ໂຮງງານຜລິຕໂຟມຢາງ ເພື່ອຂັ້ນຫວີກ້ວຍ ເວລາໃສ່ແກັດຂອງຈີນ ຢູ່ບ້ານຊຸ້ນ, ເມືອງປາກຊັນ ແຂວງບໍຣິຄຳໄຊ ສົ່ງກິ່ນຂິວ ແລະ ສຽງດັງ ລົບກວນໄປເຖິງປະຊາຊົນ ບ້ານທົ່ງ 10 ປາຍຄອບຄົວ ທີ່ມີເຮືອນ ຢູ່ໃກ້ກັບໂຮງງານ, ມີອາການແສບດັງ ແລະ ແສບຕາ.
ເຄື່ອງຈັກ ທີ່ຜລິຕໂຟມຢາງນັ້ນ, ສົ່ງສຽງດັງ ລົບກວນຊາວບ້ານ ທັງເວັນທັງຄືນ ຕັ້ງແຕ່ 6 ໂມງເຊົ້າ ໄປເຖິງ 12 ໂມງທ່ຽງຄືນ, ຕາມຄຳເວົ້າຂອງປະຊາຊົນ ບ້ານທົ່ງໃຫຍ່, ເມືອປາກຊັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ທັນວານີ້.
"ເພິ່ນ ມາ ຕັ້ງ ໂຮງ ງານ ຂອງ ຄົນ ຈີນ , ແຕ່ ໂຮງ ງານ ມັນ ຢູ່ໃກ້ ຊຸມ ຊົນ ກໍ ກິ່ນ ຂິວ ອອກ ຈາກ ເຜົາ ໄໝ້ ຂອງ ເຕົາ ແກ໊ສ ເພິ່ນ ຜ ລິ ຕ ຫັ້ນ ແ ຫຼະ ຜົນ ກະ ທົບ ແຮງ ມັນ ຂິວ ແລ້ວ ເຂົາ ເຈົ້າ ຢູ່ບໍ່ ໄດ້ ແສບ ດັງ ແສບ ຕາ ແລະ ກໍ ເ ຣື້ອງ ສຽງ ມີ ຜົ ລ ກະ ທົບ ຕໍ່ ພໍ່ ແມ່ ປະ ຊາ ຊົນ ."
ນາງກ່າວວ່າ ໂຮງງານດັ່ງກ່າວ ຫາກໍຕັ້ງມາແຕ່ມື້ວັນທີ 10 ຕຸລາ ທີ່ຜ່ານມາ ໂດຍທີ່ບໍ່ທັນໄດ້ຮັບອະນຸຍາດ ຈາກທາງການເມືອງ ແລະ ແຂວງ, ແຕ່ກໍໄດ້ທຳການຜລິຕໂຟມຢາງນັ້ນມາຈົນຮອດມື້ນີ້ ແລະ ວ່າ ທີ່ຜ່ານມາ ອຳນາດການປົກຄອງບ້ານ ກໍໄດ້ສເນີ ບັນຫາດັ່ງກ່າວ ໄປຍັງຫ້ອງການ ສະພາປະຊາຊົນແຂວງແລ້ວ, ແຕ່ບັນຫານັ້ນ ກໍຍັງບໍ່ທັນໄດ້ຮັບການແກ້ໄຂ. ດັ່ງນັ້ນຈຶ່ງຢາກສເນີ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍແກ້ໄຂ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນແຂວງບໍລິຄຳໄຊ ກ່າວວ່າ ທີ່ຜ່ານມາ ໂຮງງານຜລິດໂຟມຂັ້ນຫວີກ້ວຍຈີນນີ້ ກໍໄດ້ຍື່ນໜັງສື ຂໍສ້າງໂຮງງານໃຫ້ຖືກຕ້ອງມາຍັງທາງແຂວງ ແຕ່ບໍ່ໄດ້ຮັບອະນຸຍາດໃຫ້ສ້າງ ຍ້ອນວ່າ ໂຮງງານທີ່ຈະສ້າງນັ້ນຕັ້ງຢູ່ໃກ້ເຂດຊຸມຊົນເກີນໄປ, ມີປະຊາຊົນອາໄສຢູ່ຫຼາຍ, ແຕ່ທາງໂຮງງານ ກໍຍັງດຳເນີນການຜລິຕຢູ່, ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນັ້ນວ່າ:
"ມັນ ໃກ້ ຊຸມ ຊົນ ໂພດ ພວກ ເຂົາ ເຈົ້າ ມາ ຕັ້ງ ໂຮງ ງານ ແລ້ວບໍ່ ມາ ສ ເນີ ພວກ ຂ້ອຍ ພວກ ຂ້ອຍບໍ່ ຮູ້ . ໄປ ລົມ ແລ້ວ ມີ ມາ ລົມ ແລ້ວ ມີ ແຕ່ ວ່າ ໃຫ້ ໂຍກ ຍ້າ ຍ ຍ້າຍ ໄປ ຢູ່ ບ່ອນ ອື່ນ ."
ເຈົ້າໜ້າທີ່ຜແນກຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ກໍກ່າວວ່າ ໃນໄລຍະ 3 ເດືອນຜ່ານມາ ຄື ເຣີ່ມຕັ້ງແຕ່ໄດ້ສ້າງໂຮງງານມາ ຂແນງສິ່ງແວດລ້ອມ ກໍໄດ້ສົ່ງ ໜັງສືແຈ້ງການ ໄປຍັງໂຮງງານນັ້ນ, ໃຫ້ເລືອກສະຖານທີ່ ທີ່ເໝາະສົມ ສຳລັບຕັ້ງໂຮງງານ, ບ່ອນທີ່ບໍ່ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຕໍ່ຊຸມຊົນ ຍ້ອນວ່າ ໂຮງງານນີ້ ສົ່ງກິ່ນຂິວ ລົບກວນຊາວບ້ານ, ແຕ່ທາງໂຮງງານ ກໍຍັງຜລິຕຕໍ່ຢູ່. ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
"ເພາະ ວ່າ ໂຮງ ງານ ນີ້ ພວກ ເຮົາ ບໍ່ ໄດ້ ອອກ ອະ ນຸ ຍາດ ໃຫ້ ໃນ ເບື້ອງ ຕົ້ນຫັ້ນ ນະ ເຮົາ ບໍ່ ໄດ້ ອະ ນະ ຍາດ ຫ ຍັງ ແຕ່ ວ່າ ຜູ້ ປະ ກອບ ການ ນີ້ ເຮັດ ໄປ ກ່ອນ . ພວກ ເຮົາ ມີ ໜັງ ສື ແຈ້ງ ຜູ້ ປະ ກອບ ການ ນີ້ ໄປ ຄັດ ເລືອກ ສະ ຖານ ທີ່ ທີ່ ເໝາະ ສົມ ໃນ ການ ສ້າງ ຕັ້ງ ໂຮງ ງານ ນັ້ນ ເພາະ ບ່ອນ ນັ້ນ ມັນ ບໍ່ ເມາະ ສົມ . ມັນ ຢູ່ ກາ ງ ຊຸມ ຊົນ ແລະ ອາຈ ມີ ຜົ ລ ກະ ທົບ ຕໍ່ ຊຸມ ຊົນ ນັ້ນ ."
ເຣື້ອງກິ່ນຂິວ ຈາກໂຮງງານທີ່ວ່ານີ້, ເຈົ້າໜ້າທີ່ຜແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ເວົ້າວ່າ ທາງຜແນກໄດ້ລົງໄປກວດກາ 3 ເທື່ອແລ້ວ, ໄດ້ພົບແກ໊ສເຜົາຢາງພລາສຕິກ ເພື່ອຜລິຕໂຟມນັ້ນ, ສົ່ງກິ່ນຂິວ ອອກໄປທາງນອກ ແລະ ໄດ້ສັ່ງບໍ່ໃຫ້ໂຮງງານຜລິຕ, ແຕ່ທາງໂຮງງານກໍບໍ່ເຊົາ. ແລະວ່າ ທາງຜແນກຈະສເນີ ຂຶ້ນຫາຂັ້ນແຂວງ ເພື່ອໃຊ້ມາດຕະການເດັດຂາດ ເປັນຕົ້ນ ຕັດໄຟຟ້າ ຫຼືສັ່ງໂຈະ ບໍ່ໃຫ້ຜລິຕຕໍ່ໄປ ຍ້ອນວ່າ ໃນໄລຍະ 3 ເດືອນ ທີ່ໂຮງງານຜລິຕໂຟມຢາງມານີ້ ເຮັດໃຫ້ຄົນງານ ໃນໂຮງງານ ເສັຽຊີວິດຍ້ອນກິ່ນຂິວໄປແລ້ວ 1 ຄົນ. ດັ່ງທີ່ທ່ານໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ທັນວານີ້:
"ຍັງ ບໍ່ ໄດ້ ເຮັດ ຫ ຍັງ ຄິດ ວ່າ ສິ ສ ເນີ ທາງ ເຈົ້າ ແຂວງ ເພື່ອ ໃຫ້ ມີ ວິ ທີ ນັ້ນ ແ ຫຼະ, ໂດຍ ສະ ເພາະ ມາຕການ ເດັດ ຂາດ ເພື່ອ ບໍ ໃຫ້ ເຂົາ ເຈົ້າ ເຮັດ ຕໍ່ ໄປ ຕັດ ໄຟ ຕັດ ມະ ຫ ຍັງ ຫັ້ນ ແ ຫຼະ ເອົາ ຕຳ ຣວດ ເຂົ້າ ໄປ ຈັດ ການ ຄິດ ວ່າ ເຖິງ ຂັ້ນ ນັ້ນ ແລ້ວ ແ ຫຼະ. ຕາຍ ຜູ້ ນຶ່ງ ແລ້ວ ເກາະ ຕາຍ ຢູ່ ໂຮງ ງານ ນັ້ນ ແ ຫຼະ, ເວົ້າ ງ່າຍໆ ສະ ມັນ ກໍ ຕ້ອງ ຮັບ ຜິດ ຊອບ ມັນ ຕ້ອງ ສັ່ງ ໂຈະ ."
ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ຜແນກອຸດສາຫະກຳ ແລະ ການຄ້າ ທ່ານນີ້ແລ້ວແມ່ນວ່າ ໂຮງງານຜລິຕໂຟມຢາງ ຂອງຈີນແຫ່ງນີ້ ເປັນໂຮງງານໃຫຍ່ ຕັ້ງຢູ່ກາງຊຸມຊົນ ໃນເນື້ອທີ່ 1 ເຮັກຕາ. ເມື່ອຜລິຕໂຟມໄດ້ແລ້ວ ກໍສົ່ງໄປສວນກ້ວຍ ຢູ່ເມືອງບໍລິຄັນ.