ຊາວບ້ານນາສອບແປງທາງ ເອົາເອງ
2020.09.11

ຝົນຕົກຢ່າງຕໍ່ເນື່ອງຖນົນເຂົ້າບ້ານນາສອບ ເມືອງໄຊບູລີ ແຂວງສວັນນະເຂດ ເປ່ເພເປັນຂຸມ ເປັນບວກ ເຮັດໃຫ້ປະຊາຊົນໃນເຂດບ້ານ ດັ່ງກ່າວທຽວລຳບາກ. ໃນຂນະທີ່ງົບປະມານ ທາງການ ຍັງຕອບສນອງບໍ່ໄດ້ ຊາວບ້ານນາສອບໄດ້ຊ່ອຍກັນ ແປງຫົນທາງເຂົ້າບ້ານ- ຜ່ານບ້ານ ເມື່ອວັນທີ 06 ກັນຍາ 20 ຜ່ານມາ ໂດຍເຣີ້ມແຕ່ປາກທາງເສັ້ນທາງເລກທີ 13 ໃຕ້ ເຂົ້າໄປຫາບ້ານ ຍາວ 3 ກິໂລແມັດ. ດັ່ງຊາວບ້ານນາສອບ ໄດ້ກ່າວຕໍ່ເອເຊັຽເສຣີ ວັນທີ 10 ກັນຍາ 20 ວ່າ, ລຳບາກຫຼາຍ ເປັນຫຼຸມເປັນບໍ່ ເປັນຕລອດ 03 ກິໂລແມັດ.
"ລຳບາກຫຼາຍເປັນຫຼຸມເປັນຂຸມນ້ອຍນຶ່ງນ່າ ເປັນຕລອດ 3 ກິໂລແມັດ. ຈາກບ້ານນຶ່ງໄປຫາບ້ານນຶ່ງ ຄົນທຽວຫຼາຍມັນກໍເລີຍເພໄວ. ຂະເຈົ້າ ກໍເລີຍເອົາດິນມາຖົມໃໝ່ ໃຫ້ມັນທ່ຽງຂື້ນມາ ແລ້ວ ກໍທຽວໄດ້ມັນກໍບໍ່ດີຢູ່ແລ້ວ ມັນກໍເປັນທາງບ້ານນອກເນາະ ທາງຊົນນະບົດມັນກໍແບບ ນີ້ແຫຼະ."
ການສ້ອມແປງເສັ້ນທາງເຂົ້າບ້ານນາສອບ ນາຍບ້ານ ໄດ້ຣະດົມຊາວບ້ານໂດຍນໍາໃຊ້ ເຄື່ອງມື ຢ່າງຣົດໄຖນາ, ຈົກ-ຊ້ວນ-ສຽມ ແລະ ພ້າ ເປັນຕົ້ນເພື່ອມາຊ່ອຍກັບປັບໜ້າດິນ ແລະ ຖາງ ຫຍ້າອອກຈາກແຄມທາງດັ່ງຊາວບ້ານນາສອບ ອີກທ່ານນື່ງໄດ້ກ່າວວ່າ:
"ກໍຊາວບ້ານຮວມກັນນີ້ແຫຼະສ້ອມແຊມ ທີ່ເປ່ເພນີ້ແຫຼະປະມານ 3 ກິໂລແມັດ ນີ້ແຫຼະແມ່ນແຫຼະ ມັນທຽວບໍ່ສະດວກມັນເປັນຕົມເປັນຂຸມ."
ຕໍ່ກັບບັນຫາດັ່ງກ່າວທາງຜແນກໂຍທາທິການ ແລະຂົນສົ່ງ ເມືອງໄຊບູລີ ຍອມຮັບວ່າທາງພາກຣັຖ ບໍ່ມີງົບປະມານ ໃນສ້ອມແປງຖນົນ ຫົນທາງ ເຮັດໃຫ້ຊາວບ້ານໃນພື້ນທີ່ ຕ້ອງຊ່ອຍກັນເອງ.
"ມັນກໍເປັນຂຸມເປັນບໍ່ຍາມຝົນແຮງມັນກໍ່ເປັນຂຸມ ເປັນບໍ່ ຊາວບ້ານກໍພາກັນຖົມມັນ ເປ່ເພ ແບບຝົນຕົກຊາວບ້ານກໍແປງຄືນ ພໍໃຫ້ທຽວໄດ້. ເຂົາເຈົ້າປຸກຣະດົມກັນເອົາພໍ່ແມ່ປະຊາຊົນ ນັ້ນໄປສ້ອມແປງ ເພາະງົບປະມານສູນກາງບໍ່ຄ່ອຍມີປານໃດ. ພາກຣັຖເຮົາກໍບໍ່ມີງົບປະມານ ມາສ້ອມແປງ."
ເຖີງແນວໃດກໍ່ຕາມ ພໍເຖີງຣະດູຝົນ ຂອງແຕ່ລະປີຈະພົບເຫັນບັນທາງເປເພ ຢ່າງໜັກໜ່ວງ ໃນຂອບເຂດທົ່ວປະເທດລາວ. ອີງຕາມການ ຣາຍງານ ຂອງກົມຂົວທາງໃນປີ 2019 ຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ຕ້ອງການງົບປະມານ ສ້ອມແປງທາງ 1.200 ຕື້ກີບ ໃນຈຳນວນ 20 ໂຄງການ ແລະ 148 ສັນຍາ. ສ່ວນທາງຊອຍ ທາງເຂົ້າບ້ານ ນັ້ນ ຣັຖບານຍັງບໍ່ທັນມີງົບປະມານ ສ້ອມແປງ.