ຣັຖບານໄທ ກັງວົນເຂື່ອນ ຫຼວງພຣະບາງ

ຣັຖບານໄທ ກັງວົນນໍາ ຫຼາຍບັນຫາ ທີ່ ຈະຕາມມາ ຈາກໂຄງການ ສ້າງເຂື່ອນໄຟຟ້າ ຫລວງພຣະບາງ ທີ່ ຈະກັ້ນ ແມ່ນໍ້າຂອງ ໃນເຂດລາວ.

ບ້ານຫ້ວຍຍໍ ເມືອງຫຼວງພຣະບາງ ຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງ ໃນເຂດທີ່ຈະມີ ໂຄງການສ້າງ ເຂື່ອນຫຼວງພຣະບາງ ຊຶ່ງຈະເປັນເຂື່ອນ ໃນແມ່ນໍ້າຂອງ ແຫຼ່ງທີ 5 ຂອງ ປະເທດລາວ RFA

ເຄືອຂ່າຍປະຊາຊົນ 8 ແຂວງລຸ່ມແມ່ນໍ້າຂອງໄທ ໄດ້ຮັບຈົດໝາຍຈາກສໍານັກງານ ຊັພຍາກອນນໍ້າແຫ່ງຊາດໄທ ທີ່ຊີ້ແຈງກໍຣະນີເຄືອຂ່າຍ ປະຊາຊົນໄທ ໄດ້ສົ່ງຈົດໝາຍ ເພື່ອຂໍຂໍ້ມູນກ່ຽວກັບຜົລກອງປະຊຸມ ຂອງ ຄະນະກໍາມາທິການແມ່ນໍ້າຂອງ ແຫ່ງຊາດໄທ ເມື່ອວັນທີ 25 ມິນາຜ່ານມາ ແລະ ເອກກະສານຕອບກັບ ຂອງຣັຖບານໄທ ຕໍ່ຂະບວນການປຶກສາຫາລືລ່ວງໜ້າ ຫລື PNPCA.

ເຖິງຄະນະກໍາມາທິການແມ່ນໍ້າຂອງ ຫລື MRC ກໍຣະນີໂຄງການສ້າງເຂື່ອນຫລວງພຣະບາງ ທີ່ຄົບໄລຍະເວລາ 6 ເດືອນຕາມກໍານົດເມື່ອ ວັນທີ 7 ເມສານີ້, ອີງຕາມຄໍາເວົ້າຂອງທະນາຍຄວາມ ເຄືອຂ່າຍ ປະຊາຊົນ 8 ແຂວງລຸ່ມແມ່ນໍ້າຂອງໄທ ທີ່ຂ່າວປຣະຊາໄທ ຣາຍງານໃນ ວັນທີ 26 ເມສາ ນີ້.

ທະນາຍຄວາມ ກ່າວວ່າ ເອກກະສານຕອບກັບ ຂອງຣັຖບານໄທ ມີເນື້ອໃນສໍາຄັນວ່າ ຣັຖບານໄທ ມີຄວາມກັງວົນ ແລະ ມີຂໍ້ສເນີແນະໃຫ້ ຣັຖບານລາວ ໃນຖານະເຈົ້າຂອງ ແລະຜູ້ພັທນາໂຄງການ ແລະ ບໍຣິຫານໂຄງການ ເພື່ອການພັທນາຢ່າງຍັ້ງຍືນ ໃນເຂດລຸ່ມແມ່ນໍ້າຂອງ ຊຶ່ງມີບັນຫາສໍາຄັນຢູ່ 8 ຂໍ້ຄື:

1. ການປ່ຽນແປງດ້ານອຸທົກວິທຍາ ແລະ ຊົລສາດ (ຣະດັບນໍ້າຂຶ້ນ-ລົງໄວວາ ແລະ ເປັນໄລຍະເວລາ) ທີ່ບໍ່ເປັນໄປຕາມຣະດູການ ຊຶ່ງສົ່ງ ຜົລກະທົບຕໍ່ວິຖີວີວິດຂອງຜູ້ຄົນ ທີ່ຢູ່ທ້າຍນໍ້າ ທາງດ້ານການປະມົງ, ການກະສິກັມ ຕາມແຄມຝັ່ງຂອງ, ການທ່ອງທ່ຽວ, ນໍ້າບົກແຫ້ງ ແລະ ນໍ້າຖ້ວມໄວວາ ຕລອດເຖິງການປ່ຽນແປງ ທາງກາຍຍະພາບ ແລະ ສັນຖານຂອງລໍານໍ້າຂອງ ແລະ ຕະລິ່ງນໍາດ້ວຍ.

2. ມີຄວາມເປັນຫ່ວງ ກັງວົນນໍາການຫລຸດລົງຂອງຝຸ່ນຕົມ ແລະສານອາອາຫານ ທີ່ມີຜົລຕໍ່ຣະບົບນິເວດ ແລະ ທໍຣະນີສັນຖານ ແລະສົ່ງ ຜົລກະທົບໂດຍກົງຕໍ່ແມ່ນໍ້າຂອງ ຊຶ່ງເປັນແຫລ່ງອາຫານຕາມທັມຊາດ ແລະຄວາມໝັ້ນຄົງດ້ານອາຫານ.

ເວົ້າເຖິງຜົລກະທົບຂອງເຂື່ອນໄຟຟ້າຫຼວງພຣະບາງ ຖ້າມີການສ້າງກັ້ນແມ່ນໍ້າຂອງ ແລະ ເຂື່ອນອື່ນໆ ທີ່ມີຢູ່ແລ້ວໃນແມ່ນໍ້າຂອງ ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ຂອງໄທ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ເມສານີ້ວ່າ:

"ເຂື່ອນຫຼວງພຣະບາງ ກໍເປັນເຂື່ອນນຶ່ງທີ່ອັນຕະລາຍ ສໍາລັບແມ່ນໍ້າຂອງ ທີ່ຈະສ້າງຄວາມເສັຽຫາຍໃຫ້ກັບລຸ່ມນໍ້າໂຂງ. ເຂື່ອນຫຼວງພຣະບາງ ນີ້ບໍ່ໄດ້ສ້າງຄວາມເສັຽຫາຍ ພຽງແຄ້ຣະບົບນິເວດແມ່ນໍ້າຂອງ ກັບຄົນຫາປູຫາປາເທົ່ານັ້ນ ເຂື່ອນຫລວງພຣະບາງນີ້ ເປັນເຂື່ອນທີ່ຈະທໍາຣາຍ ວິຖີຊີວິດຂອງພີ່ນ້ອງລາວ ເມືອງຫລວງພຣະບາງນີ້ ຈະຕ້ອງມີຜົລກະທົບແນ່ນອນ."

ແລະ ອີກ 6 ບັນຫາ ທີ່ເວົ້າເຖິງທັງຄວາມກັງວົນຕໍ່ການປ່ຽນແປງ ຂອງຄຸນນະພາບນໍ້າ ໂດຍສະເພາະຢ່າງຍິ່ງແມ່ນ ປາກົດການນໍ້າຂອງ ປ່ຽນສີ, ທາງປາຜ່ານຂຶ້ນ-ລ່ອງ ຊຶ່ງ ທ່ານ ອານຸລັກ ກິດຕິຄຸນ ຫົວໜ້າຝ່າຍ ຍຸທສາດ ແລະ ຫຸ້ນສ່ວນ ຄະນະກໍາມາທິການແມ່ນໍ້າຂອງ MRC ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນໂອກາດກອງປະຊຸມປຶກສາຫາລື ຂອງຜູ້ມີສ່ວນໄດ້ສ່ວນເສັຍໃນພາກພື້ນ ຕໍ່ໂຄງການສ້າງເຂື່ຶອນໄຟ ຟ້າຫລວງພະບາງ ເມື່ອວັນທີ 5 ແລະ ວັນທີ 6 ກຸມພາ ຜ່ານມາ ທີ່ນະຄອນຫຼວງພະບາງວ່າ:

”ແຕ່ວ່າກໍມີຊ່ອງວ່າງຢູ່ນໍ ເຣຶ່ອງຂໍ້ມູນ ສເນີວ່າໃຫ້ເພິ່ນ conduct ການສຶກສາຕໍ່ໂດຍສະເພາະເຣຶ່ອງ Moldering ທາງການໄຫລນໍ້າ ແລະ ກໍເຣຶ່ອງ sediment ແລ້ວກໍສໍາລັບເຣຶ່ອງປາ ບາງຈຸດວ່າເຮົາກໍເນາະນໍາ ເຣຶ່ອງດີໄຊ (ທາງຜ່ານປາ) ຂອງປາ."

ທາງການໄທ ສເນີໃຫ້ສຶກສາດ້ານເສຖກິດ ແລະສັງຄົມ ກ່ຽວກັບຜົລກະທົບຂ້າມຊາຍແດນ ແລະຕໍ່ປະຊາຊົນ ໃນປະເທດທ້າຍນໍ້າ; ສເນີໃຫ້ ສປປລາວ ແລະຜູ້ພັທນາໂຄງການເຂື່ອນ ຈັດຕັ້ງກອງທຶນຊົດເຊີຍ, ກໍານົດມາຕການບັນເທົາ ຜົລກະທົບຂ້າມຊາຍແດນ ໃນດ້ານເສຖກິດ, ສັງຄົມ, ຊີວິດແລະສິ່ງແວດລ້ອມຢ່າງຈະແຈ້ງ ແລະສອດຄ່ອງກັບຂໍ້ກໍານົດ ຕາມມາດຕຣາ 7 ວ່າດ້ວຍການປ້ອງກັນ ແລະການຢຸດຢັ້ງ ຜົລກະທົບ ທີ່ເປັນອັນຕະລາຍ ແລະຄວາມຮັບຜິດຊອບຂອງຣັຖ ຕໍ່ຄວາມເສັຍຫາຍ ຕາມການຕົກລົງວ່າດ້ວຍການຮ່ວມມື ເພື່ອພັທນາລຸ່ມ ແມ່ນໍ້າຂອງ ຢ່າງຍືນຍົງ ປີ 1995.

ເມື່ອເວົ້າເຖິງທັສນະຂອງທາງການໄທ ຕໍ່ໂຄງການສ້າງເຂື່ອນຫຼວງພຣະບາງ ແລະເຂື່ອນອື່ນໆໃນແມ່ນໍ້າຂອງ ທ່ານ ນິວັດ ຣ້ອຍແກ້ວ ກ່າວວ່າ:

”ທາງການໄທ ເລີ່ມເຂົ້າໃຈແລ້ວວ່າ ເຂື່ອນໃນແມ່ນໍ້າຂອງ ມັນມີຜົລກະທົບເພາະວ່າຫຍັງ ເພາະວ່າປາກົດການທີ່ມັນເກີດຂຶ້ນ ມັນເຫັນ ຊັດເຈນ ແລະ ທາງວິຊາການກໍເຂົ້າມາສນັບສນູນ.”

ອີງຕາມຄໍາເວົ້າຂອງທ່ານ ນິວັດ ຣ້ອຍແກ້ວ “ຄວາມຈິງຂອງການສ້າງເຂື່ອນ ຄືເພື່ອຜລິດກະແສໄຟຟ້າ ແລະການປ່ອຍນໍ້າ ເພື່ອການ ເດີນເຮືອຂົນສິນຄ້າ ຂນາດໃຫຍ່ ຊຶ່ງເປັນຜົລປະໂຫຍດຂອງຈີນ ແລະ ບໍຣິສັດທີ່ສ້າງເຂື່ອນ ເທົ່ານັ້ນ.”

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org