ຝົນເຫຼືອງຈາກປາງສົງຄາມ

ອຸ່ນແກ້ວ ສຸກສະຫວັນ
2016.09.01
f-susan ຍານາງ Susan Hammond ຜູ້ກໍ່ຕັ້ງ ໂຄງການ ຄວາມຫວັງ ຫລັງສົງຄາມ
RFA

ອົງຈັດຕັ້ງ ທີ່ ບໍ່ສັງກັດ ຣັຖບານ ຢູ່ ສະຫະຣັຖ ຮຽກຮ້ອງໃຫ້ ຣັຖບານ ສະຫະຣັຖ ໃຫ້ມີການ ຊ່ວຍເຫລືອ ຜູ້ທີ່ໄດ້ຮັບ ຜົນກະທົບ ຈາກ ສານເຄມີ ຝົນເຫລືອງ ຫລື Agent Orange ທີ່ຕົກຄ້າງ ຢູ່ລາວ ໃນປາງສົງຄາມ ວຽດນາມ.

ຍານາງ ຊູຊານ ຮາມມອນ ຜູ້ກໍ່ຕັ້ງ ໂຄງການ ຄວາມຫວັງ ຫລັງສົງຄາມ ໄດ້ກ່າວວ່າ: ຄວນໃຫ້ ການຊ່ວຍເຫລືອ ທາງດ້ານ ການເງິນ ໃນເລື້ອງນີ້ ບໍ່ສະເພາະ ແຕ່ ວຽດນາມ ທີ່ໄດ້ຮັບ ຜົນກະທົບ ຈາກ ສານເຄມີ ຝົນເຫລືອງ ເທົ່ານັ້ນ ແຕ່ຄວນໃຫ້ ການຊ່ວຍເຫລືອ ຜູ້ທີ່ໄດ້ຮັບ ຜົນກະທົບ ຢູ່ ປະເທດລາວ ແລະ ກຳພູຊາ ນຳອີກ.

ນອກຈາກນີ້ ຍານາງ ແຈກກີ້ ຊັນຢົງ ທີ່ປຶກສາ ອາວຸໂສ ຂອງໂຄງການ ຄວາມຫວັງ ຫລັງສົງຄາມ ໄດ້ກ່າວວ່າ ໃນວັນທີ 30 ສິງຫາ ຢູ່ ນະຄອນຫຼວງ ວໍຊິງຕັນ ວ່າ: ຣັຖບານລາວ ຄວນ ຮຽກຮ້ອງ ຊ່ວຍເຫລືອ ແລະ ຣັຖບານ ສະຫະຣັຖ ຄວນໃຫ້ ການຊ່ວຍເຫລືອ.

ອີງຕາມການສຳຣວດຂໍ້ມູນ ຈາກໂຄງການ ດັ່ງກ່າວ ໄດ້ຮູ້ວ່າ ແຂວງ ທີ່ໄດ້ຮັບ ຜົນກະທົບ ຈາກຝົນເຫລືອງ ມີ ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງ ອັດຕະປື ຊຶ່ງຮວມ ທັງໝົດ 15 ເມືອງ ແລະ ເປັນເມືອງ ທີ່ທຸກຍາກ.

ປັດຈຸບັນ ທາງໂຄງການ ໄດ້ເຮັດການ ສຳຣວດ ໄດ້ພຽງແຕ່ 6 ເມືອງ ເທົ່ານັ້ນ ແລະ ພົບກໍມີ ຜູ້ທີ່ໄດ້ຮັບ ຜົນກະທົບ ຈາກ ຝົນເຫລືອງ ແມ່ນ 73 ກໍລະນີ. ອີງຕາມ ການບອກເລົ່າ ຂອງຍານາງ ແຈັກກີ້.

ຍານາງ ແຈັກກີ້ ກ່າວ ຕື່ມອີກວ່າ ຣັຖບານລາວ ກັບ ສະຫະຣັຖ ໄດ້ມີການ ຮ່ວມມືກັນ ກ່ຽວກັບ ວຽກງານ ເກັບກູ້ ລະເປີດ ເປັນເວລາ ຫຼາຍປີ ຊຶ່ງ ເປັນວຽກງານ ນຶ່ງ ທີ່ໃຊ້ຟື້ນຟູ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກ ລະເປີດ ທີ່ຍັງບໍ່ ທັນແຕກ, ແຕ່ວ່າ ຍັງບໍ່ທັນ ມີໂຄງການ ຊ່ວຍເຫລືອ ຜູ້ທີ່ໄດ້ ຜົນກະທົບ ຈາກການສີດ ສານເຄມີ ຝົນເຫລືອງ ຢູ່ໃນລາວ, ໃນຂນະທີ່ ຜູ້ທີ່ໄດ້ຮັບ ຜົນກະທົບ ຈາກ ຝົນເຫລືອງ ຢູ່ວຽດນາມ ແມ່ນໄດ້ຮັບ ການຊ່ວຍເຫລືອ ຈາກທາງການ ສະຫະຣັຖ.

ສານເຄມີປະເພດຝົນເຫລືອງ ຊຶ່ງເປັນ ສານເຄມີ ປະເພດ Dioxin ຖືກເລີ້ມ ນຳໃຊ້ຢູ່ ປະເທດລາວ ນັບຕັ້ງແຕ່ ປີ 1964-1971 ໃນປາງ ສົງຄາມ ຢູ່ ປະເທດລາວ ໂດຍສະເພາະ ຢູ່ແຂວງ ພາກກາງ ຫາ ພາກໃຕ້ ຂອງລາວ ຕາມເສັ້ນທາງ ໂຮຈິມິນ. ອີງຕາມ ຂໍ້ມູນຈາກ ກອງທັບ ອາກາດ ສະຫະຣັຖ.

ຜົນກະທົບຕໍ່ສຸຂພາບ ຂອງຄົນ ໃນລະຍະຍາວ ຈາກ ສານເຄມີ ຊະນິດນີ້ ກໍຄື ເດັກນ້ອຍ ທີ່ເກີດມາຈາກ ມີຮ່າງກາຍ ພິການ, ແລະ ການກໍ່ໃຫ້ ເກີດ ໂຣຄມະເລງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.