ການຟື້ນຟູໂຄງຮ່າງພື້ນຖານຕ່າງໆ ເປັນຕົ້ນ ຖນົນຫົນທາງ, ໄຟຟ້າ, ນໍ້າສະອາດ, ສຸຂສາລາ ແລະໂຮງຮຽນ ໃນເຂດເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບ ຢ່່າງໜັກໜ່ວງ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ນໍ້າຖ້ວມເມື່ອທ້າຍເດືອນ ກໍຣະດາ 2018, ມາ ເຖິງປັດຈຸບັນ ກໍຍັງບໍ່ທັນໄດ້ເຣີ້ມ ປະຕິບັດເທື່ອ ເຮັດໃຫ້ປະຊາຊົນ 6 ບ້ານ ທີ່ປະສົບພັຍ ຍັງມີຄວາມຫຍຸ້ງຍາກລໍາບາກຫຼາຍ. ກ່ຽວກັບ ເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງສະໜາມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ເມສາ ນີ້ວ່າ:
"ພື້ນຖານໂຄງຮ່າງຍັງຄືເກົ່າຢູ່ ມີແຕ່ໄດ້ຮັບການປະມູນ ແຕ່ກໍຍັງບໍ່ເຫັນການລົງມືວ່າຊັ້ນສະ ມັນກໍຍັງຊ້າຫັ້ນແຫຼະຄັນສິເວົ້າ ສິແມ່ນຂັ້ນຕອນ ປະສານປະສານຂັ້ນເທິງພຸ້ນແຫຼະ ເຮົາຢູ່ທາງພີ້ ເຮົາກໍບໍ່ເຂົ້າໃຈເລິກນໍາເຂົາປານໃດ.”
ທ່ານເວົ້າວ່າ ການຟື້ນຟູ ໂຄງຮ່າງພື້ນຖານ ຫຼ້າຊ້ານັ້ນ ກໍຍ້ອນຂັ້ນຕອນ ການດໍາເນີນວຽກງານ ຂອງສູນກາງ ເນື່ອງຈາກ ມີການປະມູນ ເພື່ອຊອກຫາບໍຣິສັດ ເຂົ້າມາປັບປຸງຟື້ນຟູ, ທັງໝົດ ກໍເພື່ອຄວາມໂປ່ງໃສເຊັ່ນວ່າ: ການປະມູນກໍ່ສ້າງສ້ອມແປງເສັ້ນທາງ ຈາກເທສບານ ແຂວງອັດຕະປືຫາບ້ານໃໝ່ ທີ່ເປີດປະມູນໄປແລ້ວ ຢູ່ສໍານັກງານນາຍົກຣັຖມົນຕຣີ ນະຄອນຫຼວງວຽງຈັນ ໃນມື້ວັນທີ 21 ມິນາ ຜ່ານມາ.
ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ທັນເຫັນບໍຣິສັດໃດ ເຂົ້າມາດໍາເນີນການກໍ່ສ້າງເທື່ອ. ເຮືອນພັກຊົ່ວຄາວ ທີ່ຜູ້ປະສົບພັຍອາສັຍຢູ່ໃນປັດຈຸບັນນີ້ ກໍຢູ່ມາໄດ້ 5 ເດືອນປາຍແລ້ວ, ປະຊາຊົນ ຢູ່ໃນສະພາບຄັບແຄບ, ຮ້ອນອົບເອົ້າ ຍ້ອນເປັນເຮືອນສັງກະສີ ແລະຕູ້ຄອນເທນເນີ, ໄຟຟ້າ ບໍ່ພຽງພໍ ຕິດໆດັບໆ, ບໍ່ມີນໍ້າສະອາດດື່ມແລະໃຊ້, ເຂົ້າສານ ແລະເຄື່ອງໃຊ້ ທີ່ຈໍາເປັນ ກໍຍັງລໍຖ້າໃຫ້ທາງການແຈກໃຫ້ຢູ່.
ການບຸກເບີກພື້ນທີ່ກະສິກັມ 2 ພັນປາຍເຮັກຕາ ໃຫ້ປະຊາຊົນຜູ້ປະສົບພັຍ 6 ບ້ານ ຄືບ້ານຫິນລາດ, ບ້ານໃໝ່, ບ້ານທ່າແສງຈັນ, ບ້ານ ປິ່ນດົງ, ບ້ານທ່າຫິນ ແລະບ້ານຕາມະຢອດ ໃຫ້ທັນການຜລິດໃນຣະດູຝົນປີນີ້ນັ້ນ ມາເຖິງປັດຈຸບັນ ບຸກເບີກໄດ້ແລ້ວ 4 ຈຸດ ຍັງອີກ 1 ຈຸດສຸດທ້າຍ ຢູ່ບ້ານດົງບາກ ທີ່ກໍາລັງເລັ່ງ ບຸກເບີກຢູ່ ແລະທາງການແຂວງອັດຕະປື ກໍຢືນຢັນວ່າ ຈະບຸກເບີກໃຫ້ແລ້ວ ກ່ອນລະດູຝົນ ນີ້ແນ່ນອນ ດັ່ງທີ່ທ່ານກ່າວວ່າ:
"ປັດຈຸບັນນີ້ ຖືວ່າການບຸກເບີກທີ່ດິນໄດ້ 4 ຈຸດ ກໍປະມານ 85% ລະຍັງແຕ່ຂັ້ນຕອນ ອະນາມັຍແລະຈັດສັນໃຫ້ປະຊາຊົນ ດຽວນີ້ພວມ ເລັ່ງໃສ່ຈຸດດົງບາກ ກໍກຽມໃຫ້ທັນ.”
ຫຼັງຈາກຜູ້ປະສົບພັຍທຸກຄອບຄົວ ໄດ້ຮັບທີ່ດິນ ທີ່ຖືກຈັດສັນໃຫ້ແລ້ວ ກະຊວງກະສິກັມ ແລະປ່າໄມ້ ຈະເປັນຜູ້ຮັບຜິດຊອບ ໄຖບຸກເບີກທົ່ງນາ ແລະແຈກຈ່າຍແນວພັນເຂົ້າໃຫ້ ໂດຍຈະໃຊ້ວິທີຫວ່ານເມັດເອົາ, ຈະບໍ່ປັກດໍາຄືແຕ່ກ່ອນ. ເພື່ອແກ້ໄຂບັນຫາດັ່ງກ່າວ ຄນະພັກແຂວງອັດຕະປື ໄດ້ຈັດກອງປະຊຸມຂຶ້ນ ໃນມື້ວັນທີ 19 ເມສານີ້ ແລະຕົກລົງວ່າ ບັນຫາສໍາຄັນ ທີ່ຈະຕ້ອງໄດ້ຮັບການແກ້ໄຂຮີບດ່ວນທີ່ສຸດ ຄືການແກ້ໄຂ ພັຍພິບັດຣະດັບຊາດ ຢູ່ເມືອງສະໜາມໄຊ. ພາກຣັຖທຸກຂັ້ນ, ຜແນກການ, ອົງການແລະກົມກອງຕ່າງໆ ຕ້ອງນໍາເອົາວິຊາສະເພາະທີ່ມີ ສຸມໃສ່ ແກ້ໄຂບັນຫາ ເພື່ອໃຫ້ປະຊາຊົນຜູ້ປະສົບພັຍ ໄດ້ຮັບການຟື້ນຟູໂດຍໄວ ແລະໃຊ້ຊີວິດໄດ້ ແບບປົກກະຕິ ໂດຍສະເພາະ ການສ້າງ ອາຊີບ ແລະ ພັທນາພື້ນທີ່ ທໍາການຜລິດ.