3 ປະເທດ ຊ່ອຍທຶນປັບປຸງ ແມ່ນໍ້າຂອງ
2021.06.25
ຣັຖບາລ 3 ປະເທດ ຄື; ອອສເຕຣເລັຽ, Switzerland ແລະ ເຢັຍຣະມັນ ຊ່ອຍເຫຼືອທຶນ ເກືອບເຖິງ 13 ລ້ານໂດລາ ສະຫະຣັຖ ໃຫ້ ຄະນະກັມມາທິການ ແມ່ນໍ້າຂອງ ສາກົລ ຫລື MRC ເພື່ອປັບປຸງ ສະພາບລວມ ຂອງອ່າງແມ່ນໍ້າຂອງ ເປັນຕົ້ນຣະບົບນິເວດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເນື່ອງຈາກ ແມ່ນໍ້າຂອງ ໄດ້ເກີດການປ່ຽນແປງ ທີ່ຊຸດໂຊມລົງ ແລະ ນັບມື້ຮຸນແຮງຂຶ້ນຍ້ອນ ການກໍ່ສ້າງເຂື່ອນ ຂນາດໃຫຍ່ ແລະ ການປ່ຽນແປງຂອງດິນຟ້າອາກາດ.
ກ່ຽວກັບເຣື່ອງນີ້ ດຣ. ອັນ ພິສ ຮັດດາ ຫົວໜ້າກອງເລຂາ MRC ກ່າວໃນພິທີເຊັນສັນຍາ ກັບປະເທດຄູ່ຮ່ວມພັທນາທີ່ໃຫ້ທຶນຊ່ອຍ ເຫຼືອ ຢູ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 24 ມິຖຸນາ 2021 ນີ້ວ່າ ການຊ່ອຍເຫຼືອນີ້ ມາໃສ່ໃນຈັງຫວະ ຖືກເວລາ ແລະ ມີຄວາມ ສໍາຄັນຫຼາຍ ສໍາລັບຄະນະກັມມາທິການແມ່ນໍ້າຂອງ ສາກົລ ໃນການຈັດຕັ້ງປະຕິບັດ ວຽກງານຕ່າງໆ ເພື່ອ ສ້າງຄວາມສົມດູນໃຫ້ແກ່ ຄວາມຕ້ອງການທາງດ້ານ ການພັທນາເສຖກິດ, ການປັບປຸງສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ເງິນຊ່ອຍເຫຼືອຈາກຣັຖບາລທັງ 3 ປະເທດນີ້ຈະຖືກນໍາໃຊ້ເຂົ້າໃນແຜນຍຸທສາດ ແມ່ນໍ້າຂອງແຕ່ປີ 2021 ຫາປີ 2025 ເພື່ອປົກປັກ ຮັກສາ ສິ່ງແວດລ້ອມ ທີ່ໄດ້ຮັບຜົລກະທົບ ຫຼາຍຢ່າງ ຊຶ່ງແມ່ນໍ້າຂອງກໍາລັງປະເຊີນຢູ່ ແລະເພື່ອຈໍາກັດຜົລກະທົບຮຸນແຮງ ທີ່ເກີດ ຂຶ້ນກັບແມ່ນໍ້າຂອງ ແລະ ປະຊາຊົນ.
ທ່ານ ເຈັນ ລຸດເກນເຮີມ ທູດ ເຢັຍຣະມັນ ປະຈໍາລາວ ໄດ້ກ່າວວ່າ:
“ພວກເຮົາເຊື່ອວ່າ ທຶນດັ່ງກ່າວຈະຊ່ວຍ MRC ສ້າງຕັ້ງເຄືອຂ່າຍຕິດຕາມ ສະພາບແມ່ນໍ້າໃນຂົງເຂດນີ້ ເພື່ອປະກອບສ່ວນເຂົ້າໃນ ການໃຫ້ຂໍ້ມູນອັນສໍາຄັນ ແກ່ຂະບວນການ ຕັດສິນໃຈ ໃນການພັທນາ ແລະການຄຸ້ມຄອງຊັພຍາກອນນໍ້າ ແລະ ທັງເພື່ອສົ່ງເສີມ ຄວາມສາມາດ ຂອງ MRC ໃນການບໍຣິຫານ ຈັດການຄວາມສ່ຽງ ກ່ຽວກັບເຣື່ອງນໍ້າຖ້ວມ ແລະ ພັຍພິບັດ ໃຫ້ມີປະສິດທິພາບ ຫຼາຍຂຶ້ນ.”
ທ່ານ ຊັງ ຟຣັງຊົວ ກູເອໂນ ຫົວໜ້າອົງການ ເພື່ອ ການພັທນາ ແລະ ການຮ່ວມມືຣະຫວ່າງປະເທດ ຂອງ ປະເທດ Switzerland ໄດ້ກ່າວວ່າ:
“ພວກເຮົາຂໍສັລເສີນ MRC ທີ່ໄດ້ເລີ່ມຍຸທສາດ ແລະ ວິສັຍທັສໃໝ່ ຊຶ່ງມີຄວາມສໍາຄັນຫຼາຍ ຕໍ່ການຄຸ້ມຄອງ ອ່າງແມ່ນໍ້າຂອງ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ສະຖານທູດ ອອສເຕຣເລັຍ ປະຈໍາລາວ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ມິຖຸນາ ນີ້ວ່າ.
"ບໍ່ແມ່ນຄັ້ງທໍາອິດ ທີ່ຣັຖບາລອອສເຕຣເລັຍ ຊ່ອຍເຫລືອໃຫ້ທຶນ ແກ່ MRC. ແຕ່ສໍາລັບເທື່ອນີ້ ໄດ້ຮ່ວມມືກັບ 3 ປະເທດ ຄູ່ຮ່ວມ ພັທນາໂດຍໃຫ້ທຶນຊ່ອຍເຫຼືອ ປະມານ 3.8 ລ້ານໂດລາ ສະຫະຣັຖ."
ທີ່ຜ່ານມາ ຜູ້ຕາງໜ້າຣັຖບາລອອສເຕຣເລັຍ ກໍໄດ້ໄປເບິ່ງໂຄງການ ເຂື່ອນໄຟຟ້າໄຊຍະບູຣີ ທີ່ສ້າງກັ້ນແມ່ນໍ້າຂອງ ແລະໂຄງການ ອື່ນໆ ແລະເຫັນສະພາບການປ່ຽນແປງ ເຫັນຜົລກະທົບອັນບໍ່ດີ ທີ່ເກີດຂຶ້ນກັບສິ່ງແວດລ້ອມ ແລະຄວາມຫຍຸ້ງຍາກຂອງປະຊາຊົນ ລາວ. ດັ່ງນັ້ນຣັຖບາລອອສເຕຣເລັຍ ຈຶ່ງເຫັນຄວາມຈໍາເປັນ ແລະຕ້ອງການເປັນສ່ວນນຶ່ງ ໃນການແກ້ໄຂບັນຫານັ້ນ ດັ່ງທີ່ທ່ານ ກ່າວວ່າ:
“ທາງເຮົາກະຊ່ວຍເຫລືອຕລອດມາເລີຍ ໂດຍສະເພາະ ແມ່ນໍ້າຂອງ ຄືທີ່ຜ່ານມາ ກະໄດ້ໄປເບິ່ງຢູ່ ກະໄປຢາມເຂື່ອນ ກະເບິ່ງເຣື່ອງ ນະໂຍບາຍ ມັນຫຼາຍໆປະເທດ ໄດ້ຮັບຜົລປໂຍດ ຈາກແມ່ນໍ້າຂອງ ເລີຍເຫັນຄວາມສໍາຄັນ.”
ໃນຂນະດຽວກັນ ປະຊາຊົນທີ່ໄດ້ຮັບຜົລກະທົບ ໂດຍກົງ ຈາກການປ່ຽນແປງຂອງ ສະພາບແມ່ນໍ້າຂອງ ກໍເຫັນວ່າ ເປັນເຣື່ອງດີ ແລະດີໃຈທີ່ຣັຖບາລ ປະເທດຕ່າງໆ ໃຫ້ການຊ່ອຍເຫຼືອ ໃນເຣື່ອງທຶນຮອນ ໃນການປັບປຸງຣະບົບນິເວດ ແລະຊີວິດການເປັນຢູ່ ຂອງປະຊາຊົນ ທີ່ອາສັຍ ແລະ ທໍາມາຫາກິນຢູ່ຕາມລໍາ ແມ່ນໍ້າຂອງ ໃຫ້ດີຂຶ້ນ, ດັ່ງ ຊາວຫລວງພຣະບາງ ຜູ້ນຶ່ງກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນ ນີ້ວ່າ:
“ກະມີຄວາມຮູ້ສຶກດີໃຈ ເພາະວ່າຕ່າງປະເທດ ເພິ່ນຊ່ວຍເຫຼືອ ແລ້ວທາງພັກທາງຣັຖ ເພິ່ນກະໄດ້ເບິ່ງແຍງປະຊາຊົນ ເພິ່ນກະເອົາ ໃຈໃສ່ສະພາບນໍ້າຂອງ ບໍ່ປ່ຽນພໍເທົ່າໃດກໍ ກະປ່ຽນແຕ່ໜ້ອຍດຽວ ບໍ່ປ່ຽນຫຼາຍ.”
ເວົ້າເຖິງຜົລກະທົບອັນບໍ່ດີ ຂອງເຂື່ອນໄຟຟ້າ ກັ້ນແມ່ນໍ້າຂອງ ຢູ່ທາງພາກເໜືອ ປະຊາຊົນແຂວງບໍ່ແກ້ວ ຜູ້ນຶ່ງເວົ້າວ່າ ຜົລກະທົບ ທີ່ເຫັນໄດ້ຢ່າງຈະແຈ້ງ ກໍຄືເວລາ ຈີນ ກັກເກັບນໍ້າ ແລະ ເວລາຣະບາຍນໍ້າອອກ ຈາກເຂື່ອນຂອງຈີນ ລົງມາ ຈະເຮັດໃຫ້ຣະດັບນໍ້າ ໃນແມ່ນໍ້າຂອງຂຶ້ນ-ລົງ ບໍ່ເປັນປົກກະຕິ, ກະທົບໃສ່ການແລ່ນເຮືອ ແລະ ໃສ່ຊາວບ້ານ ທີ່ມີອາຊີບ ຫາປາ:
“ມັນກະມີຫັ້ນແລ້ວ ມັນກະຫຼາຍອັນຫຼາຍຢ່າງຫັ້ນແຫຼະ ທີ່ໄປຮູ້ຫັ້ນ ແລະ ສິ່ງແວດລ້ອມ ແຕ່ເພິ່ນເຮັດເຂື່ອນແລ້ວກະ ນໍ້າມັນກະບໍ່ຄ່ອຍ ຂຶ້ນ ອັນຫຼາຍຫັ້ນນະ ແຕ່ນໍ້າບໍ່ແຫ້ງຫັ້ນນະ.”
ຊາວໄທຍຜູ້ນຶ່ງ ຢູ່ແຂວງໜອງຄາຍ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 25 ມິຖຸນາ ນີ້ວ່າຣັຖບາລ 4 ປະເທດ ລຸ່ມແມ່ນໍ້າຂອງ ຄື ໄທ, ວຽດນາມ, ກໍາພູຊາ ແລະລາວ ຕ່າງກໍຮູ້ດີວ່າ ການສ້າງເຂື່ອນ ຂນາດໃຫຍ່ກັ້ນ ແມ່ນໍ້າຂອງ ຈະສົ່ງຜົລກະທົບ ຕໍ່ຣະບົບນິເວດ ແລະ ປະຊາຊົນຫຼາຍລ້ານຄົນ, ສະນັ້ນຈຶ່ງຢາກໃຫ້ຣັຖບາລ ຂອງ ທຸກປະເທດນີ້ ທົບທວນຄືນກ່ຽວກັບ ແຜນຍຸທສາດ ແມ່ນໍ້າຂອງ ນັ້ນ:
“ສ້າງແລ້ວມັນທໍາຣາຍ ຣະບົບນິເວດ ຂອງໄທບ້ານ ມັນກໍເປັນຜົລເສັຽເດ໋ ມັນກະບໍ່ຄວນສ້າງນະ ມັນນ່າຈະແບບເສັຽຫາຍຫຼາຍກວ່າ ໄດ້ ມັນຕ້ອງກະທົບ ກະເທືອນຫຼາຍໆແນ່ເລີຍ ທັງວິຖີຊີວິດທີ່ປ່ຽນໄປ.”
ນອກຈາກການຊ່ອຍເຫຼືອຂອງ 3 ປະເທດ ທີ່ວ່ານັ້ນແກ່ MRC ໃນຄັ້ງນີ້ແລ້ວ, ເມື່ອເດືອນພຶສພາ ທີ່ຜ່ານມານີ້, ອົງການພັທນາແຫ່ງ ປະເທດ ຝຣັ່ງເສດ ກໍໄດ້ມອບເງິນຊ່ອຍເຫຼືອ ຈໍານວນ 1,5 ລ້ານ ຢູໂຣ ຜ່ານສະຖານທູດຝຣັ່ງເສດ ປະຈໍາລາວ ໃຫ້ແກ່ຄະນະ ກັມມາທິການ ແມ່ນໍ້າຂອງສາກົລ ເພື່ອ ໃຊ້ເຂົ້າໃນການປັບປຸງ ເຄືອຂ່າຍສະຖານີ ຕິດຕາມສະພາບ ແມ່ນໍ້າຂອງ ຕື່ມອີກ 11 ແຫ່ງ ເພື່ອຄຸ້ມຄອງ ການປະຕິບັດງານ ຂອງໂຄງການກໍ່ສ້າງໂຄງຮ່າງພື້ນຖານທາງນໍ້າ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າສາຂາໃຫ້ດີຂຶ້ນ ກວ່າເກົ່າ.
ແຜນຍຸທສາດ ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫລື MRC ແຕ່ປີ 2021 ຫາປີ 2025 ແມ່ນເປັນເຄື່ອງມື ສໍາຄັນອັນນຶ່ງ ເພື່ອຊ່ອຍໃຫ້ MRC ໃນການຈັດຕັ້ງປະຕິບັດ ຍຸທສາດພັທນາ ອ່າງແມ່ນໍ້າ ຂອງສະບັບໃໝ່ ຊຶ່ງເປັນຍຸທສາດ ໄປສູ່ການຫັນປ່ຽນໃໝ່ ຂອງອ່າງແມ່ນໍ້າຂອງ ເພື່ອໃຫ້ປະເທດສະມາຊິກ ແມ່ນໍ້າຂອງ ສາມາດແກ້ໄຂ ສິ່ງທ້າທາຍ ຕ່າງໆໃນປັດຈຸບັນ ແລະທີ່ອາຈເກີດຂຶ້ນ ໃໝ່ໄດ້. ແລະ ໃນຂນະດຽວກັນ ກໍຈະຊ່ອຍປັບປຸງສະພາບລວມ ຂອງແມ່ນໍ້າຂອງຕອນລຸ່ມ ໃນອີກ 10 ປີຕໍ່ໜ້າ.