ຝົນຕົກໜັກຂົວນໍ້າຊອງ ຕ້ານບໍ່ໄຫວ ໄຫຼຕາມກະແສ

ໄຊຍາ
2020.06.17
F-VV-Bridge ວັນທີ 16 ມິຖຸນາ 2020 ຝົນຕົກໜັກ ນໍ້າຊອງ ເພີ່ມຂຶ້ນຢ່າງໄວ ນໍ້າໄຫລແຮງພັດຖັ່ງຂົວໄມ້ ຂ້າມນໍ້າຊອງ ຫັກພັງລົງ
ນັກຂ່າວພົລເມືອງ

ເມື່ອວັນທີ 16 ມິຖຸນາ 2020 ຜ່ານມາ ຝົນຕົກໜັກຕລອດມື້ ສົ່ງຜົລໃຫ້ນໍ້າຊອງ ເພີ່ມຣະດັບຂຶ້ນຢ່າງໄວວາ ແລະ ສາຍນໍ້າໄຫຼ ວົນແຮງພັດຊຸ ຂົວໄມ້ຂ້າມນໍ້າຊອງເຂດທ່າພູບາງ ບ້ານສະຫວ່າງ ເມືອງວັງວຽງ ແຂວງວຽງຈັນ ຫັກພັງລົງທັງໝົດ ດ້ວຍຄວາມເສັຍດາຍ ຂອງປະຊາຊົນ ທີ່ ຢືນເບິ່ງເຫດການ. ດັ່ງຊາວເມືອງວັງວຽງ ໄດ້ກ່າວເຖິງຈຸດເກີດເຫດ ທີ່ຂົວໄມ້ນໍ້າຊອງຫັກວ່າ:

"ໂອ່ ຂົວຂ້າມນໍ້າຊອງຖືກນໍ້າໄຫຼ ບໍ່ໄກຂຶ້ນມານ້ອຍນຶ່ງ ຢູ່ຕໍ່ໜ້າທະນາຄານລາວ-ຝຣັງເລີຍ ໂອ່ ອັນນີ້ກາແລ້ວແຕ່ເພິ່ນແຫຼະໃຫ້ເພິ່ນພິຈາຣະນາ ເອງໂລດນະ."

ຂົວໄມ້ດັ່ງກ່າວເປັນຂົວທີ່ນັກທ່ອງທ່ຽວ ແລະຊາວບ້ານທ້ອງຖິ່ນໃຊ້ ເດີນທາງຂ້າມນໍ້າຊອງເນື່ອງຈາກໄລຍະສັ້ນ ແລະບໍ່ຕ້ອງເສັຽຄ່າຂ້າມຂົວ. ປັດຈຸບັນຊາວບ້ານໄດ້ຮັບ ຄວາມເດືອດຮ້ອນ.

ຕໍ່ກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງວັງວຽງ ໄດ້ຊີ້ແຈງວ່າ ຂົວໄມ້ດັ່ງກ່າວ ເປັນຂົວ ທີ່ຊາວບ້ານຣະດົມກັນອອກເງິນສ້າງ ບໍ່ແມ່ນທາງການສ້າງໃຫ້ ເຊິ່ງແຕ່ລະປີ ຈະມີການຮື້ຖອນຂົວອອກ ແລະນໍາໄມ້ມາ ສ້າງໃໝ່ເຣື້ອຍໆ ກ່ອນຮອດຣະດູຝົນ ເພື່ອໃຫ້ຂົວມີຄວາມແຂງແຮງ. ແຕ່ປີນີ້ຝົນຕົກ ໜັກເຮັດໃຫ້ນໍ້າໄຫລແຮງ ຈຶ່ງເກີດເຫດການດັ່ງກ່າວ.

ປີໃດມ້າງທັນກໍທັນ ປີໃດມ້າງບໍ່ທັນນີ້ກໍ ນໍ້າເອົາຜາຍແລ້ວກໍເຂົາພາກັນ ເຮັດຕື່ມມັນບໍ່ແມ່ນວ່າ ຂົວຂອງພັກຂອງຣັຖ ມັນເປັນຂົວຊາວບ້ານເດ້, ເຂົາພາກັນເຮັດຂຶ້ນ ຄັນນໍ້າໄຫລໜີປີໜ້າ ເຂົາກໍໂຮມເງິນກັນເຮັດໃໝ່ ບໍ່ມີທຶນຈາກອົງກອນ ນັ້ນອົງກອນນີ້ ໃຊ້ທຶນໂຕເອງ.

ຢ່າງໃດກໍ່ຕາມພາຍຫລັງ ເກີດເຫດຊາວບ້ານ ກໍໄດ້ພາກັນໄປເກັບຊາກຂົວ ທີ່ນໍ້າພັດໄປນັ້ນຂຶ້ນຝັ່ງ ພ້ອມດຽວກັນ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ກໍໄດ້ລົງພື້ນທີ່ ເບິ່ງສະພາບໂຕຈິງ ພ້ອມຮີບໂຮມຂໍ້ມູນ ແຕ່ຍັງບໍ່ແນ່ໃຈວ່າ ຈະມີແຜນການຊ່ອຍເຫລືອບໍ່.

ປັດຈຸບັນຂົວຂ້າມນໍ້າ ມີຢູ່ສອງແຫ່ງທີ່ສາມາດໃຊ້ການໄດ້ ກໍ່ຄືຂົວໄມ້ ຢູ່ເຂດບ້ານຫ້ວຍແຍ້ ເຊິ່ງບໍຣິສັດເອກະຊົນ ເປັນຜູ້ສັມປະທານ ແລະ ເກັບເງິນຄ່າຂ້າມຂົວ ແລະ ອີກນຶ່ງແຫ່ງ ແມ່ນຂົວເຫລັກ ຢູ່ເຂດບ້ານຫ້ວຍສະເຫງົ້າ ຂົວຂ້າມບໍ່ເສັຍເງິນ.

ເຫດການນໍ້າຊອງໄຫລນອງແຮງ ນອກຈາກພັດຂົວໄມ້ ຂອງຊາວບ້ານຫັກພັງແລ້ວ ຮ້ານອາຫານທີ່ຕັ້ງຢູ່ ແຄມນໍ້າຊອງເຂດນັ້ນກໍໄດ້ມີການ ຮື້ຖອນ ແລະ ຍົກຍ້າຍຮ້ານຂອງຕົນອອກ ຈາກແລວນໍ້າ ທີ່ໄຫລມາແຮງ. ແຕ່ບໍ່ມີີຣາຍງານເຖິງຜົລເສັຍຫາຍ ໃນເຫດການນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.