ຊາວບ້ານ ຕ້ອງການ ສັງກະສີ ພາຍຫຼັງ ນໍ້າຖ້ວມ

ມະ​ນີ​ຈັນ
2016.09.23
F-Flood ສະພາບຄວາມເສັຽຫາຍ ຈາກພັຍນໍ້າຖ້ວມ ຢູ່ທາງພາກເໜືອ ຂອງລາວ
RFA

ປະຊາຊົນລາວ ຫລາຍຄອບຄົວ ໃນເມືອງໂພນໄຊ ແຂວງຫລວງພຣະບາງ ຍັງບໍ່ມີ ສັງກະສີ ຊ້ອມແປງບ້ານ ທີ່ຖືກ ຜົລກະທົບ ຈາກນໍ້າຖ້ວມໜັກ ໃນເດືອນສິງຫາ ທີ່ຜ່ານມາ ເປັນຕົ້ນ ບ້ານທ່າຂ້າມ, ເຊິ່ງມີ 17 ຄອບຄົວ ທີ່ບ້ານເຮືອນ ໄດ້ຮັບຄວາມເສັຽຫາຍ ໄດ້ຮັບສັງກະສີ ຈາກທາງການພຽງ 120 ແຜ່ນ, ເຮັດໃຫ້ປະຊາຊົນ 10 ປາຍຄອບຄົວ ຍັງບໍ່ມີ ບ່ອນຢູ່ອາສັຍ ທີ່ສາມາດ ບັງແດດບັງຝົນ ໄດ້, ຕາມຄໍາເວົ້າຂອງປະຊາຊົນ ເມືອງໂພນໄຊ ຕໍ່ ວິທຍຸ ເອເຊັຽ ເສຣີ (RFA) ເມື່ອວັນທີ 22 ກັນຍາ ນີ້:
“ກໍຍາກຢູ່ ດຽວນີ້ນະ ເພາະວ່າ ປະຊາຊົນ ບໍ່ທັນມີ ບ່ອນຢູ່ອາສັຍເນາະ ເພິ່ນຍັງມີ ຄວາມຫຍຸ້ງຍາກຢູ່ ແຕ່ລະ ຄອບຄົວຫັ້ນ ກໍຖືກ ນໍ້າຖ້ວມໝົດ ເນາະ ຖືກພັຍພິບັດໝົດ ບາງຄອບຄົວນີ້ ຢາກປຸກເຮືອນປຸກຊານ ແຕ່ບໍ່ມີ ສັງກະສີ ມຸງຕາມ ຂະເຈົ້າ ເວົ້າຫັ້ນນະ ເອີ ... ສ້າງຕູບນ້ອຍ ຢູ່ຫັ້ນແຫລະ ຢູ່ອ້ອມແອ້ມ ແຖວນັ້ນແຫລະ ສັງກະສີ ບາງຄອບຄົວ ກໍເກັບເອົາ ສັງກະສີ ຢູ່ປົນເປ ຫັ້ນແຫລະມຸງ.”
ນໍ້າຖ້ວມ ໃນເດືອນທີ່ຜ່ານມາ ເຮັດໃຫ້ປະຊາຊົນ ມີຄວາມຫຍຸ້ງຍາກ ໃນດ້ານ ສຸຂອະນາມັຍ. ທ່ານເວົ້າຕື່ມວ່າ ພາຍຫລັງ ນໍ້າຖ້ວມ ມີເດັກນ້ອຍ ແລະ ຜູ້ໃຫຍ່ ໃນບ້ານ ປ່ວຍເປັນໄຂ້ຫວັດ ກັນຫລາຍ. ແຕ່ຢາປິ່ນປົວ ແບບບໍ່ໄດ້ ເສັຽຄ່າ ຈາກສຸຂສາລາ ຍັງບໍ່ພຽງພໍ ແລະ ຊາວບ້ານ ກໍບໍ່ມີເງິນ ຊື້ຢາ ຈາກຮ້ານ ຂາຍຢາ, ເຮັດໃຫ້ຊາວບ້ານ ກັງວົນ ນໍາວ່າ ໄຂ້ຫວັດນັ້ນ ຈະຣະບາດຕື່ມອີກ.
“ຊ່ວງນີ້ ຖືວ່າ ເດັກນ້ອຍບໍ່ ຜູ້ໃຫຍ່ບໍ່ ຖືວ່າ ຍັງມີຄວາມຕ້ອງການຫລາຍ ເພາະວ່າ ທຸກມື້ນີ້ ກໍມີການເປັນຫວັດ ເປັນໄອ ໄຂ້ເນາະ ເປັນໄຂ້ຫວັດວ່າ ຊັ້ນຊະ ກຽມຣະບາດ ຫລາຍຂຶ້ນ ມາແລ້ວ ດຽວນີ້ນະ ດຽວນີ້ ບໍ່ມີຢາ ໂອ້... ຂາດຫລາຍ.”
ປັດຈຸບັນ ເຖິງແມ່ນວ່າ ສະພາບ ຢູ່ເມືອງໂພນໄຊ ແຂວງຫລວງພຣະບາງ ຈະກັບສູ່ ພາວະປົກຕິແລ້ວ ແຕ່ປະຊາຊົນ ຍັງລໍາບາກທຸກຍາກ ຍ້ອນບໍ່ມີ ບ່ອນຢູ່ອາສັຍ, ອາຫານການກິນ ແລະ ຢາປົວພະຍາດ, ເຊິ່ງເປັນປັດໃຈສໍາຄັນ ຕໍ່ການດໍາຣົງຊີວິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.