ເຂື່ອນຊະນະຄາມຈະກະທົບ ຊາວບ້ານ 3 ພັນຄົນ

ອຸ່ນແກ້ວ ສຸກສະຫວັນ
2020.05.13
F-Dam-area ບໍຣິເວນ ນໍ້າຂອງ ຢູ່ຕອນເທິງ ເມືອງຊະນະຄາມ ແຂວງວຽງຈັນ ທີ່ຕິດກັບ ແຂວງໄຊຍະບູລີ ທີ່ຈະມີການສ້າງ ເຂື່ອນຊະນະຄາມ ຊຶ່ງຈະສົ່ງຜົນກະທົບ ຕໍ່ປະຊາຊົນ ເກືອບ 3000 ຄົນ (ຮູບຖ່າຍຈາກດາວທຽມ ວັນທີ 28 ເມສາ 2020)
Credit: Planet Labs Inc.

ປະຊາຊົນ 2,935 ຄົນ ຢູ່ 13 ບ້ານ ໄດ້ຮັບຜົນກະທົບຈາກ ໂຄງການເຂື່ອນຊະນະຄາມ ຢູ່ ແຂວງວຽງຈັນ ຊຶ່ງເປັນເຂື່ອນແຫ່ງທີ 6 ທີ່ຈະ ສ້າງໃສ່ແມ່ນ້ຳຂອງສາຍຫລັກ ໃນປະເທດລາວ. ບໍຣິສັດ ພະລັງງານ ໄຟຟ້ານ້ຳຕ້າຖາງ (ລາວ) ຊະນະຄາມຈຳກັດ ຊຶ່ງເປັນຂອງນັກລົງທຶນ ຈີນ ເປັນເຈົ້າຂອງໂຄງການ ເຂື່ອນຊະນະຄາມ.

ນັກວິຊາການໄດ້ສະແດງຄວາມເປັນຫ່ວງ ຕໍ່ຜົນກະທົບທີ່ຈະເກີດຂຶ້ນ ກັບປະຊາຊົນຫລາຍພັນຄົນ, ຊ່ຽວຊານທີ່ເຮັດວຽກເລື້ອງການວິຈັຍ ປາ ແລະ ສິ່ງແວດລ້ອມ ລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ກະທົບແທ້ໆ ມັນຊິກະທົບຫັ້ນແຫຼະ ຈີນ ກະຄືດັ່ງທີ່ຮູ້ຫັ້ນແຫຼະ ມັນຢາກເຮັດແນວໃດກະໄດ້ຫັ້ແຫຼະ ມັນກະວ່າ ມັນເຮັດຕາມສະແຕນດາດ ຂອງສິ່ງແວດລ້ອມໂລກຢູ່ ຫາກແຕ່ວ່າມັນກະບໍ່ໄດ້ສົນມັນເອົາເງິນໃຫ້ ຣັຖບານລາວໄປທົດແທນສິ່ງແວດລ້ອມເບາະ ຄືວ່າມັນກະອັນນັ້ນເອງ ລະມັນກະອັນນັ້ນເລີຍ ບໍ່ສົນນ່າ ໃຫ້ຄົນລາວແກ້ອັນເອງນະ ກັບປະຊາຊົນ ມັນເຮັດແບບນັ້ນໄດ໋."

ຊ່ຽວຊານທ່ານນີ້ ກ່າວຕື່ມອີກວ່າ:

"ໃຫ້ເງິນລະໄປແກ້ເລີຍ ມັນບໍ່ໄດ້ມີດອກໂຕການ ໜ່ວຍງານເຄື່ອນໄຫວສັງຄົມອີ່ຫຍັງ ໄປເວົ້າໄປວ່າອີ່ຫຍັງເຂົາ ຈິນໂອຍແລ້ວແລະ."

ໂຄງການເຂື່ອນຊະນະຄາມ ຕັ້ງຢູ່ຫ່າງຈາກເມືອງຊະນະຄາມ ແຂວງວຽງຈັນ ຂຶ້ນໄປປະມານ 25 ກິໂລແມັດ ແລະເຂື່ອນດັ່ງກ່າວມີກຳລັງ ການຜລິດ 684 ເມັກກະວັດ ມູນຄ່າການລົງທຶນຫຼາຍກວ່າ 2 ຕື້ໂດລາ.

ຣັຖບານລາວໄດ້ແຈ້ງການ ໃຫ້ກອງເລຂາຄະນະກຳມາທິການ ແມ່ນ້ຳຂອງສາກົນ ຫລື MRC ໄດ້ຮູ້ກ່ຽວກັບໂຄງການ ເຂື່ອນຊະນະຄາມ ແລະ ພ້ອມທັງສົ່ງເອກກະສານ ເລື້ອງວິສວະກັມ ແລະການສຶກສາ ຄວາມເປັນໄປໄດ້ທາງດ້ານວິຊາການ ຮວມທັງການປະເພດຜົນກະທົບ ດ້ານສັງຄົມ ແລະ ສິ່ງແວດລ້ອມຂອງໂຄງການ.

ແຕ່ບັນຫາທີ່ເກີດຂຶ້ນ ກໍຄືຂະບວນການດັ່ງກ່າວ ເປັນພຽງແຕ່ເລື້ອງພິທີການເທົ່ານັ້ນ ເພາະເຈົ້າຂອງໂຄງການ ແລະທາງການລາວໄດ້ສ້າງ ຖະໜົນເຂົ້າໄປໃນເຂດກໍ່ສ້າງ ເຂື່ອນເປັນທີ່ຮຽບຮ້ອຍແລ້ວ.

ທ່ານ Bruce Shoemaker ນັກວິຈັຍອິສຣະ ຜູ້ທີ່ເຮັດວຽກຢູ່ປະເທດລາວ ນັບແຕ່ 1990 ແລະ ທັງເປັນຜູ້ໄດ້ຂຽນປຶ້ມ ກ່ຽວກັບຜົນກະທົບ ຂອງເຂື່ອນນ້ຳເທີນ 2 ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຄວາມຈິງ ທີ່ຜູ້ພັທນາ [ຜູ້ສ້າງເຂື່ອນ] ໄດ້ສ້າງຖະໜົນເຂົ້າໄປໃນເຂດ ກໍ່ສ້າງເຂື່ອນຮຽບຮ້ອຍແລ້ວ ນັ້ນເປັນການຢັ້ງຢືນວ່າ ຣັຖບານລາວ ໄດ້ຕົກລົງດຳເນີນການໂຄງການ [ເຂື່ອນຊະນະຄາມ] ໂດຍບໍ່ສົນໃຈກັບ ຄວາມກົງວົນຂອງປະເທດເພື່ອນບ້ານ, ປະຊາຄົມໂລກ ແລະ ປະຊາຊົນທ້ອງຖິ່ນ ທີ່ຈະໄດ້ຮັບຜົນກະທົບ."

ທ່ານ Bruce Shoemaker ຍັງກ່າວຕື່ມອີກວ່າ:

"ຕາມຫລັກການທາງວິທຍາສາດ ຄົນກໍຍອມຮັບ ແລະ ເຂົ້າໃຈວ່າ ການສ້າງເຂື່ອນໃສ່ແມ່ນ້ຳຂອງ ສາຍຫລັກ ມັນສົ່ງຜົນກະທົບທາງລົບຕໍ່ ການປະມົງ, ຕໍ່ສິ່ງແວດລ້ອມ ແລະ ຕໍ່ການດຳຣົງຊີວິດ ຂອງປະຊາຊົນ ຫລາຍລ້ານຄົນ. ເປັນສິ່ງທີ່ໜ້າເສັຍດາຍ ທີ່ເຫັນ ປະຊາຄົມສາກົນ, ໂດຍຜ່ານ ຄະນະກຳມາທິການແມ່ນ້ຳຂອງ ທີ່ຮັບຮອງ ແລະ ສະໜັບສະໜູນການດຳເນີນການປຶກສາຫາລື ທີ່ບໍ່ມີຄວາມໝາຍຫຍັງ. ເປັນທີ່ກະຈ່າງແຈ້ງວ່າ ຣັຖບານລາວ ໄດ້ຕົກລົງເຫັນດີສືບຕໍ່ໂຄງການເຂື່ອນຢູ່ແມ່ນ້ຳຂອງສາຍຫລັກ ບໍ່ວ່າ ຜົນຂອງການປຶກສາຫາລື ຈະອອກມາແບບໃດກໍຕາມ."

ຣັຖບານໄດ້ອະນຸຍາດໃຫ້ ເຈົ້າຂອງໂຄງການເຂື່ອນຊະນະຄາມ ສ້າງຖະໜົນເຂົ້າໄປໃນເຂດກໍ່ສ້າງເຂື່ອນເປັນທີ່ຮຽບຮ້ອຍແລ້ວ. ປະຊາຊົນ ຄົນທີ່ໄປເຮັດວຽກ ຢູ່ເມືອງຊະນະຄາມ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເອີເຂົາກະປູຢາງຮອດຈຳນ້ຳຂອງ ພຸ້ນເລີຍແຫຼະ ຂະເຈົ້າປູກຢາງທາງໃໝ່ອ້ອມເມືອງຊະນະຄາມເນາະ ເສັ້ນປາກຊາວໄປຫາບ້ານຜາລາດ ຂະເຈົ້າເຮັດອ້ອມເມືອງເລີຍນະ ບໍ່ໄດ້ເຂົ້າຕົວເມືອງໄດ໋ ທາງເສັ້ນທີ່ ຂະເຈົ້າເຮັດໃໝ່ນີ້ນະ ສ້າງອ້ອມເມືອງລະກະຕັດໃສ່ ເສັ້ນແຄມເມືອງ ລະກະອອກໄປເລີຍ ໄປທາງພຸ້ນລະ ທາງເສັ້ນນັ້ນ ມັນຊິລັດໄປທາງແກ່ນທ້າວກະໄດ້."

"ທ່ານ Brian Eyler ຫົວໜ້າໂຄງການເອເຊັຍ ຕາວັນອອກສ່ຽງໃຕ້ ປະຈຳສູນສິ່ງແວດລ້ອມ Stimson Center ຢູ່ນະຄອນຫລວງ ວໍຊິງຕັນດີຊີ ສະຫະຣັດ ອະເມຣິກາ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ໂຄງການ [ເຂື່ອນ] ໃໝ່ສ່ວນຫລາຍ ທີ່ຈະຕ້ອງຜ່ານ ຂະບວນການປຶກສາ ຫາລື ກ່ອນລ່ວງໜ້າ ຫລື PNPCA ຍັງຈະຕ້ອງຊອກຫາຕລາດເພື່ອຂາຍໄຟຟ້າ ສະນັ້ນ ມັນຈຶ່ງບອກເປັນໃນໃຫ້ຮູ້ວ່າ ໂຄງການເຂື່ອນ ປາກແປງ, ເຂື່ອນປາກລາຍ, ເຂື່ອນພູງອຍ ແລະ ເຂື່ອນຊະນະຄາມ ປັດຈຸບັນ ກຳລັງເອົາມາຜ່ານຂະບວນການປຶກສາຫາລືກ່ອນລ່ວງໜ້າ."

"ທ່ານ Brian Eyler ກ່າວຕື່ມອີກວ່າ: ເວລາຜ່ານໄປ 12 ເດືອນ ຄືວ່າ ຍາວນານກ່ອນທຸກປີ ໃນປວັດສາດການສ້າງເຂື່ອນ ໃນແມ່ນ້ຳຂອງ ນັ້ນຈະໃຫ້ສັນຍານທີ່ຊັດເຈນ ຕໍ່ກັບຜູ້ວາງນະໂຍບາຍ ວ່າເຂື່ອນ ຢູ່ ແມ່ນ້ຳຂອງສາຍຫລັກ ສົ່ງຜົນກະທົບທາງລົບ ຕໍ່ຮາກຖານຊັພຍາກອນ ທຳມະຊາດ ຂອງແມ່ນ້ຳຂອງ."

ການສ້າງເຂື່ອນໃສ່ແມ່ນ້ຳຂອງອີກນຶ່ງເຂື່ອນ ເຮັດໃຫ້ຊາວບ້ານມີຄວາມກັງວົນ ເລື້ອງຜົນກະທົບທີ່ຈະເກີດຂຶ້ນ ໂດຍສະເພາະເລື້ອງນ້ຳແຫ້ງ. ຊາວເມືອງຊະນະຄາມ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ແຕ່ວ່າຂັ້ນທຽບໃສ່ປີກ່ອນ ກະແຫ້ງຫັ້ນແຫຼະ ແຫ້ງຫຼາຍຖ້າຄັນທຽບໃສ່ປີກ່ອນຫັ້ນນ່າເນາະ ນຶ່ງມາກະຄືຊິແມ່ນ ຜົນກະທົບແມ່ນເຂົາເຮັດ ເຂື່ອນ ຊິແມ່ນຜົນກະທົບ ຈາກທີ່ຂະເຈົ້າເຮັດເຂື່ອນ ຈະເຈົ້າປ່ອຍນ້ຳ ສົມມຸດນ້ຳຂຶ້ນນ້ຳລົງ ກະຄື ເຂົາເຈົ້າປ່ອຍເຂື່ອນ ຖ້າສົມມຸດວ່າ."

ນາງກ່າວຕື່ມອີວ່າ:

"ມັນກະຕ້ອງແຫ້ງກ່ອນເກົ່າ ເນື່ອງຈາກ ນຶ່ງມາກໍຄືເຂື່ອນຢູ່ຈີນ ສອງມາ ກະເຂື່ອນຢູ່ໄຊະຍະ ສາມມາ ກະຖ້າມີເຂື່ອນຢູ່ ຊະນະຄາມ ມັນກະຊິ ເປັນ 3 ເຂື່ອນ ກ່ອນຊິຮອດນະຄອນຫລວງ ຄືຈະເຫັນໄດ້ຊັດ ເລີຍວ່າ ຂັ້ນຖ້າວ່າ ເຂົາເຮັດເຂື່ອນ ຈະເຮັດໃຫ້ນ້ຳຂອງແຫ້ງ ຖ້າສົມມຸດວ່າ 100 ເປີເຊັນ ກະຊິມີ ປະມານ 40 ເປີເຊັນ ຫລື ວ່າເກືອບຊິຮອດ 50 ພຸ້ນແຫລະ ຂັ້ນຖ້າວ່າ ເປັນຍາມແລ້ງ."

ປະຊາຊົນທ້ອງຖິ່ນບໍ່ມີສ່ວນຮ່ວມ ໃນຂະບວນການຕັດສິນໃຈ ແລະ ການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບໂຄງການເຂື່ອນໃນປະເທດລາວ ແລະ ສະເພາະໂຄງການເຂື່ອນຊະນະຄາມ ປະຊາຊົນຢູ່ເມືອງ ຊະນະຄາມ ບາງຄົນກໍບໍ່ຮູ້ວ່າຈະມີການສ້າງເຂື່ອນດັ່ງກ່າວ.

ປະຊາຊົນອີກທ່ານນຶ່ງ ຢູ່ເມືອງຊະນະຄາມໄດ້ກ່າວ ເອເຊັຽເສຣີວ່າ:

"ເຮົາກະບໍ່ໄດ້ຂຶ້ນໄປ ເຮົາກະບໍ່ໄດ້ຍິນຂ່າວອີ່ຫຍັງ ວ່າຊິສ້າງເຂື່ອນຫັ້ນນະ ບໍ່ມີຂ່າວ ບໍ່ມີການແຈ້ງການຫຍັງ."

ບໍຣິສັດ ພະລັງງານໄຟຟ້ານ້ຳຕ້າຖາງ (ລາວ) ຊະນະຄາມ ຈຳກັດ ເປັນເຈົ້າຂອງໂຄງການ ແລະ ຄາດການວ່າ ການກໍ່ສ້າງເຂື່ອນດັ່ງກ່າວ ຈະເລີ້ມໃນປີ 2020-ແລະ ສິ້ນສຸດລົງ ໃນປີ 2028.

ເຖິງຢ່າງໃດກຕາມ, ຫົວໜ້າກອງເລຂາ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ທ່ານ ອັນ ພິສ ຣັສດະ ໄດ້ກ່າວຢູ່ໃນບົດຂ່າວຂອງຄະນະ ກຳມາທິການແມ່ນ້ຳຂອງສາກົນ MRC ວ່າ:

"ປະເທດລາວໄດ້ສະເໜີໂຄງການດັ່ງກ່າວ [ເຂື່ອນຊະນະຄາມ] ຊຶ່ງເປັນການນໍາໃຊ້ນ້ຳ ໃນອ່າງແມ່ນ້ຳຂອງ ທີ່ຕ້ອງຜ່ານຂະບວນການປຶກສາ ຫາລື ກ່ອນລ່ວງໜ້າ. ການຍື່ນຂໍ້ສະເໜີ ໂຄງການດັ່ງກ່າວຈະຊ່ວຍ ໃຫ້ ບັນດາປະເທດສະມາຊິກ ທີ່ຖືກແຈ້ງໃຫ້ຊາບ ແລະ ມະຫາຊົນທີ່ ໄດ້ຮັບຂໍ້ມູນ ທີ່ລະອຽດ ແລະ ສາມາດສຶກສາກ່ຽວກັບ ການນຳໃຊ້ນ້ຳ ແລະ ຜົນກະທົບທີ່ອາດຈະເກີດຂຶ້ນ ຈາກໂຄງການດັ່ງກ່າວ."

ເຖິງຢ່າງໃດກໍຕາມ, ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ກ່າວຕໍ່ເອເຊັຽເສຣີ ກ່າວຕໍ່ເອເຊັຽເສຣີ ວ່າ:

"ຍັງ ຍັງບໍ່ທັນໄດ້ເຮັດຫຍັງເທື່ອ ຍັງບໍ່ໄດ້ຜ່ານຂະບວນການເທື່ອ [PNPCA]. ບໍ່ໄດ້ຍົກຍ້າຍ [ປະຊາຊົນ] ດອກ, ເຂົາຍັງມີການສຶກສາຢູ່. ຍັງບໍ່ ງ່າຍດອກ ຍັງມີຂະບວນການ ຂອງມັນໄປຕາມ ລະບຽບ ອົງການ ແມ່ນ້ຳຂອງຢູ່ ໄປຕາມຂະບວນການສັນຍາ 1995."

ອີງຕາມຕາມຂໍ້ມູນເອກສານ ໂຄງການເຂື່ອນຊະນະຄາມ ທີ່ເຜີຍແຜ່ ຢູ່ເວັບໄຊ ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ມີປະຊາຊົນ ທັງໝົດທີ່ໄດ້ຮັບຜົນກະທົບ ແລະ ຈະຖືກຍົກຍ້າຍຈັດສັ້ນ ຈາກ ໂຄງການເຂື່ອນຊະນະຄາມ ທັງໝົດ ປະມານ 621 ຄອບຄົວ ມີ 2,935 ຄົນ ຢູ່ 13 ບ້ານ:

1. ບ້ານດອນໂຊກ

2. ບ້ານຫ້ວຍລ້າ

3. ບ້ານແຄ

4. ບ້ານດອນພຸງ

5. ບ້ານໃໝ່ປາກທູນ

6. ບ້ານຫ້ວຍເຕົ່າ

7. ບ້ານກົກເຂົ້າດໍ

8. ບ້ານດອມເມນ

9. ບ້ານນາຄຳ

10. ບ້ານດອນສັງ

11. ບ້ານບຸ່ງມາ

12. ບ້ານແກ້ງສາວ

13. ບ້ານນາສັກ

ທັງ 13 ບ້ານດັ່ງກ່າວ ຊຶ່ງຈຳນວນນຶ່ງຂຶ້ນກັບ ເມືອງຊະນະຄາມ ແຂວງວຽງຈັນ, ແລະ ອີກຈຳນວນນຶ່ງຂຶ້ນກັບ ເມືອງປາກລາຍ ແລະ ເມືອງ ແກ່ນທ້າວ ແຂວງໄຊຍະບູລີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.