ທາງການຢືນຢັນ ເຂື່ອນຢູ່ລາວ ໄດ້ມາຕຖານ
2020.06.23

ຊາວລາວຍັງກັງວົນເຣື່ອງເຂື່ອນໄຟຟ້າ ຫາກເກີດຝົນຕົກໜັກ ໃນຣະດູຝົນປີນີ້ ແລ້ວເຂື່ອນບໍ່ໄດ້ມາຕຖານ ກໍອາຈເກີດເຫດການເຂື່ອນແຕກ ຄືກັບປີຜ່ານໆມາ. ດັ່ງຊາວບ້ານຜູ້ນຶ່ງທີ່ປະສົບເຫດ ເຂື່ອນໄຟຟ້າແກ້ງຄັວນ ແຕກ ເມື່ອປີກາຍຢູ່ເມືອງແປກ ແຂວງຊຽງຂວາງ ກ່າວຕໍ່ RFA ໃນມື້ວັນທີ 22 ມິຖຸນາ ນີ້ວ່າ, ໃນໄລຍະເດືອນ ສິງຫາ ຫາ ເດືອນກັນຍາ ຖືເປັນໄລຍະ ຝົນຕົກໜັກທີ່ສຸດ ຈະຕ້ອງໄດ້ຣະວັງໂຕ ໃນໄລຍະນີ້ ຢ່າງໃກ້ຊິດ:
“ຖືວາ່ຍາມຝົນ ຍັງປົກກະຕິເນາະ ຍັງບໍ່ຮ້າຍແຮງ ເດືອນ 9 ເດືອນ 10 ໂຕນີ້ມັນຝົນແຮງນະ ເດືອນນີ້ມັນເດືອນ 8 ລາວ, ເດືອນ 9 ເດືອນ 10 ຂຶ້ນ ມັນຈະຂ້ອນຂ້າງຝົນແຮງແຕ່ລະປີຫັ້ນນະ.”
ຊາວເມືອງຄົງເຊໂດນ ແຂວງສາລະວັນ ທີ່ປະສົບພັຍນໍ້າຖ້ວມເມື່ອ ປີກາຍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ເຮືອນບໍ່ໄດ້ຢູ່ໃກ້ ເຂື່ອນໄຟຟ້າ ແຕ່ກໍກັງວົນໃຈຄືກັນ ຫາກຝົນຕົກໜັກຄືປີກາຍ, ແລ້ວເກີດເຂື່ອນແຕກ ຊາວບ້ານຜູ້ຢູ່ໃຕ້ເຂື່ອນໄຟຟ້າ ກໍມີຄວາມສ່ຽງຕລອດເວລາ, ເຖິງຈະຢູ່ ໄກປານໃດກໍຕາມ:
“ເຂື່ອນມັນກະຢູ່ໄກ ຢູ່ສາລະວັນພຸ້ນ ຝົນປີນີ້ ຢາກຄ້າຍຄືປີກາຍນີ້ແຫຼະ, ກະຢ້ານ ຄັນຝົນຕົກມາແລ້ວຖ້ວມ, ຖ້ວມໜັກປີກາຍ, ບໍ່ເອົາແລ້ວ ກະຈໍາເປັນ ເຮັດນວໃດ.”
ເຈົ້າໜ້າທີ່ພະລັງງານແລະບໍ່ແຮ່ ແຂວງບໍຣິຄໍາໄຊ ທ່ານນຶ່ງກ່າວຕໍ່ RFA ໃນມື້ວັນທີ 22 ມິຖຸນາ ນີ້ວ່າ ຍັງເປັນກັງວົນເຣື່ອງເຂື່ອນໄຟຟ້າ ຂນາດ 5 ເມັກກາວັດ ຢູ່ເມືອງວຽງທອງ ຊຶ່ງເປັນເຂື່ອນຂອງຄົນ ຈີນ ພາຍໃຕ້ບໍຣິສັດ ຊື່ ວຽງຈັນເຕັກໂນກໍ່ສ້າງ ຕ້ອງໄດ້ເຝົ້າຣະວັງເປັນ ກໍຣະນີພິເສດ ໃນຣະດູຝົນນີ້ ຍ້ອນເຫັນວ່າຍັງມີ ຄວາມສ່ຽງຫລາຍ ທີ່ນໍ້າຈະຊຸ ຫາກເກີດຝົນຕົກແຮງ:
“ເອີ, ມີແຕ່ຖ້າຟັງເບິ່ງເຂື່ອນ ນໍ້າເຊາະຫັ້ນສິເປັນແນວໃດ ໂຕນີ້ຫັ້ນນະຄັນເວົ້າຝົນບໍ່ແຮງຫຼາຍ ກະຄືສິບໍ່ລົງຄັນແຮງນີ໋ລົງແທ້ໃດ: ເພາະວ່າ ຄັນລົງຊຸທໍ່ ແທ້ໃດ໋ ເພາະວ່າມັນຈໍ້ໂພດ ເຮືອນຈັກນະ ໃກ້ເຮືອນຈັກແດ່ ກັບທໍ່ແດ່.”
ທ່ານກ່າວວ່າ ເຂື່ອນໄຟຟ້າອື່ນໆພາຍໃນ ແຂວງບໍຣິຄໍາໄຊ ຍັງປອດພັຍແຂງແຮງ, ໄດ້ມາຕຖານ ແຕ່ເຂື່ອນໄຟຟ້າໃນປະເທດລາວ ກໍຍັງໄດ້ ເຝົ້າຣະວັງຢ່າງໃກ້ຊິດ ຕາມແຜນກະຊວງພະລັງງານ ແລະບໍ່ແຮ່.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງກ່າວຕໍ່ RFA ໃນມື້ດຽວກັນນີ້ ວ່າ, ໃນປີ 2019-2020 ນີ້ ກໍມີການລົງ ກວດກາເຂື່ອນທຸກແຫ່ງໃນປະເທດ ຢືນຢັນວ່າບໍ່ມີເຂື່ອນໃດ ຜິດປົກກະຕິ. ເຂື່ອນແຕ່ລະແຫ່ງໝັ້ນຄົງແຂງແຮງປອດພັຍ ແລະໄດ້ມາຕຖານ ບໍ່ມີບັນຫາ ຢ່າງແນ່ນອນ:
“ຄືສິບໍ່ມີຫຍັງດອກ ເພາະວ່າຣັຖບານກໍເຮັດໜ້າທີ່ກວດກາກະເຫັນວ່າ ຂະເຈົ້າກະຕຽມພ້ອມແລ້ວ ເຂົາກວດກາເບິ່ງໝົດແລ້ວບໍ່ມີບັນຫາດອກ.”
ທ່ານເວົ້າວ່າສໍາລັບເຂື່ອນໄຟຟ້າ ທີ່ຜ່ານການກວດກາໄປແລ້ວ ແຕ່ບໍ່ໄດ້ມາຕຖານໂຕຢ່າງເຂື່ອນນໍ້າຊຽນຂນາດ 104 ເມັກກາວັດຢູ່ເມືອງຄູນ ແຂວງຊຽງຂວາງ ຊຶ່ງທາງບໍຣິສັດທີ່ປຶກສາ ກໍແນະນໍາໃຫ້ ແກ້ໄຂປັບປຸງຄືນໃໝ່ ໃຫ້ໄດ້ມາຕຖານແລ້ວ.
ເຈົ້າໜ້າທີ່ກອງເລຂາ ປ້ອງກັນແລະຄວບຄຸມ ພັຍພິບັດແຫ່ງຊາດລາວ ຜູ້ບໍ່ປະສົງອອກຊື່ແລະສຽງ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ, ສໍາລັບ ຣະດູຝົນປີນີ້ພາກຣັຖບານ ແລະ ພາກສ່ວນກ່ຽວຂ້ອງ ໄດ້ມີການຕຽມ ພ້ອມຮັບມື ໄວ້ແລ້ວທຸກກໍຣະນີ ຫາກເກີດເຫດສຸກເສີນຂຶ້ນ.
ໃນວັນທີ 18 ມິຖຸນາ 2020 ບໍຣິສັດເຂື່ອນໄຟຟ້ານໍ້າງື່ມ 5 ຢູ່ເມືອງພູຄູນ ແຂວງຫຼວງພຣະບາງ ໄດ້ລົງແຈ້ງເຕືອນຊາວບ້ານ ບ້ານນໍ້າຕິ່ງ ຫລາຍຮ້ອຍຄອບຄົວ ທີ່ອາສັຍຢູ່ທ້າຍເຂື່ອນ ໃຫ້ຕິດຕາມ ເຝົ້າຣະວັງ ການເພີ່ມຂຶ້ນຂອງຣະດັບນໍ້າເໜືອເຂື່ອນ ຊຶ່ງອາຈມີການປ່ອຍນໍ້າຈາກ ເຂື່ອນ ໃນໄລຍະຣະດູຝົນນີ້.
ກົມອຸຕຸນິຍົມ ແລະອຸທົກສາດ ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ໄດ້ຄາດຄະເນ ປະຣິມານນໍ້າຝົນ ໃນປີນີ້ເມື່ອຕົ້ນເດືອນ ມິຖຸນາ ນີ້ວ່າ ຣະດູຝົນປີ 2020 ນີ້ ແຂວງຜົ້ງສາລີ, ຫຼວງນໍ້າທາ, ຫຼວງພຣະບາງ, ໄຊຍະບູຣີ, ສາລະວັນ, ສວັນນະເຂດ, ອັດຕະປື, ແລະ ນະຄອນຫຼວງວຽງຈັນ ຈະມີຝົນຕົກໜັກ ສູງກວ່າເກນປົກກະຕິ ສ່ວນແຂວງອື່ນໆ ຈະມີຝົນ ຕົກຢູ່ໃນເກນປົກກະຕິ.
ອີງຕາມຣາຍງານກະຊວງ ພະລັງງານແລະບໍ່ແຮ່ ເມື່ອເດືອນທັນວາ ປີ 2019, ທົ່ວປະເທດລາວ ມີເຂື່ອນໄຟຟ້າທີ່ດໍາເນີນການຜລິດແລ້ວ ທັງໝົດ 73 ແຫ່ງ ແລະ ກໍາລັງຢູ່ໃນໄລຍະດໍາເນີນ ການກໍ່ສ້າງ ອີກ 27 ແຫ່ງທົ່ວປະເທດ. ໄລຍະຜ່ານມາ ປະເທດລາວ ເກີດເຫດເຂື່ອນ ໄຟຟ້າແຕກ ມາແລ້ວ 4 ເທື່ອ ຄື:
-ວັນທີ 16 ທັນວາ 2016 ເກີດເຫດອຸໂມງໄຟຟ້າຂອງ ເຂື່ອນ ເຊກະຕາມ 3 ຂອງບໍຣິສັດວຽດນາມ ແຕກ ເຮັດໃຫ້ມວນນໍ້າມະຫາສານ ໄຫລຖ້ວມບ້ານເຮືອນ ປະຊາຊົນຢູ່ ເມືອງດາກຈຶ້ງ ແຂວງເຊກອງ.
-ວັນທີ 11 ກັນຍາ 2017 ເຂື່ອນນໍ້າອ້າວແຕກ ທີ່ແຂວງຊຽງຂວາງ ຊຶ່ງຢູ່ໃນໄລຍະກໍາລັງກໍ່ສ້າງ, ປະຊາຊົນ 8 ບ້ານ ເມືອງທ່າໂທມ ແຂວງໄຊສົມບູນ ຖືກນໍ້າຖ້ວມ ເສັຽຫາຍຢ່າງໜັກ, ປັດຈຸບັນກໍຍັງບໍ່ ທັນໄດ້ຮັບຄ່າຊົດເຊີຍເທື່ອ.
-ວັນທີ 23 ກໍຣະກະດາ 2018 ເກີດເຫດສັນເຂື່ອນ ເຊຽນ-ເຊນໍ້ານ້ອຍແຕກ ມວນນໍ້າມະຫາສານ ໄຫລຖ້ວມ 19 ບ້ານຢູ່ເມືອງ ສນາມໄຊ ແຂວງອັດຕະປື.
-ວັນທີ 4 ສິງຫາ 2019 ເຂື່ອນແກ້ງຄັວນແຕກ ຢູ່ເມືອງແປກ ແຂວງຊຽງຂວາງ ຍ້ອນຝົນຕົກໜັກ ເຮັດໃຫ້ຕົວເຂື່ອນ ຮັບປະຣິມານນໍ້າ ບໍ່ໄຫວຈຶ່ງເກີດແຕກ, ປັດຈຸບັນ ກໍາລັງຢູ່ໃນໄລຍະການສ້ອມແປງ.