ເຂື່ອນປາກແບງ ປາກລາຍ ຖືກໂຈະໄວ້ກ່ອນ
2019.11.13

ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູຣີ ຜູ້ທີ່ມີໜ້າທີ່ ຮັບຜິດຊອບ ກ່ຽວກັບ ໂຄງການສ້າງເຂື່ອນປາກລາຍ ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 13 ພຶສຈິກາ ປີ 2019 ວ່າ ໂຄງການເຂື່ອນປາກລາຍ ແລະ ເຂື່ອນປາກແບງ ຖືກໂຈະໄວ້ ຍ້ອນຕ້ອງ ໄດ້ສຶກສາຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ, ໂດຍສະເພາະຜົລກະທົບ ຂ້າມແດນ ໃຫ້ຣະອຽດກ່ອນ. ດ່ັງທ່ານກ່າວ ໃນ ຕອນນຶ່ງວ່າ:
“ມັນຕ້ອງໄດ້ສຶກສາ ຣະອຽດຫັ້ນແຫຼະ ເພາະວ່າ ການເຮັດໂຄງການ ຕາມລຳແມ່ນ້ຳຂອງ ທີ່ເພິ່ນກຳນົດໃຫ້ໃນສັນຍາ ປີ 1995 ນັ້ນ, ເພິ່ນໃຫ້ສຶກສາ ຜົລກະທົບຂ້າມແດນຣະອຽດ ແລະ ຄົບຖ້ວນຫັ້ນແຫຼະ.
ທ່ານກ່າວຕື່ມວ່າ ໂຄງການເຂື່ອນ ໃນແມ່ນ້ຳຂອງ ກ່ອນຈະຖືກອະນຸມັດໃຫ້ສ້າງ ຕ້ອງໄດ້ຜ່ານການສຶກສາ ຜົລກະທົບ ຂ້າມແດນ ແລະ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ທີ່ໜ້າເຊື່ອຖືໄດ້ ແລະ ເຫັນພ້ອມຈາກຜູ້ມີສ່ວນໄດ້ ສ່ວນເສັຽກ່ອນ, ເຊິ່ງເຂື່ອນຫຼວງພຣະບາງ ຖືກສ້າງກ່ອນນັ້ນ ອາຈເປັນຍ້ອນວ່າ ຜົລການສຶກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ, ຊຸມຊົນ ແລະ ຜົລກະທົບຂ້າມແດນ ມີໜ້ອຍ, ແຕ່ບໍ່ໄດ້ກຳນົດວ່າ ເຂື່ອນໃດ ຄວນສ້າງກ່ອນ ຫຼື ສ້າງນຳຫຼັງ.
“ອັນນີ້ ຍັງບໍ່ມີການກຳນົດແນວນັ້ນເທື່ອນາ. ກະເດີນຕາມການສຶກສາ ແຕ່ລະໂຄງການໄປກັນ. ຍັງບໍ່ໄດ້ກຳນົດວ່າ ໂຕນັ້ນສ້າງກ່ອນ ໂຕນີ້ສ້າງກ່ອນ. ຖ້າວ່າໂຕ ທີ່ວ່າມັນສຶກສາມີຜົລກະທົບບໍ່ຫຼາຍເນາະ ໄດ້ຜົລຕອບແທນດີໆ ທັງສອງຝ່າຍຫັ້ນແຫຼະ. ທັງລາວ ທັງຜູ້ພັທນາ ທັງປະຊາຊົນ, ຫັ້ນແຫຼະ. ເພິ່ນກະຊິພິຈາຣະນາໂຕນັ້ນ.”
ທ່ານວ່າ ສອງເຂື່ອນດັ່ງກ່າວ ຍັງຈະຢູ່ ໃນແຜນການ ທີ່ຈະສ້າງຢູ່ຕໍ່ໄປ ການສຶກສາຜົລກະທົບ ຕໍ່ສິ່ງແວດລ້ອມ, ຊຸມຊົນ, ໂດຍສະເພາະຜົລກະທົບຂ້າມແດນ ເປັນທີ່ພໍໃຈ ຂອງຣັຖບານສອງຝ່າຍ ຮວມທັງປະຊາຊົນ ຜູ້ຢູ່ທ້າຍນ້ຳ. ນອກຈາກນັ້ນ ສັນຍາການຊື້-ຂາຍໄຟຟ້າ ກໍຍັງບໍ່ທັນຕົກລົງກັນເທື່ອ.
“ທາງຜູ້ພັທນາ ເພິ່ນກະຍັງພະຍາຍາມ ເຈຣະຈາ ເຣື້ອງການຊື້-ຂາຍ.”
ໃນຂນະດຽວກັນ, ເຈົ້າຫນ້າທີ່ ພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ເວົ້າກ່ຽວກັບ ເຂື່ອນປາກແບງ ວ່າ ຍັງບໍ່ມີຄວາມຄືບໜ້າເລີຍ. ດັ່ງທ່ານກ່າວໃນຕອນນຶ່ງວ່າ:
“’ເຂື່ອນນ້ຳຂອງ ເຂົາຍັງບໍ່ທັນເຮັດເທື່ອ ມີແຕ່ເສັ້ນທາງ. ຖືວ່າບໍ່ທັນລົງມືເທື່ອ ເຣື້ອງເຮັດເຂື່ອນ ຣັຖບານຍັງບໍ່ທັນອະນຸຍາດ. ປີກ່ອນໆນັ້ນ ກໍໄດ້ໄປເກັບກຳຂໍ້ມູນແລ້ວເນາະ, ແຕ່ມາຣະຍະນຶ່ງ ກໍມິດເລີຍ ເພາະອັນນຶ່ງ ງົປມານເຮົາກໍບໍ່ມີ. ສອງມາ ຕ້ອງໄດ້ມີສູນກາງ, ມີແຂວງ, ມີເມືອງ ມີບ້ານ ສົມທົບກັນເນາະ.”
ໂຄງການເຂື່ອນປາກລາຍ ປະຊາຊົນລາວ ຈະຖືກໂຍກຍ້າຍ 600 ປາຍຄອບຄົວ ໃນ 20 ບ້ານ. ສຳລັບເຂື່ອນປາກແບງນັ້ນ, ນອກຈາກຈະສົ່ງຜົລກະທົບ ຕໍ່ປະຊາຊົນລາວແລ້້ວ, ຍັງຈະສົ່ງຜົລກະທົບ ຕໍ່ຊາວໄທຍນຳອີກ, ໂດຍສະເພາະ ຢູ່ແຂວງຊຽງຮາຍ ປະມານ 4 ພັນຄອບຄົວ. ກຸ່ມອະນຸຮັກຊຽງຂອງ ຈະຍື່ນຟ້ອງສານປົກຄອງໄທຍ ຖ້າບໍ່ມີການສຶກສາຜົລກະທົບຂ້າມແດນ ໂດຍຣະອຽດ.