບພະຍຸໃຕ້ຝຸ່ນ ຍາກິ ທີ່ອາດຈະມີຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມ ແລະເຂື່ອນໄຟຟ້າ ກໍອາດຈະປ່ອຍນໍ້າລົງມາຕື່ມ ຂະນະທີ່ນໍ້າໃນສາຍນໍ້າຄານ ໃນເຂດນະຄອນຫຼວງພະບາງ ກໍຍື່ງຂື້ນ ກາຍເຂດເຕືອນໄພແລ້ວ…LSB240912PP4…“ຫຼວງພະບາງກໍຖືວ່າຂຶ້ນສູງເຕີບ ຮອດ 17-18 ແມັດ ເຈົ້າ 18 ແມັດກໍອັນຕະລາຍແລ້ວ ຕາມເຂົາເຈົ້າລາຍງານ ເມື່ອກີ້ ກອງເລຂາເພິ່ນກໍປະຊຸມກັນກ່ຽວກັບບັນຫາພວກເຂື່ອນແຕ່ລະເຂື່ອນຫັ້ນແຫລະ ເພິ່ນອອນລາຍຫາກັນ ນໍ້າຄານນໍ້າອູນໍ້າຂອງ ເຂົາເຈົ້າ ແຕ່ວ່າເພິ່ນສິລົມກັນແນວໃດ ເພິ່ນແນະນໍາວ່າ ນໍ້າອູກັບນໍ້າຄານ ບໍ່ໃຫ້ປ່ອຍເທື່ອ ຕາມເພິ່ນເວົ້າ ໃຫ້ປ່ອຍນໍ້າຂອງລະບາຍອອກກ່ອນ ໂຕນັ້ນມັນເປັນໂຕຢູ່ເທິງເນາະ ນໍ້າອູນໍ້າຄານມັນ ຢູ່ເທິງນໍ້າຂອງ.”
ແລະຜູ້ບໍລິຫານເຂື່ອນໄຟຟ້າ ໄຊຍະບູລີ ກໍໄດ້ແຈ້ງການ ໄປຍັງພະແນກພະລັງ ງານ ແລະບໍ່ແຮ່ ແຂວງຫຼວງພະບາງ ໃນມື້ວັນທີ 11 ກັນຍານີ້ວ່າ ລະດັບນໍ້າ ໃນເຂດຕົວເມືອງຫຼວງພະບາງ ຈະເພີ້ມສູງຂຶ້ນຕື່ມອີກປະມານ 2 ແມັດ ໃນວັນທີ 13 ກັນຍາ ຂະນະທີ່ລະດັບນໍ້າ ຢູ່ສະຖານີວັດແທກຫຼວງພະບາງ ສູງກວ່າລະດັບເຕືອນໄພ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ຫຼື MRC ປະ ມານ 56 ຊັງຕີແມັດແລ້ວ.
ແລະຢູ່ແຂວງບໍລິຄໍາໄຊ ພະແນກຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ ແຂວງ ກໍອອກແຈ້ງເຕືອນໄພ ລະດັບນໍ້າໃນແມ່ນໍ້າຂອງ, ນໍ້າຊັນ ແລະນໍ້າງຽບ ຈະເພີ້ມຂຶ້ນ ຍ້ອນຝົນຕົກໜັກຫຼາຍມື້ ເຮັດໃຫ້ເຂື່ອນໄຟຟ້ານໍ້າງຽບ 1 ປ່ອຍນໍ້າອອກຈາກເຂື່ອນ ໃນວັນທີ 11 ກັນຍາ ໃນປະລິມານ 300 ແມັດກ້ອນ ຕໍ່ວິນາ ທີ.
ລະດັບນໍ້າໃນແມ່ນໍ້າຂອງ ໃນເຂດແຂວງ ບໍລິຄໍາໄຊ ເວລາ 15.00 ໂມງ ຂອງວັນທີ 12 ກັນຍານີ້ ບາງຈຸດ ກາຍຂີດອັນຕະລາຍແລ້ວ, ແຕ່ປະຊາຊົນ ຍັງບໍ່ທັນໄດ້ຮັບຜົນກະທົບ ຫຼາຍປານໃດ ດັ່ງເຈົ້າໜ້າທີ່ແຂວງບໍລິຄໍາໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ…LSB240912PP5… “ປ່ອຍນໍ້າງຽບ1 ເກີນຂີດແດງອັນຕະລາຍແລ້ວເດ້ ກາຍຂີດຂຶ້ນມາ ຊາວບ້ານຍັງບໍ່ໄດ້ຮັບຜົນກະທົບ ຍັງເດ້ ຄັນມີກໍຈໍານວນໜ້ອຍ ແບບນໍ້າກໍມາບໍ່ຮອດເທື່ອນ່າ ແຕ່ໄທເຮົາກໍລະວັງ ລະວັງຢູ່ດຽວນີ້.”
ກົມອຸຕຸນິຍົມ ແລະອຸທົກກະສາດ ແຈ້ງເຕືອນໄພນໍ້າຖ້ວມ ສະບັບທີ 2 ໃນມື້ວັນທີ 12 ກັນຍານີ້ວ່າ ລະດັບນໍ້າໃນແມ່ນໍ້າຂອງ ຢູ່ແຕ່ລະສະຖານີ ວັນທີ 12 ກັນ ຍາ ແຕ່ເວລາ 7 ໂມງຫາ 10 ໂມງເຊົ້າ ຍັງສືບຕໍ່ເພີ້ມຂຶ້ນ ດັ່ງນັ້ນ ຈຶ່ງເຕືອນໃຫ້ທຸກພາກສ່ວນ ກຽມພ້ອມຍ້າຍເຄື່ອງຂອງທີ່ມີຄ່າ ແລະສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ ແລະຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດແລະອຸທົກກະສາດ ເປັນ ປະຈໍາ.